ໃນວັນທີ 28 ພຶດສະພາ 2026 ນີ້, ສູນຝຶກກິລາແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ທົ່ວສະຖາບັນກິລາ-ກາຍຍະກຳ ເພື່ອສ້າງຄວາມຮ່ວມມື ແລະ ກຽມພ້ອມຮັບມືກັບເຫດການສຸກເສີນ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ສອນເພັດ ຈັນດານຸວົງ, ຮອງຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ, ມີຄະນະວິທະຍາກອນຜູ້ມີປະສົບການຈາກພະແນກຕຳຫຼວດ ປ້ອງກັນ, ສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ພັຕ ບຸນມີ ແສງອາລຸນ, ຮອງກອງໂຄສະນາ ແລະ ທ່ານ ພັຕ ທີລະສັກ ສີຫາພົນ, ຮອງກອງໂຄສະນາ. ນອກນັ້ນ ຍັງມີບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານ, ພະນັກງານ, ຄູ-ອາຈານ ຕະຫຼອດຮອດນ້ອງໆນັກຮຽນ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ. ການຈັດຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງສຳຄັນເພື່ອຍົກສູງຄວາມຮູ້ຄວາມເຂົ້າໃຈ […]