ສະຫວັນນະເຂດ ເປີດບັ້ນສອບເສັງຈົບຊັ້ນ ມ.4 ທົ່ວແຂວງ ປະຈຳສົກຮຽນ 2025-2026 ທີ່ສູນ ມສ ໄຊພູທອງ
15/06/2026

ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2026, ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ລະດັບແຂວງຂຶ້ນຢ່າງເປັນທາງການ ໂດຍໄດ້ກຳນົດເອົາສູນສອບເສັງ ໂຮງຮຽນມັດທະຍົມສົມບູນໄຊພູທອງ ເມືອງໄຊພູທອງ ເປັນສະຖານທີ່ເປີດບັ້ນສອບເສັງໃນປີນີ້.
ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ພູສະຫວັນ ເທບສີທາ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງໄຊພູທອງ, ທ່ານ ສຸກັນ ບຸດຕາລາສີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ທ່ານ ນາງ ພູເງິນ ເທບພະນົນໄຊ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທັງເປັນປະທານສູນສອບເສັງ ມສ ໄຊພູທອງ; ພ້ອມດ້ວຍບັນດາແຂກຖືກເຊີນ, ຄະນະກຳມະການ, ຄູ-ອາຈານ ແລະ ນັກສອບເສັງ ເຂົ້າຮ່ວມຢ່າງພ້ອມພຽງ.
ກ່ອນເຂົ້າສູ່ວາລະການສອບເສັງ ທ່ານ ນາງ ພູເງິນ ເທບພະນົນໄຊ ໄດ້ການກ່າວສະເໜີຈຸດປະສົງ ແລະ ຕ້ອນຮັບແຂກເຂົ້າຮ່ວມ; ຈາກນັ້ນ ທ່ານ ພູສະຫວັນ ເທບສີທາ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບບັນດາການນຳ ແລະ ແຂກທີ່ເຂົ້າຮ່ວມຢ່າງເປັນທາງການ.
ໂອກາດນີ້, ທ່ານ ສຸກັນ ບຸດຕາລາສີ ໄດ້ຂຶ້ນຜ່ານບົດລາຍງານການກະກຽມຄວາມພ້ອມຮອບດ້ານ ໃຫ້ຮູ້ວ່າ: ສຳລັບບັ້ນສອບເສັງຈົບຊັ້ນ ມ.4 ໃນທົ່ວແຂວງສະຫວັນນະເຂດ ສົກຮຽນ 2025-2026 ນີ້ ມີນັກສອບເສັງທັງໝົດ 6.182 ນ້ອງ/ຍິງ 3.269 ນ້ອງ ເຊິ່ງແບ່ງອອກເປັນ 36 ສູນສອບເສັງ, ມີ 310 ຫ້ອງສອບເສັງ ແລະ ມີກຳມະການຍາມຫ້ອງທັງໝົດ 620 ທ່ານ. ສະເພາະທົ່ວເມືອງໄຊພູທອງ ແມ່ນມີນັກສອບເສັງທັງໝົດ 290 ນ້ອງ ຍິງ 145 ນ້ອງ ໂດຍໄດ້ຈັດແບ່ງອອກເປັນ 2 ສູນສອບເສັງ ຄື: ສູນສອບເສັງ ມສ ໄຊພູທອງ ມີ 6 ຫ້ອງສອບເສັງ (ນັກສອບເສັງ 118 ນ້ອງ) ແລະ ສູນສອບເສັງ ມສ ພູມມະເຈດີ ມີ 9 ຫ້ອງສອບເສັງ (ນັກສອບເສັງ 172 ນ້ອງ). ເຊິ່ງການສອບເສັງຄັ້ງນີ້ ຈະດຳເນີນໄປເປັນເວລາ 3 ວັນ ວັນທີ 10-12 ມິຖຸນາ 2026 ໂດຍຈະໄດ້ສອບເສັງທັງໝົດ 5 ວິຊາ.
ໃນພິທີ, ທ່ານ ອະນຸສອນ ສຸດທິວົງ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ຊີ້ນຳວຽກງານ ໂດຍທ່ານໄດ້ເນັ້ນໜັກຢ່າງເດັດຂາດ ກ່ຽວກັບການຄຸ້ມຄອງຫ້ອງສອບເສັງ ແລະ ການຫ້າມນຳໃຊ້ອຸປະກອນສື່ສານທຸກຊະນິດ. ທ່ານໄດ້ຮຽກຮ້ອງໃຫ້ຄະນະກຳມະການທຸກພາກສ່ວນ ເອົາໃຈໃສ່ປະຕິບັດກົດລະບຽບຢ່າງເຄັ່ງຄັດ ໂດຍສະເພາະນັກສອບເສັງ ແມ່ນຫ້າມນຳເອົາໂທລະສັບມືຖື, ໂມງອັດສະລິຍະ (Smartwatch) ຫຼື ອຸປະກອນເອເລັກໂຕຣນິກ ແລະ ເຄື່ອງມືສື່ສານທຸກປະເພດ ເຂົ້າໄປໃນຫ້ອງສອບເສັງຢ່າງເດັດຂາດ.
ພ້ອມດຽວກັນນັ້ນ ສຳລັບຄູ-ອາຈານທີ່ເຮັດໜ້າທີ່ເປັນກຳມະການຍາມຫ້ອງ ກໍຕ້ອງເປັນແບບຢ່າງທີ່ດີ ແລະ ປະຕິບັດກົດລະບຽບຢ່າງເຂັ້ມງວດເຊັ່ນດຽວກັນ ໂດຍຫ້າມນຳໃຊ້ໂທລະສັບມືຖື ຫຼື ອຸປະກອນສື່ສານຕ່າງໆ ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຍາມຫ້ອງສອບເສັງ ເພື່ອສຸມໃສ່ຕິດຕາມຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນໃຫ້ການສອບເສັງດຳເນີນໄປດ້ວຍຄວາມສະຫງົບ, ໂປ່ງໃສ ແລະ ຍຸດຕິທຳທີ່ສຸດ. ນອກຈາກນີ້, ທ່ານຍັງໄດ້ກ່າວເນັ້ນຢໍ້າເຖິງຂໍ້ຫ້າມສຳຄັນສຳລັບນັກຮຽນ ເຊັ່ນ: ຫ້າມເຂົ້າສະຖານທີ່ບັນເທີງ, ຮ້ານກິນດື່ມທີ່ມີທາດເຫຼົ້າ ແລະ ຫ້າມມີການຂີດຂຽນ ຫຼື ເຊັນຊື່ໃສ່ເສື້ອເຄື່ອງແບບນັກຮຽນຢ່າງເດັດຂາດ. ຈາກນັ້ນ, ທ່ານກໍໄດ້ກ່າວເປີດບັ້ນສອບເສັງຈົບຊັ້ນ ມ.4 ລະດັບແຂວງຢ່າງເປັນທາງການ; ພ້ອມທັງຮ່ວມກັບຄະນະປະທານ ຕັດສາຍແຖບ ແລະ ເປີດຊອງຫົວບົດສອບເສັງຊ້ອງໜ້າທຸກພາກສ່ວນ ເພື່ອເປັນສັກຂີພິຍານ.
ພາຍຫຼັງສຳເລັດພິທີເປີດຢ່າງເປັນທາງການແລ້ວ, ທາງໂຮງຮຽນ ມສ ໄຊພູທອງ ກໍໄດ້ຈັດໃຫ້ຄະນະການນຳ ແລະ ແຂກເຂົ້າຮ່ວມ ໄດ້ຮ່ວມກັນປູກຕົ້ນໄມ້ພາຍໃນບໍລິເວນໂຮງຮຽນ ເພື່ອເປັນການສ້າງຄວາມຮົ່ມເຢັນ ແລະ ສ້າງຂະບວນການ ກ່ອນທີ່ຈະມີການນຳພານັກຮຽນເຂົ້າຫ້ອງສອບເສັງ.
ຕໍ່ມາ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຄະນະການນຳຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຍັງໄດ້ສືບຕໍ່ເດີນທາງລົງຕິດຕາມຄວາມຮຽບຮ້ອຍ ຢູ່ທີ່ສູນສອບເສັງ ມສ ພູມມະເຈດີ. ໃນໂອກາດລົງຕິດຕາມສູນດັ່ງກ່າວ, ທາງຄະນະການນຳ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມ, ພົບປະ ແລະ ຊຸກຍູ້ໃຫ້ກຳລັງໃຈແກ່ຄະນະກຳມະການປະຈຳສູນ ກໍຄືນັກສອບເສັງ ໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ ແລະ ຕັ້ງໃຈສອບເສັງໃຫ້ໄດ້ຮັບຜົນດີ.
ພ້ອມດຽວກັນນີ້, ເພື່ອເປັນການສ້າງຂະບວນການເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ, ທາງ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ກໍໄດ້ມອບເງິນປະກອບສ່ວນຈຳນວນ 10 ລ້ານກີບ ໃຫ້ແກ່ທາງເມືອງ; ກ່ອນທີ່ຄະນະການນຳທັງໝົດ ຈະໄດ້ພ້ອມກັນເດີນທາງໄປຮ່ວມປູກຕົ້ນໄມ້ ເຊິ່ງໄດ້ຈາກທຶນປະກອບສ່ວນດັ່ງກ່າວ ຢູ່ທີ່ວັດພະທາດໂຜ່ນ ຢ່າງເປັນຂະບວນຟົດຟື້ນ ເພື່ອສ້າງຄວາມຮົ່ມເຢັນ ແລະ ອະນຸລັກຮັກສາສິ່ງແວດລ້ອມທາງທຳມະຊາດໃຫ້ມີຄວາມອຸດົມສົມບູນ.
ພາບ-ຂ່າວໂດຍ: ພານຸມາດ ສກຂ ສະຫວັນນະເຂດ















