ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ
12/10/2026

ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 – 2 ທັນວາ 2025) ແລະ ຫຼຽນໄຊແຮງງານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍາໄລ ຄົບຮອບ 52 ປີ, 55 ປີ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026) ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ອະດີດພະນັກງານອາວຸໂສບໍານານ, ຜູ້ຕາງໜ້າຈາກກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ, ບໍລິສັດ ຕະຫຼອດຮອດພະນັກງານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ໄດ້ຜ່ານລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ; ຜ່ານລັດຖະດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາແຮງງານ; ຜ່ານລັດຖະດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາພັດທະນາ; ຜ່ານລັດຖະດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຍ້ອງຍໍລັດຖະບານ; ຜ່ານລັດຖະດໍາລັດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ; ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍຂັ້ນຂັ້ນກະຊວງ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍ ຂັ້ນວິທະຍາໄລ.
ພ້ອມດຽວກັນນັ້ນ, ໃນພິທີກໍໄດ້ມີການປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ແກ່ວິທະຍາໄລເຕັກນິກລາວ-ເຢຍລະມັນ; ປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ໂຄງການ KFW; ຫຼຽນກາພັດທະນາ ໃຫ້ບໍລິສັດ BHS Currugated ປະເທດເຢຍລະມັນ, ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ; ປະດັບຫຼຽນໄຊ ແຮງງານ ຊັ້ນ II ຈຳນວນ 11 ທ່ານ, ຊັ້ນ III ຈຳນວນ 10 ທ່ານ, ຫຼຽນກາແຮງງານ ຈໍານວນ 19 ທ່ານ, ຍ້ອງຍໍຂັ້ນລັດຖະບານຈໍານວນ 10 ທ່ານ, ຍ້ອງຍໍຂັ້ນກະຊວງ ຈໍານວນ 36 ທ່ານ, ເນື່ອງໃນໂອກາດສະເຫຼີມສະຫຼອງວິທະຍາໄລເຕັກນິກລາວ-ເຢຍລະມັນ ຄົບຮອບ 55 ປີ (1964-2019).
ນອກຈາກນີ້, ປະດັບຫຼຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄົບຮອບ 52 ປີ (1964-2016) ໃນນັ້ນມີ ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 4 ທ່ານ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 6 ທ່ານ, ຫຼຽນກາແຮງງານ ຈໍານວນ 5 ທ່ານ, ໃບຍ້ອງຍໍ ລັດຖະບານ ຈໍານວນ 9 ທ່ານ, ໃບຍ້ອງຍໍຂັ້ນກະຊວງ ຈໍານວນ 16 ທ່ານ. ພ້ອມກັນນັ້ນ, ຍັງໄດ້ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຈໍານວນ 40 ທ່ານ.
ໂອກາດນີ້, ທ່ານ ວິໄລພອນ ພົມມະຫາໄຊ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ທາງວິທະຍາໄລຍາດມາໄດ້ ລ້ວນແຕ່ແມ່ນຜົນສະທ້ອນຈາກຄວາມພະຍາຍາມ, ທຸ້ມເທ ແລະ ການປະກອບສ່ວນຢ່າງແຂງແຮງຂອງການຈັດຕັ້ງທຸກຂັ້ນ, ພະນັກງານ ແລະ ຄູອາຈານທຸກທ່ານ, ເພື່ອສ້າງ ແລະ ພັດທະນາໃຫ້ວິທະຍາໄລແຫ່ງນີ້ ກາຍເປັນສະຖານອາຊີວະ ຊັ້ນນໍາ ເປັນທີ່ຍອມຮັບໃນລະດັບພາກພື້ນ ແລະ ສາກົນ. ພ້ອມກກັນນັ້ນ, ທ່ານ ຍັງໄດ້ຫວນຄືນປະຫວັດນາຍຄູຄໍາ ຄູຜູ້ທໍາອິິດຂອງລາວ ເພື່ອໃຫ້ພະນັກງານ, ຄູອາຈານ ແລະ ນັກຮຽນນັກສຶກສາ ຮັບຮູ້ ເຂົ້າໃຈເລິກເຊິ່ງ.
ຕອນທ້າຍພິທີ ຍັງໄດ້ມີການມອບຂອງຂວັນໃຫ້ຄູອາຈານ ແລະ ຜູ້ອາວຸໂສບໍານານອີກດ້ວຍ.
ພາບ-ຂ່າວໂດຍ: ບົວລະພາ














