ສກຂ ຜົ້ງສາລີ ຕັດສິນຜົນສອບເສັງ ມ.7 ສົກຮຽນ 2025-2026, ນັກຮຽນເສັງຜ່ານ 100%
06/07/2026

ເມື່ອບໍ່ດົນມານີ້, ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໄດ້ຈັດກອງປະຊຸມຕັດສິນ ແລະ ຖອດຖອນບົດຮຽນການສອບເສັງຈົບຊັ້ນ ມ.7 ສາຍສາມັນສຶກສາ ສົກຮຽນ 2025-2026 ທີ່ຫ້ອງປະຊຸມຂອງພະແນກ ພາຍໃຕ້ການເປັນປະທານຂອງ ທ່ານ ອູ່ຄໍາ ຕຸລາພັນ ຮອງເຈົ້າແຂວງຜົ້ງສາລີ, ຜູ້ຊີ້ນໍາຂົງເຂດວັດທະນະທຳ-ສັງຄົມ, ໂດຍມີ ທ່ານ ຄໍາເພັດ ຈິດປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ໄຊສົມຈິດ ປະເສີດສັກ ຮອງຫົວໜ້າພະແນກໂຄສະນາເຜີຍແຜ່, ຕິດຕາມ ແລະ ປະເມີນຜົນ ກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ຜ່ານການຄົ້ນຄວ້າ ແລະ ພິຈາລະນາຜົນການສອບເສັງຢ່າງພາວະວິໄສ ຕາມລະບຽບການ ແລະ ເກນຄະແນນຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ, ພົບວ່າ ນັກຮຽນຊັ້ນ ມ.7 ທົ່ວແຂວງຜົ້ງສາລີ ທີ່ເຂົ້າຮ່ວມສອບເສັງຕົວຈິງທັງໝົດ 902 ຄົນ ຍິງ 464 ຄົນ ແມ່ນສາມາດສອບເສັງຜ່ານໄດ້ 100%. ໃນນີ້, ມີນັກຮຽນທີ່ໄດ້ຄະແນນ 9 ຂຶ້ນໄປ ຈໍານວນ 2 ຄົນ ຍິງ 2 ຄົນ ແລະ ມີຜູ້ຜ່ານເກນໄດ້ຮັບໃບປະກາສະນີຍະບັດແດງ 1 ຄົນ ຍິງ 1 ຄົນ. ສໍາລັບການຈັດຕັ້ງບັ້ນສອບເສັງໃນສົກຮຽນນີ້ ແມ່ນໄດ້ແບ່ງອອກເປັນ 11 ສູນສອບເສັງ ລວມມີ 46 ຫ້ອງສອບ.
ນອກຈາກການຕັດສິນຜົນການສອບເສັງແລ້ວ, ກອງປະຊຸມຍັງໄດ້ຮ່ວມກັນຕີລາຄາດ້ານດີ, ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຜ່ານມາ. ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນເພີ່ມທະວີຄວາມສາມັກຄີ, ປັບປຸງກົນໄກການປະສານງານລະຫວ່າງແຂວງ ແລະ ເມືອງໃຫ້ວ່ອງໄວຂຶ້ນ. ພ້ອມກັນນັ້ນ, ທ່ານຍັງໄດ້ຊີ້ນໍາໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ເລັ່ງສ້າງນິຕິກໍາກ່ຽວກັບວຽກງານການສອບເສັງສະເພາະຂອງແຂວງ ພ້ອມທັງຈັດຝຶກອົບຮົມ-ປະຖົມນິເທດໃຫ້ແກ່ຄະນະກຳມະການທີ່ກ່ຽວຂ້ອງຢ່າງເລິກເຊິ່ງ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດໃນສົກຮຽນຕໍ່ໄປມີປະສິດທິພາບສູງຂຶ້ນກວ່າເກົ່າ.
(ຂ່າວໂດຍ: ຄໍາວອນ, ສກຂ ຜົ້ງສາລີ)













