Skip to main content
10/02/2026 | ສຶກສາ

ກວຮ ຈັດກອງປະຊຸມວິເຄາະຂໍ້ມູນການກັ່ນຕອງທາງດ້ານການແພດ ກ່ຽວກັບການກວດກາຄວາມບົກຜ່ອງໜ້າທີ່ການຂອງເດັກ ອາຍຸ 3-5 ປີ

ກົມການສຶກສາກ່ອນໄວຮຽນ (ກວຮ) ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມວິເຄາະຂໍ້ມູນການກັ່ນຕອງທາງດ້ານການແພດ ກ່ຽວກັບການກວດກາຄວາມບົກຜ່ອງໜ້າທີ່ການຂອງເດັກ ອາຍຸ 3-5 ປີ ເມື່ອວັນທີ 9 ກຸມພາ 2026 ທີ່ຫ້ອງປະຊຸມ ເຮືອນພັກແຄມງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ກິຄຳ ພິມບຸນຍໍ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ, ມີແຂກຖືກເຊີນຈາກກະຊວງກ່ຽວຂ້ອງ, ບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການຈາກກົມການສຶກສາກ່ອນໄວຮຽນ, ແພດຈາກພະແນກຫູດັງຄໍ ໂຮງໝໍມະໂຫສົດ, ແພດພັດທະນາການເດັກ ໂຮງໝໍເດັກແຫ່ງຊາດ, ແພດຈາກສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົ່ງ, ສູນການແພດຟື້ນຟູໜ້າທີ່ການ, ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ, ເຊກອງ, ອັດຕະປື, ຫ້ອງການສຶກສາທິການ ແລະ ກິລາເມືອງ ເລົ່າງາມ, ດາກຈຶງ ແລະ ເມືອງຊານໄຊ ເຂົ້າຮ່ວມຢ່າງພ້ອມພຽງ.ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຕິດຕາມຜົນການເກັບກໍາຂໍ້ມູນຂອງເດັກໃນບ້ານເປົ້າໝາຍທີ່ໄດ້ລົງກັ່ນຕອງທາງດ້ານການແພດ ໃຫ້ມີຄວາມເປັນເອກະພາບໃນການນຳໃຊ້ ແລະ ສະດວກໃນການເກັບກຳ, ວິເຄາະ ແລະ […]

05/02/2026 | ສຶກສາ

ເປີດການສອບເສັງມາດຕະຖານ IHK ຂອງເຢຍລະມັນ ຄັ້ງທີ 8 ປະຈຳສົກຮຽນ 2025-2026

ນັກສຶກປີທີ 3 ຫຼັກສູດ (9+3) ສາຂາຊ່າງຈັກກົນໂຮງງານ ແລະ ສາຂາຊ່າງໄຟຟ້າເຕັກນິກ ທັງໝົດ 22 ຄົນ, ຍິງ 5 ຄົນ ຂອງວິທະຍາໄລເຕັກນິກລາວ-ເຢຍລະມັນ ທີ່ໄດ້ຮັບທຶນຈາກບໍລິສັດ BHS Corrugated ປະເທດເຢຍລະມັນ ເຂົ້າຮ່ວມສອບເສັງທົດສອບມາດຕະຖານ IHK ຄັ້ງທີ 8 ປະຈຳສົກຮຽນ 2025-2026 ຈັດຂຶ້ນ ລະຫວ່າງວັນທີ 3-5 ກຸມພາ 2026. ພິທີເປີດການສອບເສັງມາດຕະຖານ IHK ຂອງເຢຍລະມັນ ຄັ້ງທີ 8 ປະຈຳສົກຮຽນ 2025-2026 ຈັດຂຶ້ນ ໃນວັນທີ 4 ກຸມພາ 2026 ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ, ໃຫ້ກຽດເຂົ້າຮ່ວມມີທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ທ່ານ ນາງ ຊອນຢາ ພຣູນ (Sonja Prüll) ຜູ້ຮັບຜິດຊອບໂຄງການຂອງບໍລິສັດ BHS Corrugated […]

05/02/2026 | ສຶກສາ

ພະນັກງານຫຼັກແຫຼ່ງ ສສກ ຮັບຟັງການເຜີຍແຜ່ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງ ສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະໄໝທີ XII

ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະໄໝທີ XII ໃຫ້ພະນັກງານຫຼັກແຫຼ່ງພາຍໃນກະຊວງ ໃນວັນທີ 3 ກຸມພາ 2026 ທີ່ຫ້ອງປະຊຸມໃຫຍ່ ວິທະຍາໄລເຕັກນິກວິຊາຊີບການລົດໄຟ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງງສຶກສາທິການ ແລະ ກິລາ, ມີສະຫາຍຮອງເລຂາຄະນະບໍລິຫານງານພັກ, ບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະຫ້ອງການ, ຄະນະກົມ, ຄະນະອຳນວຍການສະຖາບັນ, ສູນ, ຄະນະພະແນກ ຫຼື ທຽບເທົ່າຂອງແຕ່ລະຮາກຖານພັກ ຈຳນວນ 312 ສະຫາຍ, ຍິງ 119 ສະຫາຍ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ. ໂອກາດນີ້, ສະຫາຍ […]

04/02/2026 | ສຶກສາ

ນັກຮຽນທຸກຍາກ ເມືອງແກ່ນທ້າວ ທີ່ມີຜົນການຮຽນດີ 16 ນ້ອງ ໄດ້ຮັບລົດຖີບ

ໃນຕອນບ່າຍວັນທີ 3 ກຸມພາ 2026 ຢູ່ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບລົດຖີບໃຫ້ນ້ອງນັກຮຽນຊັ້ນປະຖົມສຶກສາ ທີ່ຂາດທຶນການສຶກສາ, ເຂດຫ່າງໄກສອກຫຼີກ ແລະ ມີຜົນການຮຽນດີຢູ່ພາຍໃນເມືອງ ຈໍານວນ 16 ຄັນ, ໂດຍເປັນກຽດມອບຂອງທ່ານ ບຸນຍັງ ພັນທະວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ບໍລິຫານການສຶກສາ, ຄູສອນ, ຜູ້ປົກຄອງນັກຮຽນ ເຂົ້າຮ່ວມ. ລົດຖີບທີ່ມອບໃນຄັ້ງນີ້, ແມ່ນໄດ້ຮັບຈາກສະພາປະຊາຊົນແຂວງໄຊຍະບູລີ ຕາມແຜນແບ່ງປັນຂອງພະແນກສຶກສາທິການ ແລະ ກິລາແຂວງ ຈໍານວນ 16 ຄັນ ໃຫ້ນ້ອງນັກຮຽນຊັ້ນປະຖົມສຶກສາ ທີ່ຂາດທຶນການສຶກສາ, ເຂດຫ່າງໄກສອກຫຼີກ ແລະ ມີຜົນການຮຽນດີຢູ່ພາຍໃນເມືອງ. (ຂ່າວ: ແກ່ນທ້າວ)

04/02/2026 | ສຶກສາ

ອັດຕະປື ຮັບຮອງການນຳໃຊ້ຂໍ້ມູນສະຖິຕິການສຶກສາ ແລະ ກິລາ ສົກຮຽນ 2025-2026

ພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ໄດ້ຈັດກອງປະຊຸມຮັບຮອງການນຳໃຊ້ຂໍ້ມູນສະຖິຕິທົ່ວແຂວງ ປະຈຳສົກຮຽນ 2025-2026 ວັນທີ 4 ກຸມພາ 2026 ທີ່ສະໂມສອນຂອງພະແນກ, ໂດຍການເປັນປະທານຂອງ ທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພັກ-ຄະນະພະແນກ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ, ທ່ານ ເພັດທະນູຄຳ ເທບຄຳພູນວົງ ຫົວໜ້າຂະແໜງສະຖິຕິ ແລະ ແຜນການ ພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ໄດ້ລາຍງານສະພາບລວມຂອງສົກຮຽນ 2025-2026 ຊຶ່ງທົ່ວແຂວງມີໂຮງຮຽນທັງໝົດ 285 ແຫ່ງ (ເພີ່ມຂຶ້ນຈາກສົກຮຽນຜ່ານມາ), ມີນັກຮຽນທັງໝົດ 32,646 ຄົນ ຍິງ 16,130 ແລະ ຄູສອນ 1,825 ຄົນ ຍິງ 1,056 ຄົນ. […]

03/02/2026 | ສຶກສາ

ສສກ ຫາລືກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າໃນການກະກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMMSTI-22) ໃນເດືອນມິຖຸນາ 2026 ເມື່ອວັນທີ 2 ກຸມພາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍພາຍໃຕ້ການເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຈາກຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສູນ ຕະຫຼອດບັນດາຄະນະອະນຸກຳມະການດ້ານຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວເປີດກອງປະຊຸມ ພ້ອມມີຄຳເຫັນວ່າ: ການຈັດກອງປະຊຸມໃນຄັ້ງນີ້ ແມ່ນເປັນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນຫຼາຍ ຈັດຂຶ້ນເພື່ອໃຫ້ບັນດາອະນຸກຳມະການດ້ານຕ່າງໆ ລາຍງານຄວາມຄືບໜ້າ ແລະ ປຶກສາຫາລື ແຜນວຽກງານສຸມໃສ່ອັນລະອຽດ ໃນການກະກຽມຄວາມພ້ອມທຸກດ້ານໃນການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ […]

03/02/2026 | ສຶກສາ

ສຄຂ ສ້າງຄວາມເຂັ້ມແຂງໃຫ້ຜູ້ຮັບຜິດຊອບວຽກໂຄສະນາຂ່າວສານທົ່ວປະເທດ ເພື່ອຍົກລະດັບວຽກງານສື່ມວນຊົນໃຫ້ທັນສະໄໝ

ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ) ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ຮັບຜິດຊອບວຽກໂຄສະນາຂ່າວສານການສຶກສາ ແລະ ກິລາ ຂັ້ນສູນກາງ ແລະ ຂັ້ນແຂວງ ໃນທົ່ວປະເທດ ເພື່ອຍົກລະດັບວຽກສື່ມວນຊົນໃຫ້ທັນສະໄໝ ໃນຍຸກດີຈີຕອລ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 31 ມັງກອນ 2026 ທີ່ຫ້ອງປະຊຸມເຮືອນພັກແຄມງຶ່ມ, ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ປອ ວົງເພັດ ອຸດົມລິດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍຄະນະອຳນວຍການສູນ, ບັນດາຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານພາຍໃນສູນ ແລະ ຜູ້ຮັບຜິດຊອບວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ຈາກ 5 ແຂວງ ເຊັ່ນ: ຫຼວງພະບາງ, ວຽງຈັນ, ຄຳມ່ວນ, […]

03/02/2026 | ສຶກສາ

ໂຄງການໂຮງຮຽນທີ່ປອດໄພໃນ ສປປ ລາວ ແຂວງຫຼວງພະບາງ ສະຫຼຸບປິດກິດຈະກຳໂຄງການ

ໂຄງການໂຮງຮຽນທີ່ປອດໄພໃນ ສປປ ລາວ ແຂວງຫຼວງພະບາງ ຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດພິທີສະຫຼຸບປິດກິດຈະກຳໂຄງການຢ່າງເປັນທາງການໃນວັນທີ 30 ມັງກອນ 2026 ນີ້ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງພະບາງ ແຂວງຫຼວງພະບາງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ພົມມະແສງ ທິບພະວົງ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແກ້ວ ຈັນທະລັງສີ ຕາງໜ້າຫົວໜ້າແຜນການອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ, ມີທ່ານ ຕາງໜ້າຈາກຫ້ອງການກະຊວງສຶກສາທິການ ແລະ ກິລາ, ກົມກ່ຽວຂ້ອງ,ຮອງປະທານຄະນະກຳມະການປົກຄອງເມືອງ, ຕາງໜ້າພະການກ່ຽວຂ້ອງຂອງແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຫ້ອງການກ່ຽວຂ້ອງຂອງເມືອງ, ຜູ້ປະສານງານໂຄງການ ພ້ອມດ້ວຍພະນັກງານ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ. […]