Skip to main content

ໂຄງການໂຮງຮຽນທີ່ປອດໄພໃນ ສປປ ລາວ ແຂວງຫຼວງພະບາງ ສະຫຼຸບປິດກິດຈະກຳໂຄງການ

03/02/2026
ໂຄງການໂຮງຮຽນທີ່ປອດໄພໃນ ສປປ ລາວ ແຂວງຫຼວງພະບາງ ຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດພິທີສະຫຼຸບປິດກິດຈະກຳໂຄງການຢ່າງເປັນທາງການໃນວັນທີ 30 ມັງກອນ 2026 ນີ້ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງພະບາງ ແຂວງຫຼວງພະບາງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ພົມມະແສງ ທິບພະວົງ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແກ້ວ ຈັນທະລັງສີ ຕາງໜ້າຫົວໜ້າແຜນການອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ, ມີທ່ານ ຕາງໜ້າຈາກຫ້ອງການກະຊວງສຶກສາທິການ ແລະ ກິລາ, ກົມກ່ຽວຂ້ອງ,ຮອງປະທານຄະນະກຳມະການປົກຄອງເມືອງ, ຕາງໜ້າພະການກ່ຽວຂ້ອງຂອງແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຫ້ອງການກ່ຽວຂ້ອງຂອງເມືອງ, ຜູ້ປະສານງານໂຄງການ ພ້ອມດ້ວຍພະນັກງານ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງ, ການນໍາສະເໜີພາບລວມ ແລະ ຜົນການປະເມີນຂອງການຈັດຕັ້ງປະຕິບັດຂອງໂຄງການໂຮງຮຽນທີ່ປອດໄພ, ການນໍາສະເໜີຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການຈາກຂັ້ນສູນກາງ, ຂັ້ນເມືອງ, ການລາຍງານງົບປະມານ ແລະ ອຸປະກອນພາຍໃນໂຄງການ, ຈາກນັ້ນຜູ້ແທນກອງປະຊຸມໄດ້ຮ່ວມກັນປະກອບຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ ແລະ ມີເນື້ອໃນເລິກເຊີ່ງ ພ້ອມກັນນັ້ນກອງປະຊຸມຍັງໄດ້ເຫັນດີເປັນເອກະພາບຕໍ່ການລາຍງານນໍາສະເໜີຂອງອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ໃນການຈັດຕັ້ງປະຕິບັດຂອງໂຄງການໂຮງຮຽນທີ່ປອດໄພໃນ ສປປ ລາວ ແຕ່ປີ 2022-2025, ວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະສານງານໃນຂັ້ນສູນກາງ, ຂັ້ນແຂວງ, ຂັັ້ນເມືອງ ແລະ ຂັ້ນໂຮງຮຽນ ເພື່ອມີວິທີການຮັບມື ແລະ ຕອບໂຕ້ສຸກເສີນ ໃຫ້ໂຮງຮຽນມີຄວາມປອດໄພ, ການສະໜອງງົບປະມານຮັບໃຊ້, ອຸປະກອນຕ່າງໆເຊັ່ນ: ງົບປະມານການຝຶກອົບຮົມ,ງົບປະມານການກໍ່ສ້າງ-ສ້ອມແປງ, ກິດຈະກໍາສະໂມສອນເດັກ ແລະ ອຸປະກອນຮັບໃຊ້ການຮຽນ-ການສອນ ນອກນີ້ຍັງໄດ້ຜັນຂະຫຍາຍປຶ້ມຄູ່ມືແນະນໍາ ການຄຸ້ມຄອງໂຮງຮຽນທີ່ປອດໄພ ແລະ ໄດ້ທົດລອງຝຶກອົບຮົມການນໍາໃຊ້ປຶ້ມດັ່ງກ່າວໃຫ້ແກ່ຄູ-ອາຈານ ໃນ ໂຮງຮຽນເປົ້າໝາຍ ແລະ ໂຮງຮຽນທີ່ບໍ່ແມ່ນເປົ້າໝາຍ.
ກອງປະຊຸມກໍເພື່ອສະຫຼຸບສັງລວມຜົນສໍາເລັດ, ຜົນໄດ້ຮັບ ແລະ ຕີລາຄາຈຸດດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຂອງການຈັດຕັ້ງປະຕິບັດໂຄງການໂຮງຮຽນທີ່ປອດໄພໃນ ສປປ ລາວ ໃນຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ 03 ເມືອງເປົ້າໝາຍ.
ໂອກາດນີ້ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ, ເຊີ່ງທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະຮັບຜິດຊອບກອງປະຊຸມທີ່ໄດ້ກະກຽມຄວາມພ້ອມຮອບດ້ານ ພ້ອມກັນນີ້ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະຮັບຜິຊອບທຸກພາກສ່ວນຈົ່ງໄດ້ພ້ອມກັນສືບຕໍ່ປົກປັກ, ຮັກວັດສະດຸ, ອຸປະກອນ,ທີ່ທາງໂຄງການໄດ້ສະໜອງໃຫ້ ເພື່ອໃຫ້ມີຄວາມສະອາດໃຊ້ໄດ້ ແລະ ພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍກິດຈະກຳຂອງໂຄງການຂະຫຍາຍໄປສູ່ໂຮງຮຽນອື່ນທີ່ບໍ່ແມ່ນເປົ້າໝາຍຂອງໂຄງການເພື່ອເຮັດໃຫ້ຊຸມຊົນ, ຄູອາຈານ ແລະ ນ້ອງນັກຮຽນໄດ້ມີຄວາມຮັບຮູ້ເຂົ້າໃຈສາມາດປັບຕົວເຂົ້າກັບໃນສະພາບການຕ່າງໆດີຂຶ້ນ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼວວງພະບາງ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ