Skip to main content

ສາມອົງການຈັດຕັ້ງມະຫາຊົນ ສສກ ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025

15/06/2026
ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025 ໂດຍໄດ້ຮັບການສະໜັບມະໜູນຈາກ ຄະນະຊີ້ນຳລະດັບຊາດເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂຶ້ນ ເມື່ອວັນທີ 10 ມິຖຸນາ 2026 ທີ່ຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ) ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ວາດສະໜາ ຈັນທະນະສິນ ເລຂາຄະນະພັກຮາກຖານ ຄສບ, ຫົວໜ້າຄະນະວິຊາ ຄສບ, ສະຫາຍ ນາງສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ມີຄະນະຮັບຜິດຊອບ, ຄູ-ອາຈານ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ.
ການຈັດງານໃນຄັ້ງນີ້, ກໍເພື່ອເປັນການຈັດຕັ້ງສະເຫຼີມສະຫຼອງສາມວັນປະຫວັດສາດຂອງຊາດ ແລະ ຂອງພັກ ປີ 2025 ກໍຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 70 ປີ (22/3/1955-22/3/2025); ວັນສະຖາປະນາ ສປປ ລາວ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ 105 ປີ (13/12/1920-13/12/2025) ແລະ ຂໍ່ານັບຮັບຕ້ອນ ແລະ ຊົມເຊີມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ.
ສຳລັບການແຂ່ງຂັນດັ່ງກ່າວ, ແມ່ນໄດ້ມີ 8 ທີມເຂົ້າຮ່ວມແຂ່ງຂັນ (ທີມ A – ທີມ H) ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ ຜ່ານການແຂ່ງຂັນຜົນປະກົດວ່າ ອັນດັບທີ 1 ໄດ້ແກ່ ທີມ C ມີ ທ້າວ ແຈັກກີ ເພຍໄຊ, ນາງ ລັດທິດາ ສຸກຈັນທະລາວົງ ແລະ ນາງ ສິນພາວັນ ອິນທະວົງ ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 1 ລ້ານກີບ ແລະ ໃບຍ້ອງຍໍ; ອັນດັບທີ 2 ໄດ້ແກ່ ທີມ A ມີ ນາງ ພັດສະລິນ ສີພົມມະຈັນ, ທ້າວ ທະວີຊັບ ມະນີວົງ ແລະ ທ້າວ ໄຊຍະເດດ ອຸ່ນນິຍົມ ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 7 ແສນກີບ ແລະ ໃບຍ້ອງຍໍ ແລະ ອັນດັບທີ 3 ໄດ້ແກ່ທີມ E ມີ ນາງ ໃຈ ວັນບຸນເຮືອງ, ນາງ ສອນທິລາວັນ ໝໍ່ຄໍາ ແລະນາງ ຈິຣາພາ ຈຸນລະມະນີ. ສ່ວນອີກ 5 ທີມ ( ທີມ B, ທີມ D, ທີມ F, ທີມ G ແລະ ທີມ H) ແມ່ນໄດ້ຮັບລາງວັນຊົມເຊີຍ ນອກຈາກນີ້, ຍັງມີການມອບລາງວັນກອງເຊຍດີເດັ່ນອີກດ້ວຍ.
ພາບ-ຂ່າວ: ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ