ໃນວັນທີ 14 ພຶດສະພາ 2026 ຢູ່ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີຝຶກອົບຮົມການສ້າງຄູຝຶກ ແລະ ການປະກາດຜົນລາງວັນການແຕ້ມຮູບຂອງນ້ອງນັກຮຽນແຂວງໄຊຍະບູລີ ພາຍໃຕ້ຫົວຂໍ້ ກະສິກຳ ແລະ ປ່າໄມ້ ໂດຍເປັນປະທານຮ່ວມຂອງທ່ານ ຈັນທະວີ ວັນນະພາຜົນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພົງແກ້ວ ບຸນຍາວົງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ສຈ.ປອ ຊູ ຈຽນຊູ ຜູ້ອຳນວຍການສະຖາບັນພຶກສາສາດຄຸນໝິງ, ພ້ອມດ້ວຍບັນດາແຂກຖືກເຊີນຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ຂະແໜງການຂັ້ນແຂວງ, ຂັ້ນເມືອງ, ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ 40 ທ່ານ ຍິງ 21 ທ່ານ. ກອງປະຊຸມໃນຄັ້ງນີ້ແມ່ນເພື່ອລວບລວມຄວາມຮູ້ທາງດ້ານວິທະຍາສາດ ແລະ ພູມປັນຍາຊາວບ້ານໃນການເລືອກຊະນິດພັນ, ການຜະລິດກະສິກຳ-ປ່າໄມ້ ແລະ ການເຮັດກະສິກຳແບບໝູນວຽນ ສຳລັບກະສິກຳຂັ້ນແຂວງ, […]