ເປີດຊຸດຝຶກອົບຮົມວຽກງານສື່ມວນຊົນ ພາຍໃຕ້ຫົວຂໍ້ “ທັກສະການນຳໃຊ້ ເຄື່ອງມືປັນຍາປະດິດ ເຂົ້າໃນສື່ຫຼາຍແພລດຟອມຫຼາຍມິຕິ
23/06/2026

ພິທີເປີດຊຸດຝຶກອົບຮົມວຽກງານສື່ມວນຊົນ ຊຸດທີ 1 ພາຍໃຕ້ຫົວຂໍ້ “ທັກສະການນຳໃຊ້ເຄື່ອງມືປັນຍາປະດິດ ເຂົ້າໃນສື່ຫຼາຍແພຼດຟອມ, ຫຼາຍມິຕິ” ໄດ້ຈັດຂຶ້ນຢ່າງເປັນທາງການໃນຄັ້ງວັນທີ 22 ມິຖຸນາ 2026 ຢູ່ທີ່ຫ້ອງສະຫຼອງໄຊ ຊັ້ນ 2, ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ໄດ້ຮັບກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ທ່ານ ນາງ ດັງທິເຟືອງທ່າວ ຮອງຫົວໜ້າກົມສື່ມວນຊົນ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຫ່ງ ສສ ຫວຽດນາມ. ຄຽງຄູ່ກັນນັ້ນ, ມີບັນດາທ່ານວິທະຍາກອນ ພ້ອມດ້ວຍນັກສໍາມະນາກອນ ຈາກບັນດາສື່ມວນຊົນຕ່າງໆ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມທັງໝົດ ຈຳນວນ 35 ທ່ານ, ຍິງ 8 ທ່ານ. ໃນນັ້ນ, ພິເສດມີຕົວແທນນັກສໍາມະນາກອນຈາກທ້ອງຖິ່ນ ຈຳນວນ 5 ທ່ານ ທີ່ມາຈາກແຂວງສະຫວັນນະເຂດ, ຈຳປາສັກ, ຄຳມ່ວນ, ວຽງຈັນ ແລະ ແຂວງຫຼວງພະບາງ.
ໃນພິທີເປີດ, ທ່ານ ວັນສີ ກົວມົວ ໄດ້ໃຫ້ກຽດມີຄຳເຫັນກ່າວເປີດຊຸດຝຶກອົບຮົມຢ່າງເປັນທາງການ ເຊິ່ງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເຕັກໂນໂລຊີໃນຍຸກປັດຈຸບັນວ່າ: ພຽງແຕ່ໃນເວລາບໍ່ເທົ່າໃດປີ, ປັນຍາປະດິດ ຫຼື AI ໄດ້ກາຍເປັນໜຶ່ງໃນເຕັກໂນໂລຊີ ທີ່ມີອັດຕາການຂະຫຍາຍຕົວໄວທີ່ສຸດໃນປະຫວັດສາດ ແລະ ພວມກ້າວເຂົ້າສູ່ການປ່ຽນແປງຮູບແບບການເຮັດວຽກ, ການສ້າງສັນເນື້ອຫາຂອງມະນຸດ. ສຳລັບຂົງເຂດວຽກງານສື່ມວນຊົນ ແລະ ວາລະສານ, AI ບໍ່ພຽງແຕ່ແມ່ນທ່າອ່ຽງເຕັກໂນໂລຊີໃໝ່ເທົ່ານັ້ນ, ແຕ່ພວມກາຍເປັນເຄື່ອງມືສະໜັບສະໜູນທີ່ສໍາຄັນໃນເກືອບທຸກຂັ້ນຕອນຂອງຂະບວນການຜະລິດເນື້ອຫາ. ສໍາລັບນັກຂ່າວໃນຍຸກດິຈິຕອນ, ສິ່ງສໍາຄັນທີ່ສຸດບໍ່ແມ່ນການແຂ່ງຂັນກັບ AI ແຕ່ແມ່ນການຮຽນຮູ້ນຳໃຊ້ AI ຢ່າງມີປະສິດທິພາບ ເພື່ອຍົກສູງສະມັດຖະພາບການເຮັດວຽກ.
ເຖິງຢ່າງໃດກໍຕາມ, ຄວາມຮັບຜິດຊອບທາງດ້ານວິຊາຊີບ, ຈັນຍາບັນວິຊາຊີບ, ຄວາມຖືກຕ້ອງ ແລະ ການຕັດສິນໃຈສຸດທ້າຍ ແມ່ນຍັງເປັນຂອງມະນຸດສະເໝີ. ສະນັ້ນ, ຊຸດຝຶກອົບຮົມຄັ້ງນີ້ ຈຶ່ງເປັນໂອກາດອັນດີທີ່ນັກສໍາມະນາກອນທຸກທ່ານ ຈະໄດ້ຍົກລະດັບທັກສະ ແລະ ຫັນປ່ຽນການເຄື່ອນໄຫວສື່ມວນຊົນໃຫ້ກ້າວໄປສູ່ຄວາມທັນສະໄໝ.”
ໃນໂອກາດດຽວກັນ, ທ່ານ ນາງ ດັງ ທິ ເຟືອງ ຖ້າວ ກໍໄດ້ມີຄຳເຫັນແລກແປງ ແລະ ສະແດງຄວາມມຸ່ງໝັ້ນໃນການຮ່ວມມືພັດທະນາວຽກງານສື່ມວນຊົນລະຫວ່າງສອງປະເທດ.
ຊຸດຝຶກອົບຮົມໃນຄັ້ງນີ້ ຈະດຳເນີນໄປເປັນເວລາ 5 ວັນ (ລະຫວ່າງວັນທີ 22-26 ມິຖຸນາ 2026). ໂດຍນັກສໍາມະນາກອນຈະໄດ້ຮຽນຮູ້ ແລະ ຝຶກປະຕິບັດຕົວຈິງໃນ 2 ຊຸດວິຊາຫຼັກ ຄື: (ວັນທີ 22-24 ມິຖຸນາ): ເນັ້ນໃສ່ທັກສະການນຳໃຊ້ເຄື່ອງມື AI ເຂົ້າໃນສື່ຫຼາຍແພລດຟອມ, ການສ້າງຄຳສັ່ງ (Prompt) ສຳລັບຂໍ້ຄວາມ, ຮູບພາບ, ວິດີໂອ, ສຽງ ແລະ ການສ້າງຜູ້ຊ່ວຍ AI (AI Assistant) ພ້ອມທັງຮຽນຮູ້ກ່ຽວກັບຈັນຍາບັນ ແລະ ຄວາມສ່ຽງຂອງ AI,(ວັນທີ 24-26 ມິຖຸນາ): ເນັ້ນໃສ່ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ ເທິງໂທລະສັບມືຖື (Mobile Journalism) ເຊັ່ນ ເຕັກນິກການຖ່າຍພາບ, ການຕັດຕໍ່ວິດີໂອ ແລະ ການປະມວນຜົນສຽງ.
ນອກຈາກການຮຽນທິດສະດີ ແລະ ປະຕິບັດຕົວຈິງຢູ່ໃນຫ້ອງສະໝຸດແລ້ວ, ຄະນະຈັດຕັ້ງຍັງຈະໄດ້ພານັກສໍາມະນາກອນ ໄປທັດສະນະສຶກສາ ແລະ ປະຕິບັດຕົວຈິງຢູ່ ພິພິດຕະພັນສິນລະປະລາວ ແລະ ບາງໜ່ວຍງານສື່ມວນຊົນຂອງ ສປປ ລາວ ຕື່ມອີກ.
ໂດຍ: ອັກສອນສິນ ພົມມະຈັນ















