Skip to main content

ຫາລືວຽກງານການສຶກສາຊັ້ນສູງ ແລະ ສອດແຊກຫຼັກສູດວິຊາຊີບເຂົ້າໃນສາຍສາມັນຂອງສະຖານການສຶກສາພາກເອກະຊົນ

03/02/2026
ໃນວັນທີ 28 ມັງກອນ 2026 ທີ່ຫ້ອງປະຊຸມໂຮງຮຽນນານາຊາດ ອົດສະຕຣາລີ ໄດ້ມີກອງປະຊຸມວິຊາການ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ຊຸດທີ 9, ປະທານສະມາຄົມການສຶກສາພາກເອກະຊົນ, ປະທານກຸ່ມການສຶກສາແສງສະຫວັນ, ທ່ານ ຮສ.ດຣ ການະການ ພັນນິພົງ ຮອງອະທິການບໍດີ ມະຫາວິທະຍາໄລເທັັກໂນໂລຍີຣາຊະມົງຄຸນຕະເວັນອອກ ປະເທດໄທ ແລະ ທ່ານ ພອນໄຊ ພິສານສິດກູນ ປະທານສະມາຄົມການສຶຶກສາພາກເອກະຊົນ ປະເທດໄທ, ພ້ອມດ້ວຍຮອງປະທານສະມາຄົມທັງ 2 ພາກສ່ວນ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້, ແມ່ນເປັນການພົບປະແລກປ່ຽນກັນລະຫວ່າງ 4 ພາກສ່ວນ ຄື ສະມາຄົມການສຶກສາພາກເອກະຊົນ ລາວ, ມະຫາວິທະຍາໄລເທັັກໂນໂລຢີຣາຊະມົງຄົນຕະເວັນອອກ ປະເທດໄທ, ສະມາຄົມການສຶກສາພາກເອກະຊົນ ປະເທດໄທ ແລະ ສະຖາບັນບໍລິຫານທຸລະກິດແສງສະຫວັນ ເພື່ອປຶກສາຫາລືຮ່ວມມືການຊ່ວຍເຫຼືອກ່ຽວກັບການສຶກສາຊັ້ນສູງ ໂດຍຈະເອົາສະຖາບັນທຸລະກິດແສງສະຫວັນ ແລະ ມະຫາວິທະຍາໄລເທັັກໂນໂລຢີຣາຊະມົງຄົນຕະເວັນອອກ ປະເທດໄທ ເປີດຫຼັກສູດຮ່ວມມືຊັ້ນລະດັບປະລິນຍາຕີ ແລະ ປະລິນຍາໂທ ໃນຫຼາຍສາຂາວິຊາ ໃນນັ້ນ, ໄດ້ຫາລືກັນໃນການຮ່ວມມືທາງດ້ານການເປີດຮຽນທີ່ ສປປ ລາວ 2 ປີ ແລະ ໄປຮຽນຢູ່ປະເທດໄທ 2 ປີ ຫຼື ຮຽນຢູ່ ສປປ ລາວ ແລ້ວໄດ້ໃບປະກາດ 2 ໃບ ໂດຍການເອົາຄູ ແລະ ຫຼັກສູດມາສອດແຊກເຂົ້າໃນວິຊາທີ່ສະຖາບັນບໍລິຫານທຸລະກິດແສງສະຫວັນ ບໍ່ມີ ແລ້ວໄດ້ໃບປະກາດ 2 ໃບ ຈາກມະຫາວິທະຍາໄລເຕັກໂນໂລຍຢີຣາຊະມົງຄົນຕະເວັນອອກ 1 ໃບ ແລະ ສະຖາບັນບໍລິຫານທຸລະກິດແສງ 1 ໃບ (ທັງປະລິນຍາຕີ ແລະ ປະລິນຍາໂທ).
ສຳລັບການຮ່ວມມືດັ່ງກ່າວ ແມ່ນຜ່ານສະມາຄົມການສຶກສາພາກເອກະຊົນຂອງລາວ ເພື່ອໃຫ້ໂຮງຮຽນພາກເອກະຊົນ ມີສ່ວນຮ່ວມໃນໂຄງການດັ່ງກ່າວ, ໂດຍການນໍາເອົາບຸກຄະລາກອນທີ່ມິີຄວາມສາມາດ ຈາກປະເທດໄທ ມາຖ່າຍທອດໃຫ້ແກ່ໂຮງຮຽນສາມັນໃນພາກເອກະຊົນຂອງລາວ ຜ່ານການຝຶກອົບຮົມ ແລະ ປະຕິບັດຕົວຈິງ ເຊັ່ນ: ດ້ານຄວາມສວຍຄວາມງາມ, ດ້ານຮ້ານອາຫານ, ການໂຮງແຮມ, ການເຮັດສິນຄ້າແປຮູບ, ເຂົ້າໜົມ ແລະ ອື່ນໆ ເປົ້າໝາຍເພື່ອໃຫ້ນັກຮຽນພາກເອກະຊົນມັດທະຍົມປາຍ ໃຫ້ມີວິຊາຊີບຕິດຕົວ ແລະ ຈົບໄປມີອາຊາຊີບ ສາມາດຕໍ່ຍອດໃຫ້ຕົນເອງ, ຊຶ່ງການຮ່ວມມືດັ່ງກ່າວແມ່ນບໍ່ໃຫ້ກະທົບຕໍ່ຫຼັກສູດທີ່ມີຢູ່.
ພ້ອມດຽວກັນນັ້ນ, ກໍຕ້ອງໃຫ້ນັກຮຽນໄດ້ຜ່ານການຝຶກອົບຮົມ ດ້ວຍການຝຶກໃນໄລຍະສັ້ນ ເລືອກເອົາວັນເສົາ-ອາທິດ ຫຼື ໃນໄລຍະພັກພາກຮຽນ 1-2 ຂອງສົກຮຽນ, ໂຄງການຮ່ວມມືດັ່ງກ່າວນີ້ ແມ່ນເລີ່ມປຶກສາຫາລືໃນສະມາຄົມການສຶກສາພາກເອກະຊົນໃນລາວ ແລະ ຈັດຕັ້ງປະຕິບັດໃນ ສົກຮຽນ 2025-2026 ນີ້ເປັນຕົ້ນໄປ. ທັງນີ້, ກໍເພື່ອພັດທະນາຂະແໜງການສຶກສາຂອງລາວໃຫ້ກ້າວໜ້າ, ນັກຮຽນມີຄວາມຮູ້ຄວາມສາມາດທາງດ້ານວິຊາຊີບ ຫຼັງຈາກຮຽນຈົບສາມາດນໍາເອົາບົດຮຽນທີ່ຮຽນຈາກໂຮງຮຽນໄປຕໍ່ຍອດເຂົ້າໃນວຽກງານການທໍາຂອງຕົນເອງອີກດ້ວຍ.
ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ