Skip to main content

ສສກ ເປີດບັ້ນສອບເສັງຈົບຊັ້ນ ມ.7 ບໍາລຸງ ທົ່ວປະເທດ ສົກຮຽນ 2025-2026 ຢ່າງເປັນທາງການ

06/07/2026
ໃນວັນທີ 29 ມິຖຸນາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍບຳລຸງ (ມ.7) ທົ່ວປະເທດ ປະຈໍາສົກຮຽນ 2025-2026 ຂຶ້ນຢ່າງເປັນທາງການ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ (ອອນລາຍ) ໂດຍການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຄະນະຮັບຜິດຊອບຈາກພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ 17 ແຂວງໃນທົ່ວປະເທດ, ຕະຫຼອດຮອດຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜູ້ບໍລິຫານການສຶກສາທຸກຂັ້ນ ທີ່ໄດ້ເອົາໃຈໃສ່ຈັດການຮຽນ-ການສອນ ແລະ ຫ້າງຫາຈັດຕັ້ງການກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນແມ່ນສະຖານທີ່ສອບເສັງ, ກໍາມະການຄຸ້ມຄອງ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອຮັບປະກັນໃຫ້ບັ້ນສອບເສັງດຳເນີນໄປຢ່າງມີປະສິດທິຜົນ. ບັ້ນສອບເສັງຈົບຊັ້ນ ມ.7 ບຳລຸງ ເອກະພາບທົ່ວປະເທດໃນສົກຮຽນນີ້ ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 7-8 ກໍລະກົດ 2026 ທີ່ຈະມາເຖິງນີ້. ໃນສົກຮຽນ 2025-2026 ມີຕົວເລກນັກສອບເສັງທັງໝົດ 725 ຄົນ, ຍິງ 293 ຄົນ (ທຽບໃສ່ສົກຮຽນຜ່ານມາ ແມ່ນຫຼຸດລົງ 93 ຄົນ, ຍິງ 15 ຄົນ).
ໂອກາດດຽວກັນ, ທ່ານຮອງລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສຶກສານອກໂຮງຮຽນ ລະບົບບຳລຸງຍົກລະດັບວ່າ: ເປັນວຽກງານບູລິມະສິດ ແລະ ຍຸດທະສາດທີ່ສຳຄັນຂອງ ພັກ-ລັດຖະບານ ໃນການສ້າງໂອກາດໃຫ້ແກ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຊາວໜຸ່ມຜູ້ທີ່ພາດໂອກາດໄດ້ເຂົ້າເຖິງການສຶກສາຢ່າງທົ່ວເຖິງ, ຍຸຕິທຳ ແລະ ສະເໝີພາບ ເພື່ອສົ່ງເສີມການຮຽນຮູ້ຕະຫຼອດຊີວິດ ແລະ ສ້າງສັງຄົມແຫ່ງພູມປັນຍາ. ພ້ອມທັງເປັນບ່ອນຮອງຮັບ ແລະ ໃຫ້ໂອກາດແກ່ຜູ້ທີ່ປະລະການຮຽນ ໃຫ້ໄດ້ກັບມາຮຽນຈົບການສຶກສາພາກບັງຄັບ ແລະ ສືບຕໍ່ຮຽນໃນລະດັບທີ່ສູງຂຶ້ນ ເພື່ອໄປພັດທະນາຕົນເອງ, ຄອບຄົວ ແລະ ປະເທດຊາດ.
ເພື່ອຮັບປະກັນໃຫ້ການສອບເສັງຄັ້ງນີ້ ດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ, ຍຸຕິທຳ ແລະ ບັນລຸຜົນສໍາເລັດຕາມຄາດໝາຍ, ທ່ານຮອງລັດຖະມົນຕີ ໄດ້ມີທິດຊີ້ນຳ ແລະ ເນັ້ນໜັກບາງຈຸດສໍາຄັນ ໃຫ້ຄະນະກຳມະການທຸກຂັ້ນໃຫ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ປະຕິບັດກົດລະບຽບການສອບເສັງຢ່າງເຂັ້ມງວດ, ໂປ່ງໃສ ແລະ ຍຸຕິທຳ ທີ່ສຸດ; ນັກສອບເສັງຂໍໃຫ້ມີຄວາມໝັ້ນໃຈໃນຕົນເອງ, ນໍາໃຊ້ຄວາມຮູ້ ແລະ ປະສົບການທີ່ໄດ້ຮຽນມາເຂົ້າໃນການສອບເສັງຢ່າງມີສະຕິ, ຮອບຄອບ ແລະ ປະຕິບັດລະບຽບວິໄນການສອບເສັງຢ່າງຊື່ສັດບໍລິສຸດ; ພະແນກສຶກສາທິການ ແລະ ກິລາແຂວງ ສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ ຕາມການແນະນຳຂອງກົມການສຶກສານອກໂຮງຮຽນ; ພ້ອມທັງຖືໂອກາດນີ້ໃນການໂຄສະນາວຽກງານການສຶກສານອກໂຮງຮຽນດ້ວຍຫຼາຍຮູບແບບ ເພື່ອໃຫ້ສັງ ຄົມເຂົ້າໃຈ ແລະ ໃຫ້ການສະໜັບສະໜູນຫຼາຍຂຶ້ນ; ການສະຫຼຸບຕີລາຄາພາຍຫຼັງສິ້ນສຸດການສອບເສັງ, ຕ້ອງມີການສະຫຼຸບ, ຖອດຖອນບົດຮຽນຢ່າງລະອຽດ ເພື່ອເປັນທິດທາງປັບປຸງໃນຕໍ່ໜ້າ ແລະ ລາຍງານໃຫ້ຂັ້ນສູນກາງຮັບຊາບ.
ພາບ-ຂ່າວໂດຍ: ການຈະນາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ