ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20 ໄຂຂຶ້ນມື້ນີ້ ທີ່ນະຄອນຫຼວງວຽງຈັນ
23/06/2026

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20 (The 20th Meeting of the Board of Advisory Council) ຫຼື BAC-20 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 22 ມິຖຸນາ 2026 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການນຳພາຮ່ວມຂອງ ທ່ານ ປອ ໄຄຣູນ ຣີຊັນ (Dr. Khairul Rizal) ຫົວໜ້າອົງການວິໄຈ ແລະ ນະວັດຕະກຳແຫ່ງຊາດ ປະເທດອິນໂດເນເຊຍ ທັງເປັນປະທານຄະນະກຳມະການ BAC ແລະ ທ່ານ ປອ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດຕາເວັນອອກສ່ຽງໃຕ້ ຫຼື ຊີເມວ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ເຊິ່ງມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ ແລະ ພາກເອກະຊົນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້, ຍັງໄດ້ຮັບຟັງການລາຍງານ ແລະ ປຶກສາຫາລື ຫຼາຍວາລະທີ່ສຳຄັນ ໂດຍສະເພາະແມ່ນການຕິດຕາມຄວາມຄືບໜ້າຂອງແຜນວຽກບຸລິມະສິດທາງດ້ານເສດຖະກິດ (Priority Economic Deliverables – PED) ປະຈຳປີ 2025 ແລະ 2026 ຂອງ COSTI ເປັນຕົ້ນແມ່ນຜົນສຳເລັດໂຄງການເລີ່ມຕົ້ນທຸລະກິດເຕັກໂນໂລຊີອາຊຽນ (ASEAN Tech Startup Ignite) ໄລຍະທີ II ປີ 2025 ເຊິ່ງສະເໜີໂດຍປະເທດມາເລເຊຍ; ຄວາມຄືບໜ້າຂອງຮ່າງຖະແຫຼງການອາຊຽນ ວ່າດ້ວຍການສົ່ງເສີມການຮ່ວມມືດ້ານນະວັດຕະກຳ, ເຕັກໂນໂລຊີ ແລະ ວິທະຍາສາດອະວະກາດ ແລະ ແຜນງານພາກພື້ນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ວ່າດ້ວຍປັນຍາປະດິດ (AI) ໄລຍະທີ I ດ້ານສຸຂະພາບ ປີ 2026 ເຊິ່ງສະເໜີ ແລະ ນຳສະເໜີໂດຍປະເທດຟີລິບປິນ ພາຍໃຕ້ການເປັນປະທານຮ່ວມຂອງ ສປປ ລາວ.
ນອກຈາກນີ້, ຄະນະຜູ້ແທນໄດ້ຮ່ວມກັນພິຈາລະນາຮັບຮອງເອົາຂໍ້ສະເໜີໝາກຜົນວຽກງານທີ່ສຳຄັນ ປະຈຳປີ 2027 (2027 AMD) ພາຍໃຕ້ ຂໍ້ລິເລີ່ມ ASEAN-EU Elevate ເພື່ອຍົກສູງຂີດຄວາມສາມາດຂອງຫ້ອງການຖ່າຍທອດເຕັກໂນໂລຊີອາຊຽນ ເຊິ່ງເປັນການຮ່ວມມືລະຫວ່າງ ອາຊຽນ ແລະ ສະຫະພາບເອີຣົບ.
ໃນຂະນະດຽວກັນ, ກອງເລຂາອາຊຽນ (ASEC) ກໍໄດ້ລາຍງານຄວາມຄືບໜ້າກ່ຽວກັບສະຖານະພາບທາງດ້ານການເງິນ ແລະ ການປະກອບສ່ວນເຂົ້າໃນກອງທຶນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (ASTIF) ພ້ອມທັງປະກາດແຜນການຮັບຂໍ້ສະເໜີໂຄງການພາຍໃຕ້ກອງທຶນ ASTIF Call 2026 ເພື່ອເປີດໂອກາດໃຫ້ບັນດານັກວິໄຈໃນອາຊຽນໄດ້ຍື່ນສະເໜີໂຄງການຮ່ວມມືດ້ານເຕັກໂນໂລຊີ.
ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນປະຕິບັດງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (APASTI) 2026-2035 ໃຫ້ມີປະສິດທິຜົນສູງສຸດ, ກອງປະຊຸມຍັງໄດ້ຮັບຟັງຄວາມຄືບໜ້າການພັດທະນາແຜນຄວບຄຸມການຕິດຕາມ ແລະ ປະເມີນຜົນ (M&E Dashboard) ພ້ອມທັງໄດ້ທົບທວນຂໍ້ກຳນົດໜ້າວຽກ (ToR) ຂອງບັນດາອົງກອນພາຍໃຕ້ການຊີ້ນຳຂອງ COSTI ເພື່ອໃຫ້ສອດຄ່ອງກັບທິດທາງການພັດທະນາໃນອະນາຄົດ.
ໃນຕອນທ້າຍຂອງກອງປະຊຸມ, ຄະນະຜູ້ແທນໄດ້ຮ່ວມກັນພິຈາລະນາຮັບຮອງເອົາບົດລາຍງານຂອງກອງປະຊຸມ BAC-20 ບົນພື້ນຖານການລໍຖ້າການຢືນຢັນພາຍຫຼັງ. ພ້ອມນີ້, ປະເທດຫວຽດນາມ ໄດ້ສະເໜີຕົວເປັນເຈົ້າພາບ ໃນການຈັດກອງປະຊຸມຄະນະກຳມະການທີ່ປຶກສາ BAC ຄັ້ງຕໍ່ໄປ (BAC-21) ທີ່ຈະຈັດຂຶ້ນໃນຄັ້ງໜ້າ.
ກອງປະຊຸມ BAC-20 ໄດ້ອັດລົງໃນມື້ດຽວກັນ ດ້ວຍຜົນສຳເລັດອັນຈົບງາມ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ແລະ ບັນດາປະເທດສະມາຊິກອາຊຽນ ໃນການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຂັບເຄື່ອນເສດຖະກິດພາກພື້ນໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງຍືນຍົງ.














