06/08/2024 | ສຶກສາ
ສສກ ເຜີຍແຜ່ຍຸດທະສາດການສຶກສາຮຽນຮ່ວມຮອດປີ 2030
ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການພັດທະນາພັດທະນາສາກົນ ປະເທດສະຫະລັດອາເມຣິກາ ແລະ ສະພາບເອີຣົບ ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດຍຸດທະສາດການສຶກສາຮຽນຮ່ວມຮອດປີ 2023 ໃນວັນທີ 5 ສິງຫາ ຜ່ານມາ ທີ່ໂຮງແຮມຄຣາວພາຊ່າ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ສິລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິິການ ແລະ ກິລາ, ທ່ານ ນາງ ເອລີສະເບັດ ແຊັມເບີ້ ວ່າການຜູ້ຕາງໜ້າ ອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ, ທ່ານ ນີແອວຣ ເລໂອນາດ ທີ່ປຶກສາທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ, ມີຜູ້ຕາງໜ້າກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ, ກະຊວງແຮງງານ, ຫົວໜ້າອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດ, ອົງການຈັດຕັ້ງທາງສັງຄົມ, ຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລຄູ ດົງຄຳຊ້າງ, ພະນັກງານວິຊາການທີ່ກ່ຽວຂ້ອງ ຕະຫຼອດຮອດສື່ມວນຊົນເຂົ້້າຮ່ວມ. ໂອກາດດັ່ງກ່າວ, ທ່ານ […]