Skip to main content

ວລ ລາວ-ທ໊ອບ ຮ່ວມມືກັບ ບໍລິສັດ ຊີພີ ລາວ ແລະ ບໍລິສັດ ເບຍລາວ ພັດທະນາສັກກາຍະພາບນັກສຶກສາສູ່ສາກົນ

23/06/2026
ເມື່ອວັນທີ 19 ມິຖຸນາ 2026 ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມມືທາງດ້ານວິຊາການ ແລະ ການພັດທະນາສັກກາຍະພາບນັກສຶກສາ ລະຫວ່າງ ວິທະຍາໄລ ລາວ-ທ໊ອບ (Lao-Top College), ບໍລິສັດ ຊີພີ ລາວ ຈໍາກັດ ແລະ ບໍລິສັດ ເບຍລາວ ຈໍາກັດ ໂດຍໃຫ້ກຽດລົງນາມຂອງທ່ານ ປທ ພັນທະວິໄລ ນວນຮຸ່ນ ຜູ້ອຳນວຍການວິທະຍາໄລ ລາວ-ທ໊ອບ ແລະ ທ່ານ ນາງ ສົມຍາ ລັດສະໝີ ກຳມະການຜູ້ຈັດການ ບໍລິສັດ ຊີພີ ລາວ ຈໍາກັດ ແລະ ທ່ານ ນາງ ສີພັນ ພະມະວັນ ຜູ້ຈັດການຝ່າຍພັດທະນາອົງກອນ ບໍລິສັດເບຍລາວ ຈຳກັດ, ມີຄະນະບໍລິຫານງານ, ຜູ້ຕາງໜ້າຈາກທັງສາມຝ່າຍ, ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.
ການຮ່ວມມືໃນຄັ້ງນີ້, ແມ່ນເພື່ອສ້າງຂົວຕໍ່ລະຫວ່າງພາກທິດສະດີໃນສະຖາບັນການສຶກສາ ແລະ ພາກປະຕິບັດຕົວຈິງໃນອົງກອນທຸລະກິດລະດັບແນວໜ້າຂອງປະເທດ, ໂດຍຜ່ານຂໍ້ຕົກລົງດັ່ງກ່າວ, ບໍລິສັດ ຊີພີ ລາວ ຈໍາກັດ ແລະ ບໍລິສັດ ເບຍລາວ ຈໍາກັດ ຈະເຂົ້າມາມີບົດບາດສໍາຄັນໃນການສະໜັບສະໜູນ ແລະ ສົ່ງເສີມການຮຽນ-ການສອນ ດ້ວຍການເປີດໂອກາດໃຫ້ນັກສຶກສາຈາກວິທະຍາໄລ ລາວ-ທ໊ອບ ໄດ້ເຂົ້າໄປທັດສະນະສຶກສາ, ຖອດຖອນບົດຮຽນ ແລະ ເຂົ້າຮັບການຝຶກງານ ໃນສະພາບແວດລ້ອມການເຮັດວຽກຕົວຈິງທີ່ມີລະບົບມາດຕະຖານສາກົນ, ວິທີການນີ້ຈະຊ່ວຍໃຫ້ນັກສຶກສາສາມາດນໍາເອົາຄວາມຮູ້ທີ່ໄດ້ຈາກຫ້ອງຮຽນ ໄປປະຍຸກໃຊ້ ແລະ ພັດທະນາທັກສະວິຊາຊີບ ພ້ອມທັງທັກສະທາງສັງຄົມ ໄດ້ຢ່າງມີປະສິດທິພາບ.
ຈຸດປະສົງ ແລະ ຂອບເຂດການຮ່ວມມືທີ່ສໍາຄັນ ຄື: ການສ້າງໂອກາດການຝຶກງານ ແລະ ພັດທະນາອາຊີບໃຫ້ແກ່ນັກສຶກສາກ່ອນຈົບການສຶກສາ; ການແລກປ່ຽນອົງຄວາມຮູ້, ຂໍ້ມູນຂ່າວສານ ແລະ ການຈັດກິດຈະກໍາສໍາມະນາຮ່ວມກັນ; ການສະໜັບສະໜູນທຶນການສຶກສາ ແລະ ໂອກາດໃນການເຂົ້າເຮັດວຽກກັບບໍລິສັດຄູ່ຮ່ວມງານຫຼັງສໍາເລັດການສຶກສາ. ນອກຈາກນັ້ນ, ຂໍ້ຕົກລົງນີ້ຍັງກວມລວມໄປເຖິງການຮ່ວມມືພັດທະນາຫຼັກສູດການຮຽນ-ການສອນ ໃຫ້ມີຄວາມທັນສະໄໝ ແລະ ສອດຄ່ອງກັບທິດທາງການຂະຫຍາຍຕົວຂອງພາກທຸລະກິດໃນອານາຄົດ, ທາງບໍລິສັດຜູ້ຮ່ວມມືທັງສອງແຫ່ງ ຍິນດີທີ່ຈະສົ່ງຊ່ຽວຊານ ແລະ ບຸກຄະລາກອນທີ່ມີປະສົບການສູງ ມາຮ່ວມເປັນວິທະຍາກອນຮັບເຊີນ ເພື່ອຖ່າຍທອດຄວາມຮູ້ ແລະ ປະສົບການຕົ້ນແບບໃຫ້ແກ່ນັກສຶກສາ. ທັງນີ້ ກໍເພື່ອເປັນການກຽມຄວາມພ້ອມໃຫ້ແກ່ຊັບພະຍາກອນມະນຸດລຸ້ນໃໝ່ ໃຫ້ກາຍເປັນກໍາລັງການຜະລິດທີ່ມີຄຸນນະພາບສູງ ສາມາດຂັບເຄື່ອນເສດຖະກິດ ແລະ ສັງຄົມຂອງ ສປປ ລາວ ໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ.
ພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້, ບໍ່ພຽງແຕ່ເປັນຂີດໝາຍແຫ່ງຄວາມສໍາເລັດຂອງວິທະຍາໄລ ລາວ-ທ໊ອບ ໃນການຍົກລະດັບມາດຕະຖານການສຶກສາເທົ່ານັ້ນ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພາກທຸລະກິດ ບໍລິສັດ ຊີພີ ລາວ ແລະ ບໍລິສັດ ເບຍລາວ ທີ່ໃຫ້ຄວາມສໍາຄັນຕໍ່ກັບການຮັບຜິດຊອບຕໍ່ສັງຄົມ (CSR) ໂດຍສະເພາະແມ່ນການລົງທຶນໃນການພັດທະນາການສຶກສາ ຂອງເຍົາວະຊົນລາວ ເພື່ອໃຫ້ກາຍເປັນບຸກຄະລາກອນທີ່ປ່ຽມລົ້ນໄປດ້ວຍຄຸນນະພາບ ແລະ ພ້ອມທີ່ຈະກ້າວເຂົ້າສູ່ຕະຫຼາດແຮງງານທັງພາຍໃນ ແລະ ລະດັບສາກົນຢ່າງໝັ້ນໃຈ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ