ສສກ ເປີດຊຸດຝຶກອົບຮົມ ຫຼັກສູດການບໍລິຫານ-ຄຸ້ມຄອງລັດ ສໍາລັບຜູ້ບໍລິຫານລະດັບສູງ
12/10/2026

ໃນວັນທີ 12 ຕຸລາ 2026 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດຊຸດຝຶກອົບຮົມ ຫຼັກສູດການບໍລິຫານ-ຄຸ້ມຄອງລັດ ສໍາລັບຜູ້ບໍລິຫານລະດັບສູງ (ປະເພດ 3) ພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານບໍລິຫານ ຂັ້ນຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ພາຍໃນສໍານັກກະຊວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ແລະ ຫົວໜ້າຫ້ອງການຂອງມະຫາວິທະຍາໄລ ເຂົ້າຮ່ວມທັງໝົດ 42 ທ່ານ, ຍິງ 8 ທ່ານ.
ໃນພິທີ, ທ່ານ ປອ ລຳພູນ ຫຼວງໄຊ ໄດ້ໃຫ້ກຽດຜ່ານ ຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ເລກທີ 1412/ຄຈສພ, ລົງວັນທີ 09 ຕຸລາ 2026 ວ່າດ້ວຍການອະນຸມັດເປີດຊຸດຝຶກອົບຮົມ ຫຼັກສູດ “ການບໍລິຫານ-ຄຸ້ມຄອງລັດ” ໃຫ້ພະນັກງານ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈຳປີ 2026; ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 7743/ສສກ, ລົງວັນທີ 09 ຕຸລາ 2026 ວ່າດ້ວຍການອະນຸມັດໃຫ້ພະນັກງານບໍລິຫານ ຂັ້ນຮອງຫົວໜ້າກົມ ພາຍໃນສໍານັກກະຊວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ, ແຂວງ ແລະ ຫົວໜ້າຫ້ອງການ, ມະຫາວິທະຍາໄລ ເຂົ້າຮ່ວມຝຶກອົບຮົມຫຼັກສູດດັ່ງກ່າວ ເຊິ່ງມີນັກສຳມະນາກອນເຂົ້າຮ່ວມ ທັງໝົດ 42 ທ່ານ, ຍິງ 8 ທ່ານ. ພ້ອມດຽວກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງ ເລກທີ 7748/ສສກ ວ່າດ້ວຍການແຕ່ງຕັ້ງຄະນະຫ້ອງ ເພື່ອຮັບຜິດຊອບ ນໍາພາ-ຊີ້ນໍາ ແລະ ຕິດຕາມການຝຶກອົບຮົມ. ນອກຈາກນີ້ ຍັງໄດ້ຜ່ານຂໍ້ຕົກລົງ ເລກທີ 7744-3-1/ສສກ ວ່າດ້ວຍການແຕ່ງຕັ້ງຄະນະໜ່ວຍ ແລະ ແບ່ງໜ່ວຍ ອອກເປັນ 5 ໜ່ວຍ ເພື່ອຊຸກຍູ້-ຕິດຕາມການເຄື່ອນໄຫວໃນແຕ່ລະວັນ.
ຊຸດຝຶກອົບຮົມຄັ້ງນີ້ ແມ່ນຈັດຂຶ້ນເປັນເວລາ 5 ວັນ ລະຫວ່າງວັນທີ 12 ຫາ 16 ຕຸລາ 2026 ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ເຊື່ອມຊຶມ 12 ຫົວຂໍ້ສໍາຄັນ ຈາກວິທະຍາກອນ ແລະ ຜູ້ຊ່ຽວຊານຂັ້ນສູງ ເປັນຕົ້ນແມ່ນ ການບໍລິຫານລັດໃນລະບົບການເມືອງ; ການນໍາພາ ແລະ ການຄຸ້ມຄອງ; ການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ; ການວາງແຜນຍຸດທະສາດ; ການຄຸ້ມຄອງ ແລະ ກວດກາ ງົບປະມານແຫ່ງລັດ; ການກວດກາ, ກວດສອບ ແລະ ການຕ້ານການສໍ້ລາດບັງຫຼວງ; ການຄຸ້ມຄອງ, ການປະເມີນຜົນ ແລະ ການພັດທະນາພະນັກງານ-ລັດຖະກອນ; ວຽກງານເອກະສານທາງລັດຖະການ ແລະ ການສໍາເນົາເອກະສານ; ການຄຸ້ມຄອງ-ບໍລິຫານວຽກງານການສຶກສາ, ວິທະຍາສາດ, ກິລາ-ກາຍຍະກຳ; ວຽກງານເອກະສານພັກ ແລະ ຄວາມເປັນເສນາທິການ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ກ່າວເປີດຊຸດຝຶກອົບຮົມຢ່າງເປັນທາງການ ໂດຍທ່ານໄດ້ຍົກໃຫ້ເຫັນຈຸດປະສົງສຳຄັນຂອງການຈັດຝຶກອົບຮົມແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ເສີມສ້າງ ຫຼັກມູນທິດສະດີ ພ້ອມທັງບົດຮຽນຕົວຈິງກ່ຽວກັບວຽກງານການບໍລິຫານ-ຄຸ້ມຄອງລັດ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ມາເຂົ້າຮ່ວມ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ປະກອບສ່ວນຢ່າງຕັ້ງໜ້າ, ຮັບຟັງການບັນຍາຍ-ເຜີຍແຜ່ເນື້ອໃນເອກະສານຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ສາມາດກຳໄດ້ຢ່າງເລິກເຊິ່ງ ແລະ ນຳເອົາຄວາມຮູ້ທີ່ໄດ້ຮັບໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຢູ່ຂະແໜງການ ແລະ ທ້ອງຖິ່ນຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ (ພະແນກໂຄສະນາ-ຂ່າວສານ)













