ພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2025-2026 ທົ່ວແຂວງວຽງຈັນ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 8 ມິຖຸນາ 2026 ທີ່ໂຮງຮຽນ ມສ ແກ້ວກູ່ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ປອ ຄໍາ ຂັນທະວີວອນ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ຈັນທະວົງ ບົວລະພັນ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງແກ້ວອຸດົມ, ພ້ອມດ້ວຍຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າ-ຮອງຫົວໜ້າ ຫ້ອງການສສຶກສາທິການ ແລະ ກິລາ 11 ເມືອງທົ່ວແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຜູ້ອໍານວຍການ-ຮອງອໍານວຍການສູນ, ຫົວໜ້າ-ຮອງຫົວໜ້າຫໍສະໝຸດ, ນາຍບ້ານ, ຜູ້ອໍານວຍການ-ຮອງອໍານວຍການໂຮງຮຽນ ຕະຫຼອດຮອດພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ. […]