Skip to main content

ມຊ ຮ່ວມກັບ ວິທະຍາໄລເຕັກນິກວິຊາຊີບ ເມືອງຫຼິວໂຈວ ສປ ຈີນ ສືບຕໍ່ຮັດແໜ້ນການຮ່ວມມືທາງດ້ານວິຊາການ

08/06/2026
ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ວິທະຍາໄລເຕັກນິກ ວິຊາຊີບ ເມືອງຫຼິວໂຈວ ສປ ຈີນ ປຶກສາຫາລືຮັດແໜ້ນການຮ່ວມມືດ້ານວິຊາການລະຫວ່າງສອງຝ່າຍ ເມື່ອວັນທີ 3 ມີຖຸນາ 2026, ທີ່ຕຶກອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ), ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ທ່ານ ເຫວີຍ ຫາຍຈິ້ນ ເລຂາທິການຄະນະກຳມະການພັກ ວິທະຍາໄລວິຊາຊີບ ເມືອງຫຼິວໂຈວ ສປ ຈີນ ພ້ອມດ້ວຍຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການ ແລະ ຄະນະຜູ້ແທນຝ່າຍຈີນທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລ ລາວ ຢ່າງພ້ອມພຽງ.
ການພົບປະຫາລືໃນຄັ້ງນີ້, ແມ່ນເພື່ອທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ພ້ອມທັງກຳນົດທິດທາງແຜນການຮ່ວມມືໃນອະນາຄົດ ໂດຍສະເພາະແມ່ນການຍົກລະດັບຄຸນນະພາບການສຶກສາ, ການພັດທະນາຫຼັກສູດການຮຽນ-ການສອນ ແລະ ການແລກປ່ຽນວັດທະນະທຳ ລະຫວ່າງສອງສະຖາບັນ ໃຫ້ມີຄວາມແໜ້ນແຟ້ນ ແລະ ເປັນຮູບປະທຳຍິ່ງໆຂຶ້ນ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານໃນຍຸກປັດຈຸບັນ.
ໂອກາດດັ່ງກ່າວ, ທ່ານຜູ້ອຳນວຍການໃຫຍ່ ມຊ ໄດ້ໃຫ້ຮູ້ ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງ ມຊ ໃນຕະຫຼອດ 30 ປີ ຜ່ານມາ, ເຊິ່ງປັດຈຸບັນ ມຊ ມີທັງໝົດ 13 ຄະນະວິຊາ, 2 ສະຖາບັນ, ມີພະນັກງານ-ຄູອາຈານ 1,432 ທ່ານ ແລະ ມີນັກສຶກສາທັງໝົດ 14,564 ຄົນ, ມີຫຼັກສູດການສຶກສາທັງໝົດ 263 ຫຼັກສູດ. ໃນນັ້ນ, ມີຫຼັກສູດປະລິນຍາເອກ 14 ຫຼັກສູດ, ປະລິນຍາໂທ 74 ຫຼັກສູດ ແລະ ຫຼັກສູດນານາຊາດ 4 ຫຼັກສູດ. ປີ 2026 ນີ້ ເປັນປີຄົບຮອບ 30 ປີ ຂອງການສ້າງຕັ້ງ ມຊ ສະນັ້ນ, ພວກເຮົາຈຶ່ງໄດ້ກະກຽມຈັດງານສະເຫຼີມສະຫຼອງໃຫຍ່, ບັນດາຄະນະວິຊາ ແລະ ສະຖາບັນພວມຮ່ວມແຮງຮ່ວມໃຈກັນ ຈັດຕັ້ງກິດຈະກໍາທີ່ຫຼາກຫຼາຍ ຮວມທັງກິດຈະກໍາວິຊາການ ແລະ ກິດຈະກໍານອກຫຼັກສູດຢ່າງເປັນຂະບວນຟົດຟື້ນ ແລະ ມຊ ພວມເລັ່ງລັດພັດທະນາຫຼັກສູດການຮຽນ-ການສອນໃຫ້ທັນສະໄໝ, ປັບປຸງຫຼັກສູດໃຫ້ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ ແລະ ເພີ່ມທະວີການຄົ້ນຄວ້າ ວິໄຈສາຂາວິຊາຕ່າງໆ ຫຼາກຫຼາຍໂດຍເນັ້ນໄປສູ່ຄວາມເປັນນະວັດຕະກໍາ. ເຊິ່ງການຮ່ວມມືລະຫວ່າງ ມຊ ແລະ ວິທະຍາໄລຫຼິວໂຈວ ແມ່ນຂົວຕໍ່ທີ່ສຳຄັນໃນການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນດ້ານເຕັກນິກ ແລະ ວິຊາຊີບ ທີ່ຈະຊ່ວຍຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງລາວ ໃຫ້ມີຄວາມເຂັ້ມແຂງ.
ໃນໂອກາດດຽວກັນ, ທ່ານ ເຫວີຍ ຫາຍຈິ້ນ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະເໜີວິໄສທັດຂອງວິທະຍາໄລຫຼິວໂຈວ ທີ່ພ້ອມຈະສະໜັບສະໜູນ ມຊ ໃນການຍົກລະດັບສັກກາຍະພາບຂອງບຸກຄະລາກອນ, ການມອບທຶນການສຶກສາໃຫ້ແກ່ນັກສຶກສາລາວ ໄປສຶກສາຕໍ່ ແລະ ຝຶກອົບຮົມວິຊາຊີບໄລຍະສັ້ນ ທີ່ ສປ ຈີນ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການສ້າງຕັ້ງຫຼັກສູດຮ່ວມກັນ (Joint Program) ໃນສາຂາວິຊາທີ່ທັງສອງຝ່າຍມີທ່າແຮງ ເຊັ່ນ: ດ້ານເຕັກໂນໂລຊີ, ວິສະວະກຳສາດ ແລະ ການຄຸ້ມຄອງ ໂລຈິສຕິກ (Logistics).
ໃນຕອນທ້າຍຂອງກອງປະຊຸມ, ທັງສອງຝ່າຍໄດ້ສະແດງຄວາມມຸ່ງໝັ້ນທີ່ຈະຮັກສາຄວາມສຳພັນອັນດີງາມນີ້ໄວ້ ແລະ ຈະສືບຕໍ່ປະສານງານກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງການຫາລືຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ