Skip to main content
03/02/2026 | ສຶກສາ

ສສກ ກຳນົດເອົາ 30 ເມືອງເປົ້າໝາຍ ທົດລອງນຳໃຊ້ຊຸດອຸປະກອນຊ່ວຍເຫຼືອຄູ ເພື່ອຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນ

ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ສຳເລັດການຖ່າຍຮູບພາບ ເພື່ອສະແດງໃຫ້ເຫັນວິທີການປະຕິບັດໃນຊຸດສະໜັບສະໜູນຄູ ຫົວຂໍ້ທີ່ 14 ຫົວຂໍ້ໃໝ່ທີ່ມີຊື່ວ່າ: “ການຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນ”. ໂດຍມີຜູ້ຕາງໜ້າຈາກກົມສ້າງຄູ, ສູນສົ່ງເສີມການສຶກສາຮຽນຮ່ວມ, ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງແກ້ວອຸດົມ ໄດ້ເຂົ້າຮ່ວມການຖ່າຍພາບປະກອບ. ທ່ານ ຮສ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນວ່າ: “ແຫຼ່ງຂໍ້ມູນຮຽນຮູ້ໃໝ່ສຳລັບຄູນີ້ ແມ່ນສ່ວນໜຶ່ງຂອງຫຼາຍຫົວຂໍ້ໃນຊຸດອຸປະກອນຊ່ວຍເຫຼືອຄູ ທີ່ພັດທະນາຂຶ້ນເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງຄູ ແລະ ທີມງານຜູ້ເຮັດວຽກສຶກສານິເທດ ກ່ຽວກັບສິ່ງທ້າທາຍທີ່ຍາກທີ່ສຸດ ທີ່ເຂົາເຈົ້າໄດ້ປະເຊີນ ເວລາສອນຢູ່ໃນຫ້ອງຮຽນ; ໄດ້ສອດຄ່ອງກັບບຸລິມະສິດຂອງແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປີ 2026-2030 ເພື່ອສະໜັບສະໜູນຄູດ້ວຍວິທີການທີ່ສາມາດປະຕິບັດໄດ້ງ່າຍ ເພື່ອຊ່ວຍນັກຮຽນທີ່ມີຄວາມຕ້ອງການໃນການຮຽນຮູ້ທີ່ຫຼາກຫຼາຍ. ພວກເຮົາຫວັງວ່າ […]

03/02/2026 | ສຶກສາ

ຫາລືວຽກງານການສຶກສາຊັ້ນສູງ ແລະ ສອດແຊກຫຼັກສູດວິຊາຊີບເຂົ້າໃນສາຍສາມັນຂອງສະຖານການສຶກສາພາກເອກະຊົນ

ໃນວັນທີ 28 ມັງກອນ 2026 ທີ່ຫ້ອງປະຊຸມໂຮງຮຽນນານາຊາດ ອົດສະຕຣາລີ ໄດ້ມີກອງປະຊຸມວິຊາການ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ຊຸດທີ 9, ປະທານສະມາຄົມການສຶກສາພາກເອກະຊົນ, ປະທານກຸ່ມການສຶກສາແສງສະຫວັນ, ທ່ານ ຮສ.ດຣ ການະການ ພັນນິພົງ ຮອງອະທິການບໍດີ ມະຫາວິທະຍາໄລເທັັກໂນໂລຍີຣາຊະມົງຄຸນຕະເວັນອອກ ປະເທດໄທ ແລະ ທ່ານ ພອນໄຊ ພິສານສິດກູນ ປະທານສະມາຄົມການສຶຶກສາພາກເອກະຊົນ ປະເທດໄທ, ພ້ອມດ້ວຍຮອງປະທານສະມາຄົມທັງ 2 ພາກສ່ວນ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ແມ່ນເປັນການພົບປະແລກປ່ຽນກັນລະຫວ່າງ 4 ພາກສ່ວນ ຄື ສະມາຄົມການສຶກສາພາກເອກະຊົນ ລາວ, ມະຫາວິທະຍາໄລເທັັກໂນໂລຢີຣາຊະມົງຄົນຕະເວັນອອກ ປະເທດໄທ, ສະມາຄົມການສຶກສາພາກເອກະຊົນ ປະເທດໄທ ແລະ ສະຖາບັນບໍລິຫານທຸລະກິດແສງສະຫວັນ ເພື່ອປຶກສາຫາລືຮ່ວມມືການຊ່ວຍເຫຼືອກ່ຽວກັບການສຶກສາຊັ້ນສູງ ໂດຍຈະເອົາສະຖາບັນທຸລະກິດແສງສະຫວັນ ແລະ ມະຫາວິທະຍາໄລເທັັກໂນໂລຢີຣາຊະມົງຄົນຕະເວັນອອກ ປະເທດໄທ ເປີດຫຼັກສູດຮ່ວມມືຊັ້ນລະດັບປະລິນຍາຕີ ແລະ […]

03/02/2026 | ສຶກສາ

ສສກ ຄົ້ນຄວ້າ ແລະ ປຶກສາຫາລື ວາງແຜນກຽມຫັນປ່ຽນລະບົບການສຶກສາສາຍສາມັນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລື ວາງແຜນການຫັນປ່ຽນລະບົບການສຶກສາສາຍສາມັນ ຈາກລະບົບ 5+4+3 ເປັນ 6+3+3 ໃນວັນທີ 29 ມັງກອນ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາອະດີດການນໍາ, ພະນັກງານບໍານານໃນຂົງເຂດວຽກງານການສຶກສາ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ, ສູນ, ມະຫາວິທະຍາໄລແຫ່ງຊາດ, ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ວິທະຍາໄລຄູດົງຄໍາຊ້າງ, ວິທະຍາໄລສິລະປະສຶກສາ, ໂຮງຮຽນປະຖົມ ແລະ ມັດທະຍົມ ທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.   ໃນໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວໃຫ້ຮູ້ວ່າ: ການຈັດກອງປະຊຸມຄັ້ງນີ້ […]

03/02/2026 | ສຶກສາ

ການນຳ ສສກ ລົງກວດກາພື້ນຖານໂຄງລ່າງຢູ່ວິທະຍາໄລຄູດົງຄຳຊ້າງ ກະກຽມຍົກສະຖາບັນສ້າງຄູ ໃຫ້ມີຄຸນນະພາບສູງຂຶ້ນ

ໃນວັນທີ 29 ມັງກອນ 2026, ການນຳກະຊວງສຶກສາທິການ ແລະ ກິລາ (ສສກ) ນຳໂດຍ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ແລະ ຕິດຕາມກວດກາພື້ນຖານໂຄງລ່າງ ຢູ່ ວິທະຍາໄລຄູດົງຄຳຊ້າງ ເພື່ອກະກຽມຍົກລະດັບສະຖາບັນສ້າງຄູ ໃຫ້ກາຍເປັນບ່ອນສ້າງຄູ ທີ່ມີຄຸນນະພາບ ອອກຮັບໃຊ້ສັງຄົມ ຊຶ່ງໃຫ້ກຽດຕ້ອນຮັບຂອງ ຄະນະອຳນວຍການວິທະຍາໄລ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງ. ສໍາລັບໄດ້ລົງເຄື່ອນໄຫວ ແລະ ຕິດຕາມກວດກາພື້ນຖານໂຄງລ່າງ ຢູ່ ວິທະຍາໄລຄູດົງຄຳຊ້າງ ໃນຄັງນີ້ ແມ່ນໄດ້ລົງກວດກາອາຄານສະຖານທີ່, ການຈັດຕັ້ງການຮຽນການສອນ ແລະ ເນື້ອທີ່ຂອງວິທະຍາໄລ ທັງນີ້, ເພື່ອກະກຽມຍົກລະດັບສະຖາບັນສ້າງຄູ ໃຫ້ກາຍເປັນບ່ອນສ້າງຄູ ທີ່ມີຄຸນນະພາບ ອອກຮັບໃຊ້ສັງຄົມ. ໃນປັດຈຸບັນ, ວິທະຍາໄລຄູດົງຄຳຊ້າງ ມີຫຼັກສູດການຮຽນ ການສອນ ຄື: ສ້າງຄູອະນຸບານ ລະດັບອະນຸປະລິນຍາ-ປະລິນຍາຕີ, […]

28/01/2026 | ສຶກສາ

ເປີດຮຽນທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ III ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງກະຊວງສຶກສາທິການ ແລະ ກິລາ

ຄະນະພັກກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ເປີດຮຽນທິດສະດີການເມືອງ ຂັ້ນຕົ້ນ (ລະບົບ 3 ເດືອນ) ຊຸດທີ III ໃຫ້ແກ່ສະມາຊິກພັກ-ພະນັກັງານຫຼັກແຫຼ່ງຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 28 ມັງກອນ 2026 ທີ່ສະຖາບັນພັດທະນາບໍລິຫານການສຶກສາ (ຫຼັກ8), ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີສະຫາຍ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ພ້ອມດ້ວຍບັນດາເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານ, ແຂກຖືກເຊີນ ແລະ ບັນດາສຳມະນາກອນ ທີ່ມາຈາກຫ້ອງການ, ກົມ, ສຳນັກພິມສຶກສາ-ກິລາ, ສະຖາບັນ, ສູນ, ລັດວິສາຫະກິດອຸປະກອນ ແລະ ໂຮງພິມສຶກສາ, ວິທະຍາໄລ, ໂຮງຮຽນ ແລະ ຕົວແທນຈາກ […]

28/01/2026 | ສຶກສາ

ສກຂ ຄໍາມ່ວນ ຖອດຖອນບົດຮຽນກິດຈະກໍາໂຄງການ “ນໍານ້ອງກັບຄືນສູ່ໂຮງຮຽນ”

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຄໍາມ່ວນ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດກິດຈະກຳໂຄງການ “ນໍານ້ອງກັບຄືນສູ່ໂຮງຮຽນ ແລະ ສືບຕໍ່ຮຽນໃຫ້ຈົບ” ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026 ທີ່ຫ້ອງປະຊຸມຂອງພະແນກ ສກຂ ແຂວງ, ໂດຍການເປັນປະທານຂອງ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກ ສກຂ ຄໍາມ່ວນ ພ້ອມຄະນະ, ມີບັນດາຄະນະຮັບຜິດຊອບໂຄງການ, ຜູ້ຕາງໜ້າຈາກ ສຶກສາທິການ ແລະ ກິລາເມືອງ, ຜູ້ອຳນວຍການໂຮງຮຽນເປົ້າໝາຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ ເພື່ອຕີລາຄາຄືນຜົນສຳເລັດ, ຂໍ້ສະດວກ, ຂໍ້ຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການລົງເຄື່ອນໄຫວຈັດຕັ້ງປະຕິບັດກິດຈະກຳໃນໄລຍະຜ່ານມາ. ໂຄງການ “ນໍານ້ອງກັບຄືນສູ່ໂຮງຮຽນ” ແມ່ນໂຄງການບູລິມະສິດທີ່ສຸມໃສ່ການເກັບກຳຂໍ້ມູນນັກຮຽນທີ່ປະລະການຮຽນ, ວິເຄາະສາເຫດ ແລະ ເຂົ້າໄປຊ່ວຍເຫຼືອໂດຍກົງ ເພື່ອຊຸກຍູ້ໃຫ້ເຂົາເຈົ້າໄດ້ມີໂອກາດກັບມາຮຽນໜັງສືຄືນໃໝ່. ສົກຮຽນ 2025-2026 ມີໂຮງຮຽນປະຖົມສຶກສາ ທັງໝົດ 616 ແຫ່ງ […]

28/01/2026 | ສຶກສາ

ມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ

ພິທີມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ ສປປ ລາວ ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມັນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫຼີ ຊີເຈິນ ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ຟ້ານ ເວີ້ຍເຫວີນ ຜູ້ອຳນວຍການໃຫຍ່ສຳນັກພິມການສຶກສາຊຽງໄຮ້ ສປ ຈີນ, ທ່ານ ນາງ ແສງເດືອນ ໄຊຍະກອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງພ້ອມພຽງ. ທ່ານ ຟ້ານ ເວີ້ຍເຫວີນ ກ່າວວ່າ: ທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ປະກາດ 8 ໂຄງການຊ່ວຍເຫຼືອ ໃຫ້ແກ່ ສປປ ລາວ ໃນໄລຍະທີ່ທ່ານຢ້ຽມຢາມລັດຖະກິດຢູ່ ສປປ ລາວ […]

28/01/2026 | ສຶກສາ

ໂຮງຮຽນອະນຸບານ ສສກ ເຄື່ອນໄຫວແລກປ່ຽນບົດຮຽນດ້ານວິຊາການ, ການພັດທະນາຄູ ແລະ ການຄຸ້ມຄອງການສອນ ຢູ່ແຂວງສະຫວັນນະເຂດ

ໃນວັນທີ 23 ມັງກອນ 2026, ທ່ານ ນາງ ຈູມມະລີ ສິດທິສັກ ຜູ້ອຳນວຍການໂຮງຮຽນອະນຸບານ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານວິຊາການ, ການຈັດການຮຽນ-ການສອນ ແລະ ການຈັດສະພາບແວດລ້ອມ ຮ່ວມກັບ ຄູອາຈານ ໂຮງຮຽນອະນຸບານ ມິດຕະພາບ ສະຫວັນນະເຂດ-ກວາງບິງ ທີ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ນາງ ບົວວັນ ສຸວໍລະວົງ ຜູ້ອຳນວຍການໂຮງຮຽນອະນຸບານ ມິດຕະພາບ ສະຫວັນນະເຂດ-ກວາງບິງ ພ້ອມດ້ວຍຄະນະຄູອາຈານພາຍໃນໂຮງຮຽນ. ໃນພິທີ, ທ່ານ ນາງ ບົວວັນ ສຸວໍລະວົງ ໄດ້ຂຶ້ນຜ່ານບົດລາຍງານສະພາບລວມ ແລະ ປະຫວັດຄວາມເປັນມາຂອງໂຮງຮຽນ ປັດຈຸບັນ ໂຮງຮຽນອະນຸບານ ມິດຕະພາບ ສະຫວັນນະເຂດ-ກວາງບິງ ມີອາຄານຮຽນທີ່ຈັດສັນຢ່າງເປັນລະບົບ ລວມທັງໝົດ 10 ຫ້ອງ (ແບ່ງເປັນ […]