Skip to main content
23/06/2026 | ສຶກສາ

ແຂວງບໍ່ແກ້ວ ເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ເອກະພາບທົ່ວປະເທດ ສົກຮຽນ 2025-2026

ໃນວັນທີ 17 ມິຖຸນາ 2026 ນີ້ ຢູ່ທີ່ສູນສອບເສັງ ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ສັນຕິພາບ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ເອກະພາບທົ່ວປະເທດ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີມີ ທ່ານ ຄໍາແສງ ສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ທັງເປັນປະທານຄະນະຊີ້ນຳການສອບເສັງຂັ້ນແຂວງ, ທ່ານ ວັນດີ ທຳມະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ ແລະ ທ່ານ ໄມຊຳ ວິນາວົງ ຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ. ພ້ອມນີີ້ ກໍມີບັນດາຄະນະສະເພາະກິດ, ຄະນະຮັບຜິດຊອບ, ກຳມະການຍາມຫ້ອງສອບເສັງ ຕະຫຼອດຮອດນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ຄະນະຮັບຜິດຊອບບັ້ນສອບເສັງໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2025-2026 ນີ້, ທົ່ວແຂວງບໍ່ແກ້ວ ມີໂຮງຮຽນມັດທະຍົມສຶກສາທີ່ມີຊັ້ນ ມ.7 ທັງໝົດ 19 ແຫ່ງ, ມີນັກສອບເສັງເຂົ້າຮ່ວມທັງໝົດ 1,048 ຄົນ, […]

23/06/2026 | ສຶກສາ

ສສຊ ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ x ຢູ່ກະຊວງ ສສກ

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນ) ຊຸດທີ V ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ລົງເຄື່ອນໄຫວພົບປະພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ພະນັກງານວິຊາການ ຢູ່ກະຊວງສຶກສາທິການ ແລະ ກິລາ (ສສກ) ໃນວັນທີ 19 ມິຖຸນາ 2026 ນີ້ ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ນຳພາໂດຍ ທ່ານ ນາງ ກັນທິນາ ປ້ານອິນຫວນ ກຳມະການໜ່ວຍພັກຮາກຖານ, ຫົວໜ້າກົມຕິດຕາມກວດກາວຽກຍຸຕິທຳ, ກຳມາທິການຍຸຕິທຳ ສະພາແຫ່ງຊາດ, ທັງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ທ່ານ ປອ ໄພທູນ ທ່ຽງລະໄມ ກຳມະການຄະນະພັກກະຊວງ, ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ, ທັງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ […]

23/06/2026 | ສຶກສາ

ພາບແຫ່ງຄວາມປະທັບໃຈ! ນັກຮຽນ ມ.7 ແຂວງອຸດົມໄຊ ຮ່ວມໃຈບໍລິຈາກຊຸດນັກຮຽນ ເພື່ອນ້ອງເຂດຫ່າງໄກສອກຫຼີກ ຫຼັງສອບເສັງຈົບຊັ້ນ ສົກຮຽນ 2025-2026

ໃນລະຫວ່າງວັນທີ 17-19 ມິຖຸນາ 2026 ທີ່ຜ່ານມາ, ເຊິ່ງເປັນໄລຍະການດຳເນີນບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສົກຮຽນ 2025-2026. ໂດຍປະຕິບັດຕາມທິດຊີ້ນຳ ແລະ ຂໍ້ຫ້າມຂອງກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ, ຄະນະຊີ້ນຳ ແລະ ຕິດຕາມລະດັບສູງຂອງແຂວງອຸດົມໄຊ ແລະ ຂັ້ນສູນກາງ ເຊິ່ງຮ່ວມນຳພາໂດຍ ທ່ານ ສຸຫວັດ ມະຫາວົງສະນັ່ນ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ, ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊີ້ນຳການຈັດຕັ້ງປະຕິບັດຕົວຈິງ ຢູ່ບັນດາໂຮງຮຽນມັດທະຍົມສົມບູນ (ມສ) ພາຍໃນແຂວງດັ່ງກ່າວຢ່າງໃກ້ຊິດ. ​ໃນການລົງເຄື່ອນໄຫວຕິດຕາມການສອບເສັງໃນຄັ້ງນີ້, ຄະນະຊີ້ນຳໄດ້ເດີນທາງໄປຕິດຕາມ ແລະ ຊີ້ນຳວຽກງານຢູ່ຫຼາຍຈຸດສຳຄັນ ເຊັ່ນ: ມສ ເທດສະບານແຂວງອຸດົມໄຊ, […]

23/06/2026 | ສຶກສາ

ວລ ລາວ-ທ໊ອບ ຮ່ວມມືກັບ ບໍລິສັດ ຊີພີ ລາວ ແລະ ບໍລິສັດ ເບຍລາວ ພັດທະນາສັກກາຍະພາບນັກສຶກສາສູ່ສາກົນ

ເມື່ອວັນທີ 19 ມິຖຸນາ 2026 ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມມືທາງດ້ານວິຊາການ ແລະ ການພັດທະນາສັກກາຍະພາບນັກສຶກສາ ລະຫວ່າງ ວິທະຍາໄລ ລາວ-ທ໊ອບ (Lao-Top College), ບໍລິສັດ ຊີພີ ລາວ ຈໍາກັດ ແລະ ບໍລິສັດ ເບຍລາວ ຈໍາກັດ ໂດຍໃຫ້ກຽດລົງນາມຂອງທ່ານ ປທ ພັນທະວິໄລ ນວນຮຸ່ນ ຜູ້ອຳນວຍການວິທະຍາໄລ ລາວ-ທ໊ອບ ແລະ ທ່ານ ນາງ ສົມຍາ ລັດສະໝີ ກຳມະການຜູ້ຈັດການ ບໍລິສັດ ຊີພີ ລາວ ຈໍາກັດ ແລະ ທ່ານ ນາງ ສີພັນ ພະມະວັນ ຜູ້ຈັດການຝ່າຍພັດທະນາອົງກອນ ບໍລິສັດເບຍລາວ ຈຳກັດ, ມີຄະນະບໍລິຫານງານ, ຜູ້ຕາງໜ້າຈາກທັງສາມຝ່າຍ, ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ. ການຮ່ວມມືໃນຄັ້ງນີ້, ແມ່ນເພື່ອສ້າງຂົວຕໍ່ລະຫວ່າງພາກທິດສະດີໃນສະຖາບັນການສຶກສາ […]

23/06/2026 | ສຶກສາ

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20 ໄຂຂຶ້ນມື້ນີ້ ທີ່ນະຄອນຫຼວງວຽງຈັນ

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20 (The 20th Meeting of the Board of Advisory Council) ຫຼື BAC-20 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 22 ມິຖຸນາ 2026 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການນຳພາຮ່ວມຂອງ ທ່ານ ປອ ໄຄຣູນ ຣີຊັນ (Dr. Khairul Rizal) ຫົວໜ້າອົງການວິໄຈ ແລະ ນະວັດຕະກຳແຫ່ງຊາດ ປະເທດອິນໂດເນເຊຍ ທັງເປັນປະທານຄະນະກຳມະການ BAC ແລະ ທ່ານ ປອ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດຕາເວັນອອກສ່ຽງໃຕ້ ຫຼື ຊີເມວ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ເຊິ່ງມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ ແລະ ພາກເອກະຊົນເຂົ້າຮ່ວມຢ່າງພ້ອມພຽງ. […]

23/06/2026 | ສຶກສາ

ເປີດຊຸດຝຶກອົບຮົມວຽກງານສື່ມວນຊົນ ພາຍໃຕ້ຫົວຂໍ້ “ທັກສະການນຳໃຊ້ ເຄື່ອງມືປັນຍາປະດິດ ເຂົ້າໃນສື່ຫຼາຍແພລດຟອມຫຼາຍມິຕິ

ພິທີເປີດຊຸດຝຶກອົບຮົມວຽກງານສື່ມວນຊົນ ຊຸດທີ 1 ພາຍໃຕ້ຫົວຂໍ້ “ທັກສະການນຳໃຊ້ເຄື່ອງມືປັນຍາປະດິດ ເຂົ້າໃນສື່ຫຼາຍແພຼດຟອມ, ຫຼາຍມິຕິ” ໄດ້ຈັດຂຶ້ນຢ່າງເປັນທາງການໃນຄັ້ງວັນທີ 22 ມິຖຸນາ 2026 ຢູ່ທີ່ຫ້ອງສະຫຼອງໄຊ ຊັ້ນ 2, ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ໄດ້ຮັບກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ທ່ານ ນາງ ດັງທິເຟືອງທ່າວ ຮອງຫົວໜ້າກົມສື່ມວນຊົນ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຫ່ງ ສສ ຫວຽດນາມ. ຄຽງຄູ່ກັນນັ້ນ, ມີບັນດາທ່ານວິທະຍາກອນ ພ້ອມດ້ວຍນັກສໍາມະນາກອນ ຈາກບັນດາສື່ມວນຊົນຕ່າງໆ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມທັງໝົດ ຈຳນວນ 35 ທ່ານ, ຍິງ 8 ທ່ານ. ໃນນັ້ນ, ພິເສດມີຕົວແທນນັກສໍາມະນາກອນຈາກທ້ອງຖິ່ນ ຈຳນວນ 5 […]

23/06/2026 | ສຶກສາ

BAC-20 ກຽມພ້ອມເປີດໂຄງການລົງທຶນ ພາຍໃຕ້ຫົວຂໍ້: “ສິ່ງທ້າທາຍອັນຍິ່ງໃຫຍ່ຂອງອາຊຽນ: ການສ້າງພາກພື້ນທີ່ເຂັ້ມແຂງ ແລະ ມີຄວາມສາມາດແຂ່ງຂັນ ດ້ວຍເຕັກໂນໂລຊີ ເອໄອ”

ກອງປະຊຸມຄະນະທີ່ປຶກສາຄະນະກໍາມະການອາຊຽນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຄັ້ງທີ 20 (BAC-20) ຊຶ່ງໄດ້ຈັດຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 22 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ກະກຽມຄວາມພ້ອມໃນການເປີດ “ໂຄງການທຶນ ASTIF ປະຈໍາປີ 2026” ພາຍໃຕ້ຫົວຂໍ້: “ສິ່ງທ້າທາຍອັນຍິ່ງໃຫຍ່ຂອງອາຊຽນ: ການສ້າງພາກພື້ນທີ່ເຂັ້ມແຂງ ແລະ ມີຄວາມສາມາດແຂ່ງຂັນ ດ້ວຍເຕັກໂນໂລຊີ AI” ພ້ອມທັງໄດ້ສະເໜີໃຫ້ປະເທດສະມາຊິກ ນໍາໃຊ້ໂຄງລ່າງພື້ນຖານລະບົບຄອມພິວເຕີສະມັດຖະພາບສູງ (HPC) ເຂົ້າໃນການພັດທະນາ ແລະ ສະເໜີໂຄງການຄົ້ນຄວ້າດັ່ງກ່າວ. ກອງປະຊຸມ ໄດ້ຕົກລົງເຫັນດີກັນໃນຫຼາຍບັນຫາ ແນໃສ່ເພື່ອຮ່າງບົດລາຍງານສະເໜີຕໍ່ກອງປະຊຸມຄະນະກໍາມະການອາຊຽນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຄັ້ງທີ 89 (COSTI-89) ພາຍໃຕ້ການນຳພາຮ່ວມຂອງ ທ່ານ ປອ ໄຄຣູນ ຣີຊັນ (Dr. Khairul Rizal) ຫົວໜ້າກົມວັດແທກ […]

23/06/2026 | ສຶກສາ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 89 ໄຂຂຶ້ນຢູ່ ນະຄອນຫຼວງວຽງຈັນ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 89 (COSTI-89) ໄຂຂຶ້ນເປັນທາງການ ໃນຕອນເຊົ້າວັນທີ 23 ມິຖຸນາ 2026 ຢູ່ນະຄອນຫຼວງວຽງຈັນ ທີ່ສປປ ລາວເຮົາ ຮັບກຽດເປັນເຈົ້າພາບ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ທ່ານ ປອ ນາກູເລັນດຣານ ກັນກາຢາດກາຣຸຊູ ເຈົ້າໜ້າທີ່ອາວຸໂສ ກະຊວງ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ມາເລເຊຍ. ພ້ອມນີ້ຍັງມີຜູ້ແທນຈາກ 11 ຊາດສະມາຊິກອາຊຽນ ພ້ອມດ້ວຍຕົວແທນຈາກພາກເອກະຊົນ ແລະ ກອງເລຂາອາຊຽນເຂົ້າຮ່ວມ. ໂອກາດນີ້, ທ່ານ ສຸກສະຫວາດ ສີຫາປັນຍາ ໄດ້ມີຄຳເຫັນກ່າວເປີດກອງປະຊຸມບາງຕອນ ວ່າ: ກອງປະຊຸມໃນຄັ້ງນີ້, ພວກເຮົາພົບວ່າຕົນເອງກຳລັງຢູ່ໃນຈຸດປ່ຽນອັນສຳຄັນ ທ່າມກາງສະພາບການທົ່ວໂລກ […]