Skip to main content
25/06/2026 | ສຶກສາ

ເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນລະດັບສູງ ເດີນທາງມາຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ AMMSTI-22

ໃນລະຫວ່າງວັນທີ 24-25 ມິຖຸນາ 2026, ຄະນະຜູ້ແທນຂັ້ນສູງຈາກຫຼາຍປະເທດ ແລະ ທ່ານເລຂາທິການໃຫຍ່ອາຊຽນ ໄດ້ເດີນທາງເຖິງນະຄອນຫຼວງວຽງຈັນແລ້ວ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (The 22nd ASEAN Ministerial Meeting on Science, Technology and Innovation ຫຼື AMMSTI-22) ພ້ອມດ້ວຍກອງປະຊຸມປິ່ນອ້ອມຕ່າງໆ ໃນລະຫວ່າງວັນທີ 22-26 ມິຖຸນາ 2026 ນີ້ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ໂດຍການຕ້ອນຮັບຂອງ ທ່ານ ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ. ສຳລັບຄະນະຜູ້ແທນທີ່ເດີນທາງມາໃນຄັ້ງນີ້ […]

25/06/2026 | ສຶກສາ

ອາຊຽນ-ສ.ເກົາຫຼີ ສໍາມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ປະຈໍາປີ 2026

ກອງປະຊຸມສຳມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ-ສ.ເກົາຫຼີ ປະຈໍາປີ 2026 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຊອງຮີ ຢອມ (Ms. Sunghee Youm) ຮອງຫົວໜ້າພະແນກຮ່ວມມືຫຼາຍຝ່າຍ, ກົມຮ່ວມມືສາກົນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ສ. ເກົາຫຼີ. ນອກຈາກນີ້ ຍັງມີເຈົ້າໜ້າທີ່ອາວຸໂສຈາກອາຊຽນ ແລະ ຄະນະຜູ້ແທນຈາກ ສ.ເກົາຫຼີ ເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້, ທ່ານ ສຸກສະຫວາດ ສີຫາປັນຍາ ໄດ້ມີຄຳເຫັນໃຫ້ຄວາມສຳຄັນ ແລະ ເນັ້ນໜັກ ຕໍ່ກອງປະຊຸມ ໃນຄັ້ງນີ້ […]

24/06/2026 | ສຶກສາ

ສື່ມວນຊົນ ໃຫ້ຄວາມສຳຄັນ ແລະ ສຸມໃສ່ຮັບໃຊ້ກອງປະຊຸມ AMMSTI-22 ແລະ ກອງປະຊຸມປິ່ນອ້ອມ ຢ່າງຫ້າວຫັນ

ສື່ມວນຊົນຈາກຫຼາກຫຼາຍສຳນັກຂ່າວຫຼັກທາງການຂອງປະເທດ ເຊັ່ນ: ໜັງສືພິມ, ວິທະຍຸ ແລະ ໂທລະພາບ, ແລະ ສື່ອອນລາຍຕ່າງໆ ໄດ້ໃຫ້ຄວາມສຳຄັນ ແລະ ສຸມໃສ່ປະຕິບັດໜ້າທີ່ຢ່າງຫ້າວຫັນ ໃນການຕິດຕາມ, ເກັບກຳ ແລະ ລາຍງານຂ່າວຢ່າງວ່ອງໄວ-ໃກ້ຊິດ ເພື່ອຮັບໃຊ້ກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMMSTI-22) ພ້ອມດ້ວຍກອງປະຊຸມຕ່າງໆທີ່ປິ່ນອ້ອມ ໃນໂອກາດທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 22-26 ມິຖຸນາ 2026 ນີ້ ທີ່ໂຮງແຮມຄຣາວ ພະລາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມລະດັບພາກພື້ນໃນຄັ້ງນີ້ ຖືເປັນເຫດການທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເຊິ່ງສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເພື່ອຮ່ວມກັນກຳນົດທິດທາງ ແລະ ຊຸກຍູ້ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃນຂອບອາຊຽນ ກໍຄືກັບບັນດາປະເທດຄູ່ເຈລະຈາ. ນັບຕັ້ງແຕ່ໄດ້ດຳເນີນກອງປະຊຸມມາແຕ່ວັນທີ 22 ມິຖຸນາ ຜ່ານມາ, ທີມງານສື່ມວນຊົນ ກວ່າ 30 […]

24/06/2026 | ສຶກສາ

ສົ່ງເສີມການຮ່ວມມື ເພື່ອຄວາມກ້າວໜ້າດ້ານພາສາການຮູ້ໜັງສື ແລະ ການຮຽນຮ່ວມສຳລັບເດັກທຸກຄົນ

ສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດເສວະນາກ່ຽວກັບການພັດທະນາທັກສະດ້ານພາສາ ແລະ ການຮຽນຮູ້ໜັງສື ໃນວັນທີ 24 ມິຖຸນາ 2026 ຢູ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ການເຊື່ອມໂຍງພາສາ: ການສະໜັບສະໜູນການພັດທະນາທັກສະດ້ານພາສາລາວ ແລະ ການຮູ້ໜັງສືຂອງເດັກນ້ອຍ ໃນສະພາບການທີ່ມີຄວາມຫຼາກຫຼາຍພາສາໃນ ສປປ ລາວ” ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມະໂນລີ ດົງວັນ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ໄມໂຄ ຄາຣີ ເລຂາເອກສະຖານທູດອົດສະຕຣາລີປະຈຳ ສປປ ລາວ ພ້ອມດ້ວຍບັນດາກົມ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ວິທະຍາໄລຄູ, ຄູ, ຜູ້ອຳນວຍ ການໂຮງຮຽນ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ຄູ່ຮ່ວມພັດທະນາ ແລະ ນັກຄົ້ນຄວ້າ ເພື່ອສົ່ງເສີມການພັດທະນາພາສາ […]

23/06/2026 | ສຶກສາ

ຍີ່ປຸ່ນ ສະໜອງທຶນການສຶກສາ ພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ

ໃນຕອນບ່າຍວັນທີ 22 ມິຖຸນາ 2026 ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ໂຄງການສະໜອງທຶນການສຶກສາໃນການພັດທະນາຊັບພະນາກອນມະນຸດ ຈາກລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ (The Project for Human Resource Development Scholarship) ມູນຄ່າ 378 ລ້ານເຢນ (ປະມານ 3,2 ລ້ານໂດລາສະຫະລັດ) ໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ໂຄອິຊຸມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ຕາງໜ້າລັດຖະບານຍີ່ປຸ່ນ ເປັນຜູ້ລົງນາມ, ໂດຍມີພາກສ່ວນກຽວຂ້ອງຂອງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ. ໂອກາດນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ […]

23/06/2026 | ສຶກສາ

ແຂວງອຸດົມໄຊ ເປີດການສອບເສັງຈົບຊັ້ນ ມ.7 ສົກຮຽນ 2025-2026 ຢ່າງເປັນທາງການ

ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສົກຮຽນ 2025-2026 ຢູ່ສູນສອບເສັງ ມສ ເທດສະບານແຂວງອຸດົມໄຊ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນເວລາ 9:00 ນາທີ ຂອງວັນທີ 17 ມິຖຸນານີ້ 2026, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຸຫວັດ ມະຫາວົງສະນັ່ນ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ທັງເປັນປະທານຄະນະກຳມະການຮັບຜິດຊອບຊີ້ນຳ ແລະ ຕັດສິນການສອບເສັງຈົບຊັ້ນ ມ.7 ຂັ້ນແຂວງ ແລະ ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ, ຄະນະກຳມະການຍາມຫ້ອງເສັງ ແລະ ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການເປີດຫົວບົດສອບເສັງຢູ່ສູນ ມສ ເທດສະບານແຂວງ ເຊິ່ງເປັນສູນໜຶ່ງທີ່ຕັ້ງຢູ່ໃຈກາງເທດສະບານແຂວງ ແມ່ນດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ; ບັນດານ້ອງໆນັກຮຽນມີຄວາມກະຕືລືລົ້ນ […]

23/06/2026 | ສຶກສາ

ຜົນສຳເລັດການແຂ່ງຂັນ “ທູດພາສາຫວຽດນາມແຫ່ງອະນາຄົດ” ຄັ້ງທີ II ເພື່ອຮັດແໜ້ນມິດຕະພາບ ລາວ-ຫວຽດນາມ

ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ຮ່ວມກັບ ຄະນະພາສາຫວຽດນາມ ຂອງສະມາຄົມຊາວຫວຽດນາມ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດການແຂ່ງຂັນ “ທູດພາສາຫວຽດນາມແຫ່ງອະນາຄົດ” ຄັ້ງທີ II ຂຶ້ນຢ່າງເປັນທາງການ ທີ່ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຜູ້ແທນຈາກພາກສ່ວນທີ່ກ່ຽວຂ້ອງ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງຄຶກຄື້ນ. ການຈັດການແຂ່ງຂັນໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງຂະບວນການຝຶກຝົນຫຼໍ່ຫຼອມ, ແລກປ່ຽນຮຽນຮູ້ ແລະ ພັດທະນາທັກສະການນຳໃຊ້ພາສາຫວຽດນາມ ໃຫ້ແກ່ພະນັກງານ ແລະ ເຍົາວະຊົນລາວ. ທັງນີ້ ຍັງເປັນການສຶກສາອົບຮົມໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດແຫ່ງການຮ່ວມສູ້ຮົບ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ […]

23/06/2026 | ສຶກສາ

ສື່ມວນຊົນລາວ ສໍາເລັດການຍົກລະດັບດ້ານການຄຸ້ມຄອງວິທະຍຸ-ໂທລະພາບ ຍຸກໃໝ່ ທີ່ ສປ ຈີນ

ໃນວັນທີ 3-16 ມິຖຸນາ 2026, ຜູ້ເຮັດວຽກງານໃນຂະແໜງການສື່ມວນຊົນຂອງ ສປປ ລາວ ຈໍານວນ 28 ທ່ານ ຈາກຄະນະໂຄສະນາອົບຮົມສູນກາງພັກ ຄື: ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ, ກົມສື່ມວນຊົນ ແລະ ກົມຂໍ້ມູນຂ່າວສານ. ຈາກນີ້ຍັງມີສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນກຳມະບານລາວ, ກົມສື່ມວນຊົນ ກະຊວງປ້ອງກັນຄວາມສະຫງົບ ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ ນໍາພາໂດຍທ່ານ ພັນເອກ ພອນພິລຸນ ປັນຍາສິຣິ ຫົວໜ້າກົມສື່ມວນຊົນ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ສໍາເລັດການຍົກລະດັບຄວາມຮູ້ດ້ານການຄຸ້ມຄອງເຕັກໂນໂລຊີວິທະຍຸ-ໂທລະພາບ ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ ເຊິ່ງໄດ້ຮັບການສະໜັບສະໜູນໂດຍກະຊວງການຄ້າ ແຫ່ງ ສປ ຈີນ ແລະ ຈັດຕັ້ງປະຕິບັດການຝຶກອົບຮົມຂອງ ບໍລິສັດ ວິສະວະກຳ ແລະ ເຕັກໂນໂລຊີການອອກອາກາດ ແລະ ໂທລະພາບສາກົນຈີນ ຈຳກັດ ຫຼື CBIC. […]