ກົມແຜນການ ແລະ ການເງິນ ສສກ ປະດັບຫຼຽນກາລະນຶກ 50 ປີ ພ້ອມປະກາດແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານຂັ້ນພະແນກ
12/10/2026

ກົມແຜນການ ແລະ ການເງິນ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ (2 ທັນວາ 1975 ຫາ 2 ທັນວາ 2025) ພ້ອມທັງປະກາດແຕ່ງຕັ້ງ ພະນັກງານດຳລົງຕໍາແໜ່ງບໍລິຫານຂັ້ນພະແນກ ໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ກອງມະນີ ວາດຕະນາ ຫົວໜ້າກົມແຜນການ ແລະ ການເງິນ, ພ້ອມດ້ວຍຮອງຫົວໜ້າກົມ, ພະນັກງານອາວຸໂສບໍານານ, ຜູ້ຕາງໜ້າຈາກກົມອ້ອມຂ້າງ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ໄດ້ຜ່ານລັດຖະດຳລັດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ສະບັບເລກທີ 299, ລົງວັນທີ 20 ພະຈິກ 2025 ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານຂອງກົມແຜນການ ແລະ ການເງິນ ສະບັບເລກທີ 6676, ລົງວັນທີ 15 ກັນຍາ 2026 ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຕົກລົງແຕ່ຕັ້ງ ທ່ານ ຊຽງແພງ ພອນວິໄສ ຫົວໜ້າພະແນກບໍລິຫານ ແລະ ຄົ້ນຄວ້າ-ສັງລວມ ເປັນຫົວໜ້າພະແນກ ບໍລິຫານ ແລະ ກວດກາການເງິນ, ທ່ານ ນາງ ວຽງຄອນ ວັນທານຸວົງ ເປັນຫົວໜ້າພະແນກການເງິນ, ທ່ານ ນາງ ພັນທະຖອມ ດີດາຣາວົງ ເປັນຫົວໜ້າພະແນກແຜນການ, ທ່ານ ສຸລິຍະ ໄຊຍະສິນ ເປັນຫົວໜ້າພະແນກເຕັກໂນໂລຊີດິຈິຕອນການສຶກສາ ແລະ ກິລາ, ທ່ານ ພິຊິດໄຊ ສຸລິນທອນ ເປັນຫົວໜ້າຫ້ອງການປະສານງານສາກົນ ເພື່ອການສຶກສາ. ພ້ອມທັງແຕ່ງຕັ້ງຮອງຫົວໜ້າພະແນກອີກ ຈໍານວນ 13 ທ່ານ ແລະ ແຕ່ງຕັ້ງຮອງຫົວໜ້າຫ້ອງການປະສານງານສາກົນເພື່ອການສຶກສາ ຈໍານວນ 1 ທ່ານ.
ໂອກາດດັ່ງກ່າວ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ບັນດາການນຳອາວຸໂສ, ພະນັກງານ-ບຳນານ ແລະ ພະນັກງານປະຈຳການທຸກທ່ານ ທີ່ໄດ້ປະກອບສ່ວນຢ່າງຍິ່ງໃຫຍ່ເຂົ້າໃນການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ແລະ ຂັບເຄື່ອນວຽກງານສຶກສາ-ກິລາ ຕະຫຼອດ 50 ປີຜ່ານມາ, ເຊິ່ງວຽກງານພາຍໃນກົມແມ່ນເປັນວຽກງານໜຶ່ງທີ່ສຳຄັນຫຼາຍ ສະນັ້ນ, ຮຽກຮ້ອງໃຫ້ພະນັກງານທຸກຂັ້ນ ຈົ່ງຮັກສາຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ, ເປັນມືອາຊີບ ແລະ ເຮັດໜ້າທີ່ຮັກສາຄວາມລັບທາງດ້ານງົບປະມານ ແລະ ໂຄງການຢ່າງເຄັ່ງຄັດ, ມີການບໍລິຫານງົບປະມານຢ່າງຮອບຄອບ ແລະ ໃຫ້ເອົາໃຈໃສ່ກົນໄກການປະສານງານວຽກງານ.
ສຳລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຕ້ອງເປັນແບບຢ່າງ, ພາເຮັດ, ຮຽນຮູ້ເຊິ່ງກັນ ແລະ ກັນພາຍໃນໝູ່ຄະນະ ແລະ ຝຶກອົບຮົມ-ສອນ ພະນັກງານພາຍໃນໃຫ້ມີຄວາມເຂັ້ມແຂງຂຶ້ນ, ໃຫ້ມີຄວາມເຫັນອົກເຫັນໃຈ, ເຂົ້າໃຈ ແລະ ໃຫ້ໂອກາດເຊິ່ງກັນ ແລະ ກັນ, ເນື່ອງຈາກປັດຈຸບັນຢູ່ໃນຍຸກ AI ແລະ ເຕັກໂນໂລຊີທີ່ປ່ຽນແປງໄວ ທາງຄະນະກົມກໍ່ຕ້ອງສ້າງແຜນຍົກລະດັບຄວາມຮູ້ຄວາມສາມາດ, ວິຊາສະເພາະ ແລະ ທິດສະດີການເມືອງ ໃຫ້ພະນັກງານຢ່າງລະອຽດ ເພື່ອເປົ້າໝາຍສ້າງພະນັກງານສືບທອດ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານພາຍໃນ ເພື່ອເຮັດໃຫ້ວຽກງານພາຍໃນພັດທະນາຂຶ້ນເລື້ອຍໆ.
ພາບ-ຂ່າວໂດຍ: ບົວລະພາ















