Skip to main content

ສື່ມວນຊົນລາວ ຍົກລະດັບດ້ານເຕັກໂນໂລຊີວິທະຍຸ-ໂທລະພາບ ຍຸກໃໝ່ ທີ່ ສປ ຈີນ

08/06/2026
​ສຳມະນາກອນລາວທີ່ເຮັດວຽກໃນຂົງເຂດສື່ມວນຊົນ ຈຳນວນ 28 ທ່ານ ຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ, ກົມສື່ມວນຊົນ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ກົມສື່ມວນຊົນ ກະຊວງປ້ອງກັນຄວາມສະຫງົບ, ຕາງໜ້າສື່ມວນຊົນຈາກ ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນກຳມະບານລາວ ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການຍົກລະດັບຄວາມຮູ້ດ້ານເຕັກນິກການຄຸ້ມຄອງເຕັກໂນໂລຊີວິທະຍຸ-ໂທລະພາບ ຜ່ານການສຳມະນາ ແລະ ທັດສະນະສຶກສາ ຢູ່ນະຄອນຫຼວງປັກກິ່ງ ແລະ ເມືອງເສິງຕູ່ ແຂວງເສສວນ ສປ ຈີນ ລະຫວ່າງວັນທີ 3-16 ມິຖຸນາ 2026.
​ພິທີເປີດຊຸດສຳມະນາ ພາຍໃຕ້ຫົວຂໍ້ ”ການຄຸ້ມຄອງເຕັກໂນໂລຊີວິທະຍຸ-ໂທລະພາບ ສໍາລັບ ສປປ ລາວ” ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 3 ມິຖຸນາ 2026 ຢູ່ຫ້ອງປະຊຸມ ໂຮງແຮມ ເດີ ທະເວັນທີບ ເຊັນຈູຣີ (The 21st Century Hotel) ເມືອງຊາວຢາງ ນະຄອນຫຼວງປັກກິ່ງ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ໂຈ່ວ ຈີ້ຫົງ (Zhou Jihong) ຫົວໜ້າກົມຮ່ວມມືສາກົນ ກົມການອອກອາກາດ ແລະ ໂທລະພາບແຫ່ງຊາດຈີນ (NRTA), ທ່ານ ເຮີ ຕົງໂປ້ (He Dongbo) ກຳມະການພັກ ຮອງຜູ້ຈັດການທົ່ວໄປ ບໍລິສັດ ວິສະວະກຳ ແລະ ເຕັກໂນໂລຊີການອອກອາກາດ ແລະ ໂທລະພາບສາກົນຈີນ ຈຳກັດ (CBIC), ພ້ອມດ້ວຍຄະນະຮັບຜິດຊອບຊຸດສຳມະນາ ແລະ ສຳມະນາກອນລາວ ເຂົ້າຮ່ວມຢ່າງພ້ອມພຽງ.
​ໃນໄລຍະການສຳມະນາເປັນເວລາ 10 ກວ່າວັນ, ສື່ມວນຊົນລາວ ໄດ້ຮຽນຮູ້ພາກທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບການພັດທະນາອຸດສາຫະກຳວິທະຍຸ-ໂທລະພາບ ແລະ ການຮ່ວມມືສາກົນຂອງຈີນ ພາຍໃຕ້ການຊີ້ນຳຂອງແນວຄິດ ສີຈິ້ນຜິງ ດ້ານວັດທະນະທຳ, ຫຼັກການເຕັກໂນໂລຊີວິທະຍຸກະຈາຍສຽງ ແລະ ໂທລະພາບ, ການອອກອາກາດລາຍການໂທລະພາບດີຈີຕອນ ທີ່ມີຄວາມລະອຽດສູງ (HD/UHD), ການພັດທະນາສື່ປັນຍາປະດິດ (AI), ການເພີ່ມກຳລັງແຮງໃຫ້ແກ່ການພັດທະນາສື່ມວນຊົນ, ການຜະລິດສື່ປະສົມປະສານ (Convergence Media) ທີ່ມີຄວາມລະອຽດສູງພິເສດ (Ultra HD), ການຄົ້ນຄວ້າເຕັກໂນໂລຊີສະເໝືອນຈິງ (Virtual Reality) ໃນສື່ປະສົມປະສານ, ການຕະຫຼາດສື່ແບບໃໝ່ພາຍໃຕ້ສະພາບຫາງສຽງສັງຄົມ, ການກຳນົດຄຸນຄ່າຕົວນຳຈາກປະເດັນຮ້ອນ, ການຜະລິດເນື້ອໃນລາຍການ ແລະ ກົນລະຍຸດການເລົ່າເລື່ອງ, ເຕັກນິກການຕັດຕໍ່ວິດີໂອດ້ວຍລະບົບ Avid Media Composer ແລະ ແນວຄິດສ້າງສັນໃນການຖ່າຍທຳລາຍການໂທລະພາບ.
​ຊຸດສຳມະນາຄັ້ງນີ້ ໄດ້ຮັບການສະໜັບສະໜູນ ແລະ ເປັນເຈົ້າພາບໂດຍ ກະຊວງການຄ້າ ແຫ່ງ ສປ ຈີນ ແລະ ຈັດຕັ້ງປະຕິບັດໂດຍ ບໍລິສັດ ວິສະວະກຳ ແລະ ເຕັກໂນໂລຊີການອອກອາກາດ ແລະ ໂທລະພາບສາກົນຈີນ ຈຳກັດ (CBIC).
​ພາບ-ຂ່າວໂດຍ: ສັກດາວົງ ໄຊຍະລາດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ