Skip to main content

ສສກ ຖອດຖອນບົດຮຽນ ແລະ ປຶກສາຫາລືການສ້າງແຜນແບ່ງປັນສັບຊ້ອນນັກຮຽນ-ນັກສຶກສາ ແລະ ພະນັກງານ-ລັດຖະກອນ ເຂົ້າຮຽນພາຍໃນປະເທດ

06/07/2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດ ແຜນແບ່ງປັນສັບຊ້ອນນັກຮຽນ-ນັກສຶກສາ ແລະ ພະ ນັກງານ-ລັດຖະກອນ ເຂົ້າຮຽນພາຍໃນປະເທດ ສົກຮຽນ 2025-2026 ແລະ ປຶກສາຫາລືການສ້າງແຜນແບ່ງປັນສັບຊ້ອນ ເຂົ້າຮຽນພາຍໃນປະເທດ ສົກຮຽນ 2026-2027 ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດ 2026 ທີ່ຫ້ອງປະຊຸມໃຫຍ່ ວິທະຍາໄລເຕັກນິກປາກປ່າສັກ ໂດຍການເປັນປະທານຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຈາກກົມວິຊາການອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ; ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງຈາກ 7 ກະຊວງ ທີ່ມີສະຖາບັນການສຶກສາຂຶ້ນກັບ; ຫົວໜ້າ ແລະ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ; ຫົວໜ້າຫ້ອງການວິຊາການ ມະຫາວິທະຍາໄລແຫ່ງຊາດ, ຜູ້ອຳນວຍການວິທະຍາໄລເຕັກນິກ ຕະຫຼອດຮອດຜູ້ອຳນວຍການສະຖາບັນການສຶກສາພາກເອກະຊົນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ມີຄຳເຫັນກ່າວເປີດ ພ້ອມທັງໄດ້ຍົກໃຫ້ເຫັນເຖິງການປ່ຽນແປງກົງຈັກການຈັດຕັ້ງຂອງກະຊວງສຶກສາທິການ ແລະ ກິລາ ໃນໄລຍະໃໝ່, ໂດຍສະເພາະແມ່ນທີ່ຕັ້ງ ແລະ ພາລະບົດບາດທີ່ສຳຄັນຂອງ ຫ້ອງການພັດທະນາຊັບພະຍາກອນມະນຸດ ທີ່ມີບົດບາດເປັນເສນາທິການ ແລະ ຊຸກຍູ້ຂະບວນການສ້າງຊັບພະຍາກອນມະນຸດຂອງຊາດ ໃຫ້ມີຄວາມເຂັ້ມແຂງ ແລະ ສອດຄ່ອງກັບທິດທາງການພັດທະນາປະເທດຊາດ. ພ້ອມນັ້ນ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງແຜນແບ່ງປັນສັບຊ້ອນນັກຮຽນ-ພະນັກງານ ເຂົ້າຮຽນພາຍໃນປະເທດ ວ່າເປັນຂອດທີ່ຕັດສິນໃນຂະບວນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ. ໃນສົກຮຽນທີ່ຜ່ານມາ, ກະຊວງສຶກສາທິການ ແລະ ກິລາ ໄດ້ມີການປ່ຽນແປງນະໂຍບາຍໃນການແບ່ງປັນສັບຊ້ອນ ໂດຍການກະຈາຍອຳນາດ ແລະ ມອບຄວາມຮັບຜິດຊອບໃຫ້ແກ່ສະຖາບັນການສຶກສາ ແລະ ຂັ້ນທ້ອງຖິ່ນຫຼາຍຂຶ້ນ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ພົບວ່າໄດ້ຮັບໝາກຜົນດີເດັ່ນໃນຫຼາຍດ້ານ ເຊັ່ນ: ການມອບຕົວເລກທຶນໃນແຜນໃຫ້ສະຖາບັນການສຶກສາເປັນຜູ້ຄັດເລືອກ ເຫັນວ່າສາມາດຄັດເລືອກໄດ້ນັກຮຽນເກັ່ງທີ່ມີຄຸນສົມບັດ ແລະ ມີຄະແນນຜ່ານມາດຖານເງື່ອນໄຂຢ່າງແທ້ຈິງ. ໃນຂະນະດຽວກັນ, ການມອບຄວາມຮັບຜິດຊອບໃນການຮັບນັກຮຽນຕາມຂີດຄວາມສາມາດ ແລະ ມາດຖານຄຸນນະພາບ ໂດຍບໍ່ຈຳກັດເພດານຈຳນວນນັກຮຽນໃນແຕ່ລະສາຂາວິຊາ ແມ່ນສາມາດດຶງດູດຄວາມສົນໃຈ ແລະ ສ້າງແຮງຈູງໃຈໃຫ້ແກ່ນັກຮຽນສະໝັກເຂົ້າຮຽນໃນຂົງເຂດວິຊາຮຽນທີ່ຕົນເອງມັກໄດ້ຫຼາຍຂຶ້ນ, ສົ່ງຜົນໃຫ້ອັດຕາການເຂົ້າຮຽນເພີ່ມຂຶ້ນຢ່າງຈະແຈ້ງ; ການມອບຕົວເລກນະໂຍບາຍທຶນໃນແຜນລວມໃຫ້ແຂວງ/ນະຄອນຫຼວງ ເປັນການແບ່ງຄວາມຮັບຜິດຊອບໃຫ້ທ້ອງຖິ່ນເປັນເຈົ້າການໃນການຄົ້ນຄວ້າ, ພິຈາລະນາ, ແບ່ງປັນ ແລະ ແຈກຢາຍ ຕາມຄວາມຕ້ອງການກໍ່ສ້າງ ແລະ ຊົມໃຊ້ຕົວຈິງ ຂອງແຂວງ/ນະຄອນຫຼວງ. ເຊິ່ງການຈັດຕັ້ງປະຕິບັດຕົວຈິງເຫັນວ່າມີຄວາມສອດຄ່ອງກັບແຜນພັດທະນາຊັບພະຍາກອນມະນຸດ ຂອງຄະນະກຳມະການພັດທະນາຊັບພະຍາກອນມະນຸດ ຂັ້ນແຂວງ/ນະຄອນຫຼວງ ເພື່ອສ້າງກຳລັງແຮງງານໃຫ້ແທດເໝາະ ກັບການພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະສະເພາະຂອງແຕ່ລະທ້ອງ ຖິ່ນ; ຄວາມຍືດຍຸ່ນ ແລະ ຫຼຸດຜ່ອນການສູນເສຍຕົວເລກແຜນ ການສະເໜີເລືອກຂົງເຂດວິຊາຮຽນແມ່ນມີຄວາມຍືດຍຸ່ນ ສອດຄ່ອງກັບຄວາມຕ້ອງການຂອງຜູ້ຮຽນ ແລະ ທ້ອງຖິ່ນ ຢ່າງແທ້ຈິງ. ສົ່ງຜົນໃຫ້ເປີເຊັນຂອງການສູນເສຍຕົວເລກທຶນໃນແຜນ (ຕົວເລກເຫຼືອ ຫຼື ບໍ່ມີຜູ້ຮຽນ) ຫຼຸດລົງຢ່າງຫຼວງຫຼາຍ ເມື່ອທຽບໃສ່ສົກຮຽນຜ່ານມາ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ເພື່ອເຮັດໃຫ້ການສ້າງແຜນແບ່ງປັນສັບຊ້ອນໃນສົກຮຽນ 2026-2027 ແລະ ໃນຕໍ່ໜ້າ ດຳເນີນໄປຢ່າງມີປະສິດທິຜົນສູງ, ຕ້ອງໄດ້ເນັ້ນໜັກທິດທາງ ແລະ ແຜນການຈຸດສຸມ ທີ່ທຸກພາກສ່ວນຕ້ອງຮ່ວມກັນຈັດຕັ້ງປະຕິບັດ ເປັນຕົ້ນແມ່ນຂະແໜງການ ແລະ ທ້ອງຖິ່ນ ຕ້ອງຮີບຮ້ອນສ້າງແຜນຄວາມຕ້ອງການຊັບພະຍາກອນມະນຸດຂອງຕົນໃຫ້ມີຄວາມລະອຽດຈະແຈ້ງໃນແຕ່ລະປີ ໂດຍການປະສານສົມທົບຢ່າງກົມກຽວກັບທຸກພາກສ່ວນທີ່ກ່ຽວຂ້ອງໃນ ຄະນະກຳມະການພັດທະນາຊັບພະຍາກອນມະນຸດ ເພື່ອຮັບປະກັນໃຫ້ການແບ່ງປັນຕົວເລກສອດຄ່ອງກັບຄວາມຕ້ອງການຕົວຈິງ; ສະຖາບັນການສຶກສາ ຕ້ອງສຸມໃສ່ການສຶກສາ ວິໄຈຄວາມຕ້ອງການ ແລະ ດັດສົມແຜນການຮັບ ຫຼື ແຜນການກໍ່ສ້າງໃຫ້ແທດເໝາະກັບຄວາມຕ້ອງການຕົວຈິງຂອງຕະຫຼາດແຮງງານ ທັງໃນປັດຈຸບັນ ແລະ ອະນາຄົດ. ທັງນີ້ ກໍເພື່ອປະຕິບັດຕາມທິດຊີ້ນຳທີ່ເນັ້ນໜັກໃຫ້ມີຕົວເລກແຜນຄວາມຕ້ອງການທີ່ຊັດເຈນ, ຮັບປະກັນການກໍ່ສ້າງທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອເພີ່ມໂອກາດໃນການມີວຽກເຮັດງານທຳຂອງນັກຮຽນ-ນັກສຶກສາ ພາຍຫຼັງສຳເລັດການສຶກສາ; ການປັບປຸງຫຼັກສູດ ແລະ ນະໂຍບາຍທຶນ ຕ້ອງໄດ້ສຸມໃສ່ການຄົ້ນຄວ້າ ປັບປຸງຫຼັກສູດການຮຽນ-ການສອນ ໃຫ້ມີຄວາມຫຼາກຫຼາຍ ແນໃສ່ສ້າງທັກສະທີ່ຈຳເປັນ ແລະ ແທດເໝາະກັບສະພາບການປ່ຽນແປງໃໝ່ຂອງໂລກ; ຄົ້ນຄວ້າພິຈາລະນາການສ້າງ ແລະ ບຳລຸງ ສ້າງທັງພາຍໃນ ແລະ ຕ່າງປະເທດ; ພ້ອມທັງຄົ້ນຄວ້າ ປັບປຸງທຶນເບ້ຍລ້ຽງ ໃຫ້ຫັນໄປເປັນທຶນການສຶກສາຂອງລັດຖະບານ ຢ່າງເປັນຮູບປະທຳ.
ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມທຸກທ່ານ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາ, ປະກອບສ່ວນຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ແບ່ງປັນບົດຮຽນເຊິ່ງກັນ ແລະ ກັນ ຢ່າງເລິກເຊິ່ງ ເພື່ອພ້ອມກັນຊອກຫາທາງອອກ ແລະ ວິທີການປັບປຸງການສ້າງແຜນແບ່ງປັນສັບຊ້ອນໃນສົກຮຽນໃໝ່ນີ້ ໃຫ້ປະສົບຜົນສຳເລັດ ແລະ ມີຄຸນນະພາບສູງສຸດ ພ້ອມທັງກ່າວເປີດກອງປະຊຸມຢ່າງເປັນທາງການ.
ສຳລັບກອງປະຊຸມດັ່ງກ່າວ ຈະດຳເນີນໄປເປັນເວລາ 2 ວັນ ລະຫວ່າງ (ວັນທີ 2-3 ກໍລະກົດ 2026), ເຊິ່ງຈະມີການປຶກສາຫາລື ແລະ ສະເໜີບົດປະກອບຄຳເຫັນຈາກຫຼາຍພາກສ່ວນ ທີ່ເປັນປະໂຫຍດແກ່ການພັດທະນາການສຶກສາຂອງຊາດ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ