ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025 ໂດຍໄດ້ຮັບການສະໜັບມະໜູນຈາກ ຄະນະຊີ້ນຳລະດັບຊາດເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂຶ້ນ ເມື່ອວັນທີ 11 ມິຖຸນາ 2026 ທີ່ຄະນະວິທະຍາສາດທຳມະຊາດ (ຄວທ), ມະຫາວິທະຍາໄລແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ຈັນທະວົງ ປັນຍາສິລິ ຄະນະພັກກະຊວງ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ, ຫົວໜ້າກົມກວດກາ, ຮອງປະທານກວດກາກະຊວງສຶກສາທິການ ແລະ ກິລາ, ສະຫາຍ ປອ ສອນໄຊ ຊົງວິໄລ ຄະນະພັກຮາກຖານ, ຮອງຫົວໜ້າຄະນະວິຊາ ຄວທ ຜູ້ຊີ້ນຳສາມອົງການຈັດຕັ້ງມະຫາຊົນ, ສະຫາຍ ນາງສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະບໍລິຫານງານຊາວໜຸ່ມ ສສກ, ຄະນະຮັບຜິດຊອບ, ຄູ-ອາຈານ, […]