Skip to main content

ພາບແຫ່ງຄວາມປະທັບໃຈ! ນັກຮຽນ ມ.7 ແຂວງອຸດົມໄຊ ຮ່ວມໃຈບໍລິຈາກຊຸດນັກຮຽນ ເພື່ອນ້ອງເຂດຫ່າງໄກສອກຫຼີກ ຫຼັງສອບເສັງຈົບຊັ້ນ ສົກຮຽນ 2025-2026

23/06/2026
ໃນລະຫວ່າງວັນທີ 17-19 ມິຖຸນາ 2026 ທີ່ຜ່ານມາ, ເຊິ່ງເປັນໄລຍະການດຳເນີນບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສົກຮຽນ 2025-2026. ໂດຍປະຕິບັດຕາມທິດຊີ້ນຳ ແລະ ຂໍ້ຫ້າມຂອງກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ, ຄະນະຊີ້ນຳ ແລະ ຕິດຕາມລະດັບສູງຂອງແຂວງອຸດົມໄຊ ແລະ ຂັ້ນສູນກາງ ເຊິ່ງຮ່ວມນຳພາໂດຍ ທ່ານ ສຸຫວັດ ມະຫາວົງສະນັ່ນ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ, ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊີ້ນຳການຈັດຕັ້ງປະຕິບັດຕົວຈິງ ຢູ່ບັນດາໂຮງຮຽນມັດທະຍົມສົມບູນ (ມສ) ພາຍໃນແຂວງດັ່ງກ່າວຢ່າງໃກ້ຊິດ.
​ໃນການລົງເຄື່ອນໄຫວຕິດຕາມການສອບເສັງໃນຄັ້ງນີ້, ຄະນະຊີ້ນຳໄດ້ເດີນທາງໄປຕິດຕາມ ແລະ ຊີ້ນຳວຽກງານຢູ່ຫຼາຍຈຸດສຳຄັນ ເຊັ່ນ: ມສ ເທດສະບານແຂວງອຸດົມໄຊ, ມສ ເມືອງໄຊ, ມສ ເມືອງຮຸນ ແລະ ມສ ເມືອງນາໝໍ້ ໂດຍມີຈຸດປະສົງຫຼັກໃນການຊຸກຍູ້ ແລະ ຕິດຕາມບັ້ນການສອບເສັງຈົບຊັ້ນ ມ.7 ໃຫ້ດຳເນີນໄປດ້ວຍດີ, ມີບັນຍາກາດຟົດຟື້ນ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ທຸກປະການ; ​ເນັ້ນໜັກໃຫ້ນັກຮຽນຫ້າມຂີດຂຽນ ຫຼື ເຊັນໃສ່ເສື້ອຂາວ ພາຍຫຼັງສຳເລັດການສອບເສັງ, ໂຮງຮຽນທຸກແຫ່ງຕ້ອງໄດ້ແນະນຳ ແລະ ຄວບຄຸມບໍ່ໃຫ້ນັກຮຽນປະຕິບັດພຶດຕິກຳດັ່ງກ່າວ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ, ຮັກສາຮີດຄອງປະເພນີອັນດີງາມ ແລະ ຄຸນຄ່າຂອງຊຸດນັກຮຽນລາວ; ໂຮງຮຽນແຫ່ງຕ່າງໆ ໄດ້ຮ່ວມກັນຈັດກິດຈະກຳຮັບບໍລິຈາກ ເສື້ອຂາວ ແລະ ສິ້ນນັກຮຽນ ທີ່ຍັງມີສະພາບດີ ຈາກນັກຮຽນທີ່ເສັງຈົບຊັ້ນ ເພື່ອນຳໄປມອບຕໍ່ ແລະ ແຈກຢາຍໃຫ້ແກ່ນ້ອງໆ ນັກຮຽນຜູ້ທີ່ຍັງຂາດເຂີນ ແລະ ມີເງື່ອນໄຂທຸກຍາກຢູ່ໃນເຂດຫ່າງໄກສອກຫຼີກ.
​ຜ່ານການຕິດຕາມຕົວຈິງ, ທ່ານ ສຸຫວັດ ມະຫາວົງສະນັ່ນ, ທ່ານ ນາງ ນວມຄຳ ຈັນທະບູລີ ແລະ ທ່ານ ສີວອນ ເພັງມີໄຊ ພ້ອມຄະນະ ໄດ້ສະແດງຄວາມຊົມເຊີຍຕໍ່ຜຄ້ບໍລິຫານໂຮງຮຽນ, ພະນັກງານ, ຄູ-ອາຈານ ແລະ ບັນດານ້ອງນັກຮຽນໂຮງຮຽນມັດທະຍົມສົມບູນ ພາຍໃນແຂວງອຸດົມໄຊ ໂດຍສະເພາະແມ່ນ ມສ ເທດສະບານແຂວງ, ມສ ເມືອງໄຊ, ມສ ເມືອງຮຸນ ແລະ ມສ ເມືອງນາໝໍ້ ທີ່ສາມາດເຮັດໄດ້ດີ ແລະ ຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳ. ພິເສດ ນ້ອງນັກຮຽນຈຳນວນຫຼາຍໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ ໂດຍການນຳເອົາຊຸດນັກຮຽນມາຮ່ວມບໍລິຈາກດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ ເພື່ອສົ່ງຕໍ່ໂອກາດທາງການສຶກສາໃຫ້ແກ່ໝູ່ເພື່ອນ ແລະ ນ້ອງໆ ຜູ້ທຸກຍາກ.
​ມາດຕະການນີ້ ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນປະກົດການຫຍໍ້ທໍ້ ແລະ ການຟຸມເຟືອຍພາຍຫຼັງເສັງຈົບເທົ່ານັ້ນ, ແຕ່ຍັງເປັນການສ້າງຈິດສຳນຶກທີ່ດີໃນການແບ່ງປັນ, ຄວາມສາມັກຄີຮັກແພງ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນໃນສັງຄົມລາວ ພາຍໃຕ້ການເອົາໃຈໃສ່ຢ່າງໃກ້ຊິດຈາກກະຊວງສຶກສາທິການ ແລະ ກິລາ ກໍຄືອົງການປົກຄອງແຂວງອຸດົມໄຊ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ