Skip to main content

ວິທະຍາໄລເຕັກນິກປາກປ່າສັກ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ພ້ອມປະດັບຫຼຽນກາລະນຶກ 50 ປີ ແລະ ຍ້ອງຍໍຄູ-ອາຈານດີເດັ່ນ

12/10/2026
ວິທະຍາໄລເຕັກນິກປາກປ່າສັກ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026) ພ້ອມປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ແລະ ມອບໃບຍ້ອງຍໍໃຫ້ພະນັກງານ, ຄູ-ອາຈານ ທີ່ມີຜົນງານດີເດັ່ນ ຢ່າງສົມກຽດ ໃນຕອນເຊົ້າວັນທີ 09 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມຂອງວິທະຍາໄລດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໂພໄຊ ບູລົມ ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ພ້ອມດ້ວຍຄະນະອຳນວຍການ, ຄູ-ອາຈານ, ພະນັກງານອາວຸໂສບຳນານ, ຜູ້ຕາງໜ້າຈາກສະຖານປະກອບການ, ໂຄງການຮ່ວມມື ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງຟົດຟື້ນ.
ໃນພິທີ, ທ່ານຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ໄດ້ໃຫ້ກຽດກ່າວຕ້ອນຮັບ ແລະ ຫວນຄືນປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ເຊິ່ງຕິດພັນກັບຂະບວນວິວັດແຫ່ງການພັດທະນາຊັບພະຍາກອນມະນຸດຂອງຊາດເຮົາ, “ຄູ” ໝາຍເຖິງຜູ້ທີ່ມີຄວາມຮູ້ ແລະ ປະສົບການສູງ ໃນການຖ່າຍທອດຄວາມຮູ້ໄປສູ່ຜູ້ອື່ນຜ່ານຂະບວນການຮຽນ-ການສອນ ເຊິ່ງມີບົດບາດສໍາຄັນ ໃນການສ້າງບຸກຄະລາກອນທີ່ມີຄຸນນະພາບ ຮັບໃຊ້ແກ່ການພັດທະນາປະເທດຊາດ. ພາຍຫຼັງພວກລ່າເມືອງຂຶ້ນເຂົ້າໄດ້ມາຍຶດຄອງລາວໃນປີ 1893, ລະບົບການສຶກສາຢູ່ລາວໄດ້ຈຳກັດຫຼາຍ, ຈົນຮອດປີ 1907 ໄດ້ມີການຈັດອົບຮົມຄູຂຶ້ນເປັນຄັ້ງທໍາອິດໃນປະຫວັດສາດຊາດລາວ ແລະ ນາຍຄູຄໍາ ເຊິ່ງເປັນຄົນລາວຜູ້ທໍາອິດ ໄດ້ເລີ່ມເປັນຄູສອນໃນວັນທີ 7 ຕຸລາ 1907. ນາຍຄູຄໍາ ບໍ່ພຽງແຕ່ເປັນຜູ້ໃຫ້ຄວາມຮູ້, ແຕ່ຍັງເຕັມໄປດ້ວຍຈິດໃຈຮັກຊາດອັນສູງສົ່ງ, ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງຈົນກາຍເປັນແບບຢ່າງອັນສະຫວ່າງສະໄຫວໃຫ້ແກ່ຄົນຮຸ່ນຫຼັງ. ພັກ ແລະ ລັດຖະບານ ຈຶ່ງໄດ້ກຳນົດເອົາວັນທີ 7 ຕຸລາ 1907 ເຊິ່ງເປັນມື້ເຂົ້າເປັນລັດຖະກອນຂອງນາຍຄູຄໍາ ມາເປັນ “ວັນຄູແຫ່ງຊາດລາວ” ເພື່ອຈາລຶກຄຸນງາມຄວາມດີ ແລະ ເຊີດຊູກຽດສັກສີຂອງອາຊີບຄູຕະຫຼອດມາ.
ພ້ອມດຽວກັນນີ້, ທ່ານ ຜູ້ອຳນວຍການ ຍັງໄດ້ສະຫຼຸບຜົນງານອັນພົ້ນເດັ່ນຂອງວິທະຍາໄລ ໃນສົກຮຽນ 2025-2026 ເຊິ່ງມີຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນດ້ານການຈັດຕັ້ງການຮຽນ-ການສອນ: ໄດ້ນຳໃຊ້ຫຼັກສູດລວມທີ່ໄດ້ຮັບການອະນຸມັດຈາກ ກະຊວງສຶກສາທິການ ແລະ ກິລາ ເຂົ້າໃນການສອນຊັ້ນປີທີ 1 ຈຳນວນ 28 ຫຼັກສູດ ແລະ ປະຕິບັດຕົວຈິງລວມ 30 ຫຼັກສູດ ຜ່ານ 5 ລະບົບການຮຽນ ໂດຍມີນັກສຶກສາທັງໝົດ 1,629 ຄົນ (ຍິງ 772 ຄົນ). ນອກນັ້ນ ຍັງໄດ້ຝຶກອົບຮົມວິຊາຊີບໄລຍະສັ້ນໃຫ້ຊາວໜຸ່ມຜູ້ດ້ອຍໂອກາດກວ່າ 180 ຄົນ ແລະ ສືບຕໍ່ເປີດຫຼັກສູດຮ່ວມມືສາກົນ (ຮຽນພາສາລາວ ນັກສຶກສາແລກປ່ຽນຈາກ ສປ ຈີນ ລະບົບ 4+1) ເຊິ່ງມີຜູ້ສຳເລັດການສຶກສາ 334 ຄົນ (ຍິງ 174 ຄົນ); ດ້ານການຮ່ວມມືກັບສະຖານປະກອບການ (DCT & WBL): ໄດ້ຮັບການສະໜັບສະໜູນຈາກໂຄງການສາກົນ (VELA, VEEF, ASTI, Lao/336 ແລະ Lao-PSG) ໃນການຈັດການຮຽນ-ການສອນແບບຄວບຄູ່, ສົ່ງນັກສຶກສາປີສຸດທ້າຍ 549 ຄົນ ລົງຝຶກງານຕົວຈິງຢູ່ສະຖານປະກອບການ 149 ແຫ່ງ, ແລະ ໄດ້ລົງແນະນຳອາຊີບໃຫ້ກັບນັກຮຽນມັດທະຍົມກວ່າ 7,000 ຄົນ ໃນ 9 ຕົວເມືອງ ນະຄອນຫຼວງວຽງຈັນ ແລະ 9 ແຂວງໃນທົ່ວປະເທດ; ດ້ານການພັດທະນາບຸກຄະລາກອນ ແລະ ພື້ນຖານໂຄງລ່າງ: ຄູ-ອາຈານ 98 ຄົນ ໄດ້ຮັບການຍົກລະດັບວິຊາສະເພາະ ທັງພາຍໃນ ແລະ ຕ່າງປະເທດ, ມີການນຳໃຊ້ລະບົບຖານຂໍ້ມູນເອເລັກໂຕຣນິກ (EMIS, PMIS, TVET-MIS, WMIS) ເຂົ້າໃນການບໍລິຫານ. ນອກຈາກນີ້ ຍັງໄດ້ສ້າງຫ້ອງຮຽນ Smart Classroom, ຫ້ອງປະຕິບັດ ອີຄອມເມີດ, ຫ້ອງທົດລອງ ແລະ ວາງແຜນປັບປຸງພື້ນທີ່ດ້ານໜ້າຫໍພັກ ເພື່ອເປັນຈຸດຈຳໜ່າຍສິນຄ້າ ແລະ ສູນບໍລິການ ເພື່ອຫັນໄປສູ່ການກຸ້ມຕົນເອງດ້ານງົບປະມານຢ່າງມີປະສິດທິຜົນ.
ນອກຈາກການສະຫຼຸບຜົນງານແລ້ວ, ພາຍໃນງານຍັງໄດ້ມີພິທີມອບຂອງຂວັນວັນຄູໃຫ້ແກ່ອະດີດຄະນະນຳ, ຄູ-ອາຈານບຳນານ; ພິທີຜ່ານລັດຖະດຳລັດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ 139 ທ່ານ; ຜ່ານຂໍ້ຕົກລົງຍໍ້ຍໍບຸກຄົນດີເດັ່ນ 98 ທ່ານ ແລະ ຄະນະປ້ອງກັນ; ລວມທັງມອບໃບກຽດຕິຄຸນໃຫ້ແກ່ຄູ່ຮ່ວມພັດທະນາ ແລະ ສະຖານປະກອບການທີ່ໃຫ້ການຍົກຍ້ອງ-ສະໜັບສະໜູນວິທະຍາໄລ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານວ່າການແທນຫົວໜ້າກົມອາຊີວະສຶກສາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ຕໍ່ຜົນງານອັນພົ້ນເດັ່ນທີ່ຄະນະນຳ, ພະນັກງານ ແລະ ຄູ-ອາຈານ ວິທະຍາໄລເຕັກນິກປາກປ່າສັກ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມທັງໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສຳຄັນຂອງວັນຄູແຫ່ງຊາດ ວ່າເປັນວັນທີ່ມີຄວາມໝາຍເລິກເຊິ່ງ ເພື່ອຈາລຶກບຸນຄຸນ ແລະ ເຊີດຊູກຽດສັກສີຂອງ “ຄູ” ຜູ້ທີ່ເປັນພໍ່ແມ່ຄົນທີສອງ ຜູ້ອຸທິດຕົນດ້ວຍຄວາມເສຍສະຫຼະສູງສົ່ງໃນການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດສິນທຳປະຕິວັດ ຮັບໃຊ້ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນສືບຕໍ່ ຍົກສູງຄຸນນະພາບການສຶກສາອາຊີວະສຶກສາ ໃຫ້ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ ແລະ ເຊື່ອມໂຍງກັບພາກພື້ນ-ສາກົນ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ