ສະຫວັນນະເຂດ ລາຍງານຄວາມພ້ອມ ໃນການຈັດຕັ້ງການສອບເສັງຈົບ ມ.4 ແລະ ມ.7 ປະຈຳສົກຮຽນ 2025-2026
08/06/2026

ເພື່ອຮັບປະກັນໃຫ້ການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ດຳເນີນໄປດ້ວຍຄວາມຍຸຕິທຳ, ໂປ່ງໃສ, ປອດໄພ ແລະ ໄດ້ມາດຕະຖານຄຸນນະພາບຢ່າງເຂັ້ມງວດ ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ສຳເລັດການກະກຽມຄວາມພ້ອມຮອບດ້ານໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງເປັນທາງການແລ້ວ.
ການກະກຽມຄວາມພ້ອມໃນຄັ້ງນີ້ ແມ່ນໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍອີງໃສ່ນິຕິກຳ ແລະ ແຈ້ງການທີ່ສຳຄັນ ຄື: ຄຳແນະນຳຂອງກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຈັດຕັ້ງປະຕິບັດຫຼັກສູດສາຍສາມັນສຶກສາປະຈຳສົກຮຽນ 2025-2026 ສະບັບເລກທີ 1578/ສສກ, ລົງວັນທີ 20 ສິງຫາ 2025; ແຈ້ງການຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການສອບເສັງຈົບຊັ້ນປະຈຳສົກຮຽນ 2025-2026 ສະບັບເລກທີ 1998/ຫກ, ລົງວັນທີ 13 ພຶດສະພາ 2026; ໜັງສືແຈ້ງການຂອງພະແນກສຶກສາທິການ ແລະ ກິລາແຂວງ ວ່າດ້ວຍການສອບເສັງຈົບຊັ້ນປະຈຳສົກຮຽນ 2025-2026 ສະບັບເລກທີ 989/ສກຂ, ລົງວັນທີ 14 ພຶດສະພາ 2026.
ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ປັດຈຸບັນ ທາງແຂວງໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ, ກອງເລຂາ ແລະ ອະນຸກຳມະການໃນແຕ່ລະຂັ້ນຢ່າງເປັນລະບົບ ພ້ອມທັງໄດ້ປະສານສົມທົບກັບກຳລັງປ້ອງກັນຄວາມສະຫງົບ ແລະ ພາກສ່ວນສາທາລະນະສຸກ ເພື່ອອຳນວຍຄວາມສະດວກ ແລະ ຮັບປະກັນຄວາມປອດໄພໃນທຸກສູນສອບເສັງທົ່ວແຂວງ.
ສຳລັບຕົວເລກສະຖິຕິ ແລະ ແຜນການຈັດຕັ້ງການສອບເສັງໃນແຕ່ລະຊັ້ນ ປະກອບມີລາຍລະອຽດ ດັ່ງນີ້: ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ຈະຈັດຂຶ້ນພ້ອມກັນທົ່ວປະເທດ ໃນລະຫວ່າງວັນທີ 10-12 ມິຖຸນາ 2026 (ສຳລັບສາຍສຶກສາສົງ ຈະສອບເສັງພາກວິຊາທຳມະ ໃນວັນທີ 9 ມິຖຸນາ 2026), ມີສູນສອບເສັງທັງໝົດ 36 ສູນ (ຫຼຸດລົງ 3 ສູນ), ມີນັກສອບເສັງ 6,157 ຄົນ (ຍິງ 3,257 ຄົນ) ເຊິ່ງຈັດເປັນ 308 ຫ້ອງສອບເສັງ; ປະກອບມີ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ພາສາອັງກິດ, ວິທະຍາສາດທຳມະຊາດ ແລະ ວິທະຍາສາດສັງຄົມ. ສຳລັບສະຖານທີ່ພິທີໄຂຫົວບົດສອບເສັງຂັ້ນແຂວງ ແມ່ນກຳນົດເອົາ ສູນສອບເສັງ ໂຮງຮຽນ ມສ ພູມມະເຈດີ ເມືອງໄຊພູທອງ.
ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ຈະຈັດຂຶ້ນພ້ອມກັນທົ່ວປະເທດ ໃນລະຫວ່າງວັນທີ 17-19 ມິຖຸນາ 2026 (ສຳລັບສາຍສຶກສາສົງ ຈະສອບເສັງພາກວິຊາທຳມະ ໃນວັນທີ 16 ມິຖຸນາ 2026). ມີສູນສອບເສັງທັງໝົດ 18 ສູນ (ຫຼຸດລົງ 1 ສູນ), ມີນັກສອບເສັງ 3,247 ຄົນ (ຍິງ 1,798 ຄົນ) ເຊິ່ງຈັດເປັນ 159 ຫ້ອງສອບເສັງ ປະກອບມີ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ພາສາອັງກິດ, ກຸ່ມວິຊາວິທະຍາສາດທຳມະຊາດ ແລະ ກຸ່ມວິຊາວິທະຍາສາດສັງຄົມ. ສຳລັບສະຖານທີ່ພິທີໄຂຫົວບົດສອບເສັງຂັ້ນແຂວງ ແມ່ນກຳນົດເອົາ ສູນສອບເສັງ ໂຮງຮຽນ ມ.ປ ແກ້ງກອກ ເມືອງຈຳພອນ.
ເພື່ອຮັບປະກັນຄຸນນະພາບ ແລະ ຄວາມໂປ່ງໃສໃນການສອບເສັງ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ວາງມາດຕະການຢ່າງເຂັ້ມງວດ ໂດຍຮຽກຮ້ອງໃຫ້ຄະນະກຳມະການທຸກຂັ້ນ ປະຕິບັດກົດລະບຽບຢ່າງເດັດຂາດ ເປັນຕົ້ນແມ່ນ ຫ້າມຕັດຊອງຫົວບົດສອບເສັງກ່ອນເວລາ, ຫ້າມນຳໃຊ້ໂທລະສັບມືຖື ຫຼື ເຄື່ອງມືສື່ສານທຸກຊະນິດເຂົ້າໃນສະຖານທີ່ສອບເສັງ ແລະ ປ້ອງກັນບໍ່ໃຫ້ມີການກ່າຍກັນຢ່າງເດັດຂາດ. ສຳລັບນັກສອບເສັງ ແມ່ນອະນຸຍາດໃຫ້ນຳໃຊ້ພຽງອຸປະກອນທີ່ຈຳເປັນ (ບິກ, ສໍດຳ, ຢາງລຶບ ແລະ ໄມ້ບັນທັດ) ພ້ອມທັງມີສິດລາຍງານຕໍ່ຄະນະກຳມະການ ຫາກພົບເຫັນຄວາມບໍ່ໂປ່ງໃສ ຫຼື ພຶດຕິກຳທີ່ບໍ່ຖືກຕ້ອງ.
ໃນໂອກາດນີ້, ທ່ານ ອະນຸສອນ ສຸດທິວົງ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງການນຳພັກ-ລັດຂັ້ນແຂວງ ໂດຍສະເພາະແມ່ນການຊີ້ນຳຢ່າງໃກ້ຊິດຈາກ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຂວງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ອຳນວຍຄວາມສະດວກໃນການພັດທະນາວຽກງານການສຶກສາຕະຫຼອດມາ. ພ້ອມດຽວກັນນີ້, ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ, ອຳນາດການປົກຄອງທ້ອງຖິ່ນ, ຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ ຈົ່ງຮ່ວມກັນເປັນເຈົ້າການໃນການຕິດຕາມ, ຊຸກຍູ້ ແລະ ອຳນວຍຄວາມສະດວກໃນການຮັບ-ສົ່ງລູກຫຼານ ເພື່ອຮັບປະກັນຄວາມປອດໄພທາງດ້ານການສັນຈອນ.
ພ້ອມນີ້ ພະແນກສຶກສາທິການ ແລະ ກິລາແຂວງ ຂໍສົ່ງຄວາມປາດຖະໜາດີ ແລະ ປຸກລະດົມມາຍັງນ້ອງນັກຮຽນ ມ.4 ແລະ ມ.7 ທຸກຄົນ ຈົ່ງຕັ້ງໃຈຄົ້ນຄວ້າບົດຮຽນ, ສຸມທຸກສະຕິປັນຍາເຂົ້າໃນການສອບເສັງ ເພື່ອຍາດໃຫ້ໄດ້ຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ເພື່ອສ້າງຕົນເອງໃຫ້ກາຍເປັນຊັບພະຍາກອນມະນຸດທີ່ມີຄວາມຮູ້ຄວາມສາມາດ ແລະ ເປັນກຳລັງແຮງສຳຄັນໃນການພັດທະນາປະເທດຊາດໃນອະນາຄົດ.
ພາບ-ຂ່າວ: ພານຸມາດ (ສກຂ ສະຫວັນນະເຂດ)












