Skip to main content

ໂຮງຮຽນ ສີຫາວົງ ວິທະຍາ ສະຫຼຸບສົກຮຽນ 2025-2026 ພ້ອມເປີດວິໄສທັດຍຸກດິຈິຕອນ ແລະ AI ໃນສົກຮຽນໜ້າ

13/07/2026
ໃນວັນທີ 11 ກໍລະກົດ 2026, ໂຮງຮຽນ ສີຫາວົງ ວິທະຍາ ໄດ້ຈັດງານສະຫຼຸບສົກຮຽນ 2025-2026 ແລະ ຜ່ານແຜນພັດທະນາການສຶກສາສົກຮຽນ 2026-2027 ຢູ່ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ນາງ ລີປ່າເອ່ຍ ລີບົວປ່າວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ນາງ ບົວລຸນ ລິນທະວົງ ຜູ້ອຳນວຍການໂຮງຮຽນ ສີຫາວົງ ວິທະຍາ, ທ່ານ ສົມໝາຍ ສີຫາວົງ ທີ່ປຶກສາໂຮງຮຽນ ແລະ ທ່ານ ອະນຸເດດ ພົມປີດາ ປະທານສະມາຄົມການສຶກສາພາກເອກະຊົນ ເມືອງໄຊເຊດຖາ ພ້ອມດ້ວຍບັນດາແຂກຖືກເຊີນ, ພໍ່ແມ່ຜູ້ປົກຄອງ, ຄູ-ອາຈານ ແລະ ນ້ອງໆນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສົມປະດິດ ສີຫາວົງ ຮອງຜູ້ອໍານວຍການໂຮງຮຽນ ລາຍງານວ່າ: ໂຮງຮຽນ ສີຫາວົງ ວິທະຍາ ໄດ້ສ້າງຕັ້ງ ແລະ ຢືນຢັດຄຽງຄູ່ກັບສັງຄົມລາວມາເປັນເວລາ 14 ປີ (2012-2026). ໃນສົກຮຽນ 2025-2026 ນີ້, ໂຮງຮຽນມີນັກຮຽນທັງໝົດ 539 ຄົນ ແລະ ຄູ-ອາຈານ 43 ຄົນ. ຜົນງານອັນໂດດເດັ່ນ ແລະ ເປັນໜ້າພາກພູມໃຈທີ່ສຸດໃນສົກຮຽນນີ້ຄື ການໄດ້ຮັບການປະກາດ ແລະ ມອບໃບຢັ້ງຢືນໃຫ້ ໂຮງຮຽນ ລ້ຽງເດັກ-ອະນຸບານ ສີຫາວົງ ວິທະຍາ ກາຍເປັນໂຮງຮຽນຕົວແບບຄຸນນະພາບ” ຂອງນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 09 ມັງກອນ 2026 ທີ່ຜ່ານມາ. ນອກຈາກນັ້ນ, ດ້ານວິຊາການກໍຍາດໄດ້ຜົນງານດີເດັ່ນຮອບດ້ານ ໂດຍສະເພາະຜົນການສອບເສັງຈົບຊັ້ນຂອງນັກຮຽນອະນຸບານ 3 (44 ນ້ອງ), ປະຖົມ ປ.5 (44 ນ້ອງ), ມັດທະຍົມ ມ.4 (14 ນ້ອງ) ແລະ ມ.7 (6 ນ້ອງ) ແມ່ນສາມາດສອບເສັງໄດ້ຮັບຜົນ 100% ເຕັມ. ພ້ອມກັນນັ້ນ ຍັງມີນັກຮຽນເກັ່ງທີ່ສາມາດສ້າງຊື່ສຽງໃນລະດັບນະຄອນຫຼວງເຊັ່ນ: ນັກຮຽນເກັ່ງຊັ້ນ ປ.5 ຍາດໄດ້ລາງວັນຊົມເຊີຍ ວິຊາຄະນິດສາດ 2 ນ້ອງ ແລະ ຊັ້ນ ມ.4 ຍາດໄດ້ລາງວັນຊົມເຊີຍ ວິຊາເຄມີສາດ 1 ນ້ອງ. ໃນດ້ານກິດຈະກຳນອກຫຼັກສູດ, ນັກຮຽນຂອງໂຮງຮຽນຍັງສາມາດກວາດລາງວັນຊະນະເລີດການແຂ່ງຂັນສິລະປະ ແລະ ກິລາໃນລະດັບກຸ່ມ ແລະ ລະດັບເມືອງ ທີ່ຫຼາກຫຼາຍລາຍການ.
ໂອກາດດຽວກັນ, ໃນພິທີໄດ້ມີການມອບລາງວັນ ແລະ ສົ່ງເສີມການສຶກສາຢ່າງທົ່ວເຖິງເພື່ອເປັນການສ້າງຂະບວນການ, ຊຸກຍູ້ ແລະ ໃຫ້ກຳລັງໃຈແກ່ຜູ້ທີ່ມີຜົນງານດີເດັ່ນ, ພາຍໃນງານໄດ້ມີພິທີມອບໃບຍ້ອງຍໍ ແລະ ຂອງຂວັນໃຫ້ແກ່ຄູ-ອາຈານສອນດີ-ສອນເກັ່ງ ຈຳນວນ 49 ທ່ານ. ພ້ອມກັນນັ້ນ ຍັງໄດ້ມອບໃບຢັ້ງຢືນ, ໃບປະກາສະນິຍະບັດ ແລະ ຂອງຂວັນໃຫ້ແກ່ນັກຮຽນທີ່ຈົບຊັ້ນອະນຸບານ 3, ປ.5, ມ.4, ມ.7 ຕະຫຼອດຮອດນັກຮຽນຮຽນດີ-ຮຽນເກັ່ງ ປະເພດຕ່າງໆ ແລະ ນັກຮຽນທີ່ສ້າງຜົນງານດີເດັ່ນດ້ານກິດຈະກຳນອກຫຼັກສູດ ລວມມູນຄ່າຂອງຂວັນທີ່ມອບໃນສົກຮຽນນີ້ກວ່າ 30,000,000 ກີບ. ພິເສດໄປກວ່ານັ້ນ ໂຮງຮຽນຍັງໄດ້ມອບໃບຍ້ອງຍໍ ແລະ ສະແດງຄວາມຂອບໃຈຢ່າງສຸດຊຶ້ງມາຍັງ ບໍລິສັດ ລາວເວີນ ຈຳກັດ ທີ່ໄດ້ໃຫ້ການສະໜັບສະໜູນສະຖານທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ພ້ອມດ້ວຍລະບົບເຕັກນິກແສງສີສຽງ ໃນການຈັດງານຄັ້ງນີ້ຢ່າງຈົບງາມ.
ໂອກາດດັ່ງກ່າວ, ໂຮງຮຽນ ສີຫາວົງ ວິທະຍາ ໄດ້ກຳນົດວິໄສທັດອັນກວ້າງໄກ ໂດຍຈະເນັ້ນໃສ່ການຫັນປ່ຽນການຮຽນ-ການສອນໃຫ້ທັນກັບຍຸກສະໄໝເຕັກໂນໂລຊີໃນສົກຮຽນ 2026-2027ດັ່ງນີ້: 1) ການຫັນເປັນດິຈິຕອລ ໂດຍຕັ້ງເປົ້າຕິດຕັ້ງ Smart TV ແລະ Projector ໃຫ້ຄົບທຸກຫ້ອງຮຽນ, ສົ່ງເສີມໃຫ້ຄູ-ອາຈານນຳໃຊ້ຄອມພິວເຕີ, ສື່ອອນລາຍ ແລະ ລະບົບປັນຍາປະດິດ (AI) ເຂົ້າຊ່ວຍໃນການຮຽນ-ການສອນໃຫ້ຫຼາກຫຼາຍ ແລະ ມີປະສິດທິພາບສູງຂຶ້ນ. 2) ການຍົກລະດັບບຸກຄະລາກອນ ມີແຜນການຝຶກອົບຮົມຄູຢ່າງຕໍ່ເນື່ອງ ໂດຍຮ່ວມມືກັບພາກສ່ວນນິເທດນະຄອນຫຼວງ ແລະ ວິທະຍາໄລສ້າງຄູດົງຄຳຊ້າງ. ພ້ອມທັງສົ່ງຄູ-ອາຈານເຂົ້າຮ່ວມ “ໂຄງການພັດທະນາທັກສະດິຈິຕອລ” ທີ່ຈັດໂດຍ NECTEC (ໄທ) ຮ່ວມກັບ ສ.ເກົາຫຼີ ພາຍໃຕ້ກອງທຶນ MKCF ແລະ 3) ນະໂຍບາຍທຶນການສຶກສາ ແລະ ສ່ວນຫຼຸດຄ່າຮຽນ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ຜູ້ປົກຄອງ ໂດຍມີນະໂຍບາຍຫຼຸດຄ່າຮຽນໃຫ້ແກ່ນັກຮຽນເກັ່ງຂັ້ນເມືອງ, ຂັ້ນນະຄອນຫຼວງ ແລະ ຂັ້ນປະເທດ ຕັ້ງແຕ່ 10% ຈົນເຖິງ 100% ພ້ອມມອບທຶນການສຶກສາສູງສຸດເຖິງ 6,000,000 ກີບ ເພື່ອຊຸກຍູ້ຄວາມເປັນເລີດທາງດ້ານການສຶກສາ.
ໃນຕອນທ້າຍຂອງພິທີ, ທ່ານ ນາງ ລີປ່າເອ່ຍ ລີບົວປ່າວ ໄດ້ຂຶ້ນມີຄຳເຫັນ ແລະ ໄດ້ຍ້ອງຍໍຊົມເຊີຍຄະນະບໍລິຫານ ແລະ ຄູ-ອາຈານ ໂຮງຮຽນ ສີຫາວົງ ວິທະຍາ ທີ່ມີຄວາມມຸ່ງໝັ້ນພັດທະນາຄຸນນະພາບການສຶກສາຈົນໄດ້ຮັບຜົນສຳເລັດເປັນຮູບປະທຳ ພ້ອມທັງເນັ້ນໜັກໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມນີ້ ແລະ ຮ່ວມກັນແກ້ໄຂຂໍ້ຄົງຄ້າງຕ່າງໆ ເພື່ອສ້າງນ້ອງໆນັກຮຽນ ໃຫ້ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ ເພື່ອອອກມາຮັບໃຊ້ປະເທດຊາດໃນອະນາ ຄົດຢ່າງມີປະສິດທິພາບ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ