Skip to main content

ຫຼວງພະບາງ ສອບເສັງຄັດເລືອກເອົາທຶນການສຶກສາຮຽນຕໍ່ ສສ ຫວຽດນາມ ແລະ ສປ ຈີນ ສົກຮຽນ 2026-2027

06/07/2026
ແຂວງຫຼວງພະບາງ ໄດ້ຈັດການສອບເສັງຄັດເລືອກເອົາທຶນການສຶກສາຂອງປະເທດ ສສ ຫວຽດນາມ ແລະ ສປ ຈີນ ສົກຮຽນ 2026-2027 ໃນຕອນເຊົ້າວັນທີ 30 ມິຖຸນາ 2026 ນີ້ ທີ່ໂຮງຮຽນມັດທະຍົມສົມບູນ ສັນຕິພາບ ນະຄອນຫຼວງພະບາງ ແຂວງຫຼວງພະບາງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນເສັງ ພິລາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ, ມີຫົວໜ້າ-ຮອງຫົວໜ້າຂະແໜງ, ຄະນະຮັບຜິດຊອບ ແລະ ກຳມະການຍາມຫ້ອງສອບເສັງ, ພ້ອມດ້ວຍ ນ້ອງນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສົມພອນ ດີລີວົງ ຫົວໜ້າຂະແໜງອາຊີວະ ແລະ ການສຶກສາຊັ້ນສູງ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2026-2027 ແຂວງຫຼວງພະບາງໄດ້ຮັບທຶນການສຶກສາລວມທັງໝົດ 121 ທຶນ, ໃນນັ້ນທຶນ ຂອງປະເທດ ສສ ຫວຽດນາມ 55 ທຶນ ແລະ ທຶນຂອງປະເທດ ສປ ຈີນ 66 ທຶນ ໄດ້ເລີ່ມເປີດຮັບຄໍາຮ້ອງການສອບເສັງແຕ່ວັນທີ 8 ມິຖຸນາ 2026 ຫາ ວັນທີ 29 ມິຖຸນາ 2026 ມີຜູ້ເຂົ້າມາສະໝັກລົງທະບຽນສອບເສັງທັງໝົດ 247 ຄົນ, ໃນນີ້ມີຜູ້ສະໝັກເສັງເອົາທຶນຂອງ ປະເທດ ສປ ຈີນ ຈຳນວນ 152 ຄົນ ກວມເອົາ 61,53% ແລະ ຜູ້ສະໝັກເສັງເອົາທຶນຂອງປະເທດ ສສ ຫວຽດນາມ ຈໍານວນ 95 ຄົນ ກວມເອົາ 38,47%. ສຳລັບການຈັດຕັ້ງການສອບເສັງປະກອບມີ 4 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ວິຊາຄະນິດສາດ, ວິຊາພາສາຈີນ ແລະ ພາສາຫວຽດນາມ, ເຊິ່ງຈະເອົາຜູ້ທີ່ໄດ້ຄະແນນສູງສຸດລົງມາຕາມຕາມລໍາດັບເພື່ອຈັດເຂົ້າຕາມທຶນທີ່ ໄດ້ຮັບ ແລະ ລາຍວິຊາ ຂອງນັກສອບເສັງທີ່ໄດ້ລົງທະບຽນ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາແຂວງ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ