ໂຮງຮຽນ ມ.ປາຍ ພອນສະຫວັນ ມິດຕະພາບ ຈຳປາສັກ-ເລີ່ມດົງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງຟົດຟື້ນ
12/10/2026

ໃນວັນທີ 5 ຕຸລາ 2026 ທີ່ໂຮງຮຽນ ມັດທະຍົມປາຍ ພອນສະຫວັນ ມິດຕະພາບ ຈຳປາສັກ-ເລີ່ມດົງ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026) ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ໂພໄຊ ວົງຄຳຊາວ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ. ພ້ອມນີ້, ຍັງມີຜູ້ຕາງໜ້າຈາກກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງຈຳປາສັກ, ທ່ານ ເກດ ແສງດາວ, ຮັກສາການຜູ້ອໍານວຍການໂຮງຮຽນ, ພ້ອມດ້ວຍສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນຕາແສງ-ບ້ານ, ຄູ-ອາຈານ ແລະ ນ້ອງໆນັກຮຽນ ຢ່າງພ້ອມພຽງ.
ໃນພິທີ, ທ່ານ ໂພໄຊ ວົງຄຳຊາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນໂດດເດັ່ນຂອງຄູ-ອາຈານ ໃນໄລຍະຜ່ານມາ ເຊິ່ງຍາດໄດ້ຜົນງານດ້ານດີ ແລະ ບົດຮຽນອັນປະເສີດ. ພ້ອມດຽວກັນນີ້, ທ່ານຍັງໄດ້ເນັ້ນໜັກເຖິງບົດບາດອັນສຳຄັນຂອງຄູ ໂດຍລະບຸວ່າ: “ຄູ ຄືຜູ້ຈຸດປະທີບສ່ອງທາງ ແລະ ສ້າງອະນາຄົດຂອງຊາດ, ເປັນວິສະວະກອນແຫ່ງດວງຈິດດວງໃຈ ແລະ ເປັນພໍ່ແມ່ຄົນທີສອງ. ຄູ ປຽບສະເໝືອນທຽນທີ່ຍອມເຜົາໄໝ້ຕົນເອງ ເພື່ອໃຫ້ແສງສະຫວ່າງແກ່ມວນມະນຸດ.”
ໂອກາດດັ່ງກ່າວ, ທ່ານຮອງຫົວໜ້າພະແນກ ສກຂ ຈຳປາສັກ ຍັງໄດ້ຮຽກຮ້ອງໃຫ້ຄູ-ອາຈານ ເອົາໃຈໃສ່ຍົກລະດັບຕົນເອງຢ່າງຕໍ່ເນື່ອງ, ນຳໃຊ້ວິທີການສິດສອນ ແລະ ເຕັກໂນໂລຊີສະໄໝໃໝ່ເຂົ້າໃນຫ້ອງຮຽນ ໂດຍເນັ້ນການຄິດວິເຄາະ ແລະ ນະວັດຕະກຳ; ສຸມໃສ່ຄົ້ນຄວ້າ, ຄັດເລືອກ ແລະ ບຳລຸງສ້າງນັກຮຽນທີ່ມີພອນສະຫວັນຢ່າງມີຈຸດສຸມ ເພື່ອຍາດເອົາລາງວັນລະດັບແຂວງ, ລະດັບຊາດ ແລະ ສາກົນ; ຄຽງຄູ່ກັບການສຶກສາອົບຮົມດ້ານຄຸນສົມບັດສິນທຳ, ຄວາມກະຕັນຍູ, ຄວາມຮັກຊາດ ແລະ ວັດທະນະທຳອັນດີງາມຂອງຊາດ, ພ້ອມທັງຮຽກຮ້ອງໃຫ້ນັກຮຽນທຸກຄົນຕັ້ງໃຈຮຽນຮູ້ ແລະ ຝຶກຝົນຕົນເອງ.
ນອກຈາກນີ້, ທາງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ວາງທິດຊີ້ນຳຢ່າງເດັດຂາດ ເລີ່ມຕັ້ງແຕ່ສົກຮຽນນີ້ເປັນຕົ້ນໄປ ໂດຍນຳໃຊ້ຜົນການສຶກສາປະຈຳເດືອນເປັນຕົວຊີ້ວັດ ນັກຮຽນໃນແຜນທຶນ: ຫາກຜົນການຮຽນບໍ່ໄດ້ຕາມເກນ ຈະຕ້ອງໄດ້ເສຍສິດ; ນັກຮຽນນອກແຜນ: ຫາກຮຽນດີ-ຮຽນເກັ່ງ ແລະ ມີຄຸນສົມບັດດີ ຈະໄດ້ຮັບການພິຈາລະນາອະນຸມັດໃຫ້ຮັບທຶນໃນແຜນອັດຕະໂນມັດ. ພ້ອມດຽວກັນ, ເພື່ອສືບຕໍ່ຊຸກຍູ້ການສຶກສາ, ຈະໄດ້ເນັ້ນການສົມທົບກັນລະຫວ່າງ 4 ພາກສ່ວນ ຄື: ໂຮງຮຽນ, ພໍ່ແມ່ຜູ້ປົກຄອງ, ຊຸມຊົນ ແລະ ການແລກປ່ຽນຮ່ວມມືກັບສະຖານການສຶກສາທັງພາຍໃນ ແລະ ຕ່າງປະເທດ; ໂດຍສະເພາະແມ່ນການຮ່ວມມືຢ່າງຮອບດ້ານກັບໂຮງຮຽນ ມ.ປາຍ ຂອງແຂວງເລີ່ມດົງ (ສສ ຫວຽດນາມ) ຜ່ານທາງກົງສູນໃຫຍ່ ເພື່ອແລກປ່ຽນບົດຮຽນ, ດຶງດູດເຕັກໂນໂລຊີການສຶກສາໃໝ່ໆ ແລະ ນຳເອົາຫຼັກສູດພາສາຫວຽດນາມ ເຂົ້າໃນການຮຽນ-ການສອນ.
ໃນພິທີອັນມີຄວາມໝາຍຄວາມສຳຄັນນີ້, ໄດ້ມີການຜ່ານຂໍ້ຕົກລົງຍ້ອງຍໍຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນພະແນກ ໃຫ້ແກ່ກົມກອງລວມໝູ່ ແລະ ພະນັກງານຄູ-ອາຈານ ທີ່ມີຜົນງານປະກອບສ່ວນທາງດ້ານເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການພັດທະນາວຽກງານການສຶກສາ ແລະ ກິລາ. ພ້ອມນີ້, ຍັງໄດ້ມີການມອບຂອງຂວັນໃຫ້ແກ່ພະນັກງານອາວຸໂສບໍານານອີກດ້ວຍ.
ບັນຍາກາດການສະເຫຼີມສະຫຼອງໃນປີນີ້ ແມ່ນເຕັມໄປດ້ວຍຄວາມຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍອັນເລິກເຊິ່ງ ເນື່ອງຈາກທາງໂຮງຮຽນໄດ້ຈັດກິດຈະກຳສະແດງສິລະປະວັນນະຄະດີ, ຮ້ອງເພງ ແລະ ຟ້ອນ ທີ່ສະທ້ອນເຖິງວັດທະນະທຳອັນເປັນມູນເຊື້ອຂອງສອງຊາດ ລາວ-ຫວຽດນາມ ຢ່າງງົດງາມ ເຊິ່ງເປັນການຕອກຍ້ຳເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ໝັ້ນຍືນຊົ່ວກາລະນານ















