Skip to main content

BAC-20 ກຽມພ້ອມເປີດໂຄງການລົງທຶນ ພາຍໃຕ້ຫົວຂໍ້: “ສິ່ງທ້າທາຍອັນຍິ່ງໃຫຍ່ຂອງອາຊຽນ: ການສ້າງພາກພື້ນທີ່ເຂັ້ມແຂງ ແລະ ມີຄວາມສາມາດແຂ່ງຂັນ ດ້ວຍເຕັກໂນໂລຊີ ເອໄອ”

23/06/2026
ກອງປະຊຸມຄະນະທີ່ປຶກສາຄະນະກໍາມະການອາຊຽນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຄັ້ງທີ 20 (BAC-20) ຊຶ່ງໄດ້ຈັດຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 22 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ກະກຽມຄວາມພ້ອມໃນການເປີດ “ໂຄງການທຶນ ASTIF ປະຈໍາປີ 2026” ພາຍໃຕ້ຫົວຂໍ້: “ສິ່ງທ້າທາຍອັນຍິ່ງໃຫຍ່ຂອງອາຊຽນ: ການສ້າງພາກພື້ນທີ່ເຂັ້ມແຂງ ແລະ ມີຄວາມສາມາດແຂ່ງຂັນ ດ້ວຍເຕັກໂນໂລຊີ AI” ພ້ອມທັງໄດ້ສະເໜີໃຫ້ປະເທດສະມາຊິກ ນໍາໃຊ້ໂຄງລ່າງພື້ນຖານລະບົບຄອມພິວເຕີສະມັດຖະພາບສູງ (HPC) ເຂົ້າໃນການພັດທະນາ ແລະ ສະເໜີໂຄງການຄົ້ນຄວ້າດັ່ງກ່າວ.
ກອງປະຊຸມ ໄດ້ຕົກລົງເຫັນດີກັນໃນຫຼາຍບັນຫາ ແນໃສ່ເພື່ອຮ່າງບົດລາຍງານສະເໜີຕໍ່ກອງປະຊຸມຄະນະກໍາມະການອາຊຽນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຄັ້ງທີ 89 (COSTI-89) ພາຍໃຕ້ການນຳພາຮ່ວມຂອງ ທ່ານ ປອ ໄຄຣູນ ຣີຊັນ (Dr. Khairul Rizal) ຫົວໜ້າກົມວັດແທກ ແລະ ຕົວຊີ້ວັດ ເພື່ອການຄົ້ນຄວ້າ, ເຕັກໂນໂລຊີ ແລະ ນະວັດຕະກໍາ ອົງການຄົ້ນຄວ້າ ແລະ ນະວັດຕະກໍາແຫ່ງຊາດອິນໂດເນເຊຍ, ຫົວໜ້າອົງການວິໄຈ ແລະ ນະວັດຕະກຳແຫ່ງຊາດອິນໂດເນເຊຍ ທັງເປັນປະທານຄະນະກຳມະການ BAC ແລະ ທ່ານ ປອ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການສູນການສຶກສາ ເພື່ອພັດທະນາຊຸມຊົນຂົງເຂດຕາເວັນອອກສ່ຽງໃຕ້ ຫຼື ຊີເມວ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ. ພ້ອມນີ້ຍັງມີຜູ້ແທນຈາກ ບຣູໄນ, ກໍາປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ, ຕີມໍ ແລັດສະເຕ, ຫວຽດນາມ ພ້ອມດ້ວຍຕົວແທນຈາກພາກເອກະຊົນ ແລະ ກອງເລຂາອາຊຽນເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ໄຄຣູນ ຣີຊັນ ໄດ້ສະຫຼຸບ ແລະ ສະເໜີບັນຫາສໍາຄັນຕ່າງໆ ເພື່ອໃຫ້ COSTI ພິຈາລະນາ ແລະ ຮັບຮອງ ດັ່ງນີ້: ກອງປະຊຸມໄດ້ຮັບຊາບສະຖານະທາງດ້ານການເງິນຂອງກອງທຶນ ASTIF (ຂໍ້ມູນໝົດກໍານົດ 31 ພຶດສະພາ 2026) ເຊິ່ງມີຍອດເງິນຄົງເຫຼືອທັງໝົດ 12,206,744.43 ໂດລາສະຫະລັດ. ໃນນັ້ນ, ມີດອກເບ້ຍສະສົມທີ່ສາມາດນໍາມາໃຊ້ຈ່າຍໃນການເຄື່ອນໄຫວວຽກງານຂອງ COSTI ແລະ ຄະນະອະນຸກໍາມະການຕ່າງໆ ຈໍານວນ 1,360,276.368 ໂດລາສະຫະລັດ. ສ່ວນທຶນກໍ່ຕັ້ງ (Seed Fund) ຈໍານວນ 12,416,937.96 ໂດລາສະຫະລັດ ແມ່ນໄດ້ຝາກປະຈໍາ 6 ເດືອນໄວ້ກັບທະນາຄານ ດ້ວຍອັດຕາດອກເບ້ຍ 3.65% ຕໍ່ປີ.
ພ້ອມນີ້, ກອງປະຊຸມໄດ້ສະເໜີໃຫ້ COSTI ຊອກຫາໂອກາດການລົງທຶນໃໝ່ໆ ໃນບັນດາປະເທດສະມາຊິກອາຊຽນ ທີ່ໃຫ້ຜົນຕອບແທນສູງກວ່າ ພາຍໃຕ້ການປະເມີນຄວາມສ່ຽງ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ. ນອກນັ້ນ, ຍັງໄດ້ຊຸກຍູ້ໃຫ້ ຕີມໍ ແລັດສະເຕ ສະເໜີແຜນການປະກອບສ່ວນທຶນເຂົ້າໃນ ASTIF ພາຍໃນປີນີ້.
ກອງປະຊຸມໄດ້ກະກຽມຄວາມພ້ອມໃນການເປີດ “ໂຄງການທຶນ ASTIF ປະຈໍາປີ 2026” ພາຍໃຕ້ຫົວຂໍ້: “ສິ່ງທ້າທາຍອັນຍິ່ງໃຫຍ່ຂອງອາຊຽນ: ການສ້າງພາກພື້ນທີ່ເຂັ້ມແຂງ ແລະ ມີຄວາມສາມາດແຂ່ງຂັນ ດ້ວຍເຕັກໂນໂລຊີ AI” (ASEAN Grand Challenge: AI-Enabled Competitive and Resilient Region). ໂດຍມີກໍານົດເປີດຢ່າງເປັນທາງການ ໃນມື້ເປີດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຄັ້ງທີ 22 (AMMSTI-22) ທີ່ຈະຈັດຂຶ້ນໃນວັນທີ 26 ມິຖຸນາ 2026 ນີ້. ພ້ອມທັງໄດ້ສະເໜີໃຫ້ປະເທດສະມາຊິກ ນໍາໃຊ້ໂຄງລ່າງພື້ນຖານລະບົບຄອມພິວເຕີສະມັດຖະພາບສູງ (HPC) ເຂົ້າໃນການພັດທະນາ ແລະ ສະເໜີໂຄງການຄົ້ນຄວ້າດັ່ງກ່າວ.
ກອງປະຊຸມ ໄດ້ເຫັນດີສະເໜີແຜນງານ ປະຈໍາປີ 2027 ພາຍໃຕ້ຊື່ໂຄງການ “ASEAN-EU Elevate” ເຊິ່ງເປັນການຮ່ວມມືລະຫວ່າງ ອາຊຽນ ແລະ ສະຫະພາບເອີຣົບ ເພື່ອແນໃສ່ຍົກລະດັບຂີດຄວາມສາມາດຂອງຫ້ອງການຖ່າຍທອດເຕັກໂນໂລຊີໃນອາຊຽນ ໂດຍເປີດໂອກາດໃຫ້ທັງ 11 ປະເທດສະມາຊິກ ສົ່ງຂໍ້ສະເໜີໂຄງການ ພາຍໃນກໍານົດເສັ້ນຕາຍ ວັນທີ 15 ທັນວາ 2026.
ນອກຈາກນັ້ນ, ກອງປະຊຸມໄດ້ຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ PED ທີ່ສໍາຄັນ ໂຄງການສົ່ງເສີມທຸລະກິດສະຕາດອັບດ້ານເຕັກໂນໂລຊີ ເຊິ່ງໄດ້ສໍາເລັດລົງດ້ວຍດີ ແລະ ໄດ້ສະເໜີໃຫ້ທຸກແຜນງານທີ່ກ່ຽວຂ້ອງກັບສະຕາດອັບ ເຂົ້າຮ່ວມໃນເວທີສູນກາງ “Startup ASEAN”. ປີ 2026 ກໍາລັງຊຸກຍູ້ຮ່າງ “ຖະແຫຼງການອາຊຽນ ວ່າດ້ວຍການສົ່ງເສີມຄວາມຮ່ວມມືດ້ານນະວັດຕະກໍາ, ເຕັກໂນໂລຊີວິທະຍາສາດອາວະກາດ” ໂດຍມີແຜນຈະສະເໜີເຂົ້າໃນຖະແຫຼງການຮ່ວມສື່ມວນຊົນຂອງ AMMSTI-22 ພ້ອມທັງຜັກດັນໂຄງການພັດທະນາ AI ໃນຂະແໜງສາທາລະນະສຸກ.
ຢ່າງໃດກໍຕາມ, ອີກໜຶ່ງຜົນສໍາເລັດທີ່ສໍາຄັນແມ່ນ ຄວາມຄືບໜ້າຂອງການສ້າງລະບົບຕິດຕາມ ແລະ ປະເມີນຜົນ ສໍາລັບແຜນປະຕິບັດງານ APASTI 2026-2035 ເຊິ່ງຈະມີພິທີເປີດຕົວໃນວັນທີ 26 ມິຖຸນາ 2026 ນີ້. ໃນນັ້ນ, ສປປ ລາວ ໄດ້ຮັບການສະເໜີຊື່ໃຫ້ເປັນປະທານຄະນະເຮັດວຽກຕິດຕາມ ແລະ ປະເມີນຜົນ ຢ່າງເປັນທາງການ ເຊິ່ງສະແດງເຖິງບົດບາດອັນພົ້ນເດັ່ນຂອງລາວ ໃນເວທີວິທະຍາສາດ ແລະ ເຕັກໂນໂລຊີລະດັບພາກພື້ນ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ