Skip to main content

ສສກ ກຳນົດເອົາ 30 ເມືອງເປົ້າໝາຍ ທົດລອງນຳໃຊ້ຊຸດອຸປະກອນຊ່ວຍເຫຼືອຄູ ເພື່ອຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນ

03/02/2026

ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ສຳເລັດການຖ່າຍຮູບພາບ ເພື່ອສະແດງໃຫ້ເຫັນວິທີການປະຕິບັດໃນຊຸດສະໜັບສະໜູນຄູ ຫົວຂໍ້ທີ່ 14 ຫົວຂໍ້ໃໝ່ທີ່ມີຊື່ວ່າ: “ການຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນ”. ໂດຍມີຜູ້ຕາງໜ້າຈາກກົມສ້າງຄູ, ສູນສົ່ງເສີມການສຶກສາຮຽນຮ່ວມ, ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງແກ້ວອຸດົມ ໄດ້ເຂົ້າຮ່ວມການຖ່າຍພາບປະກອບ.

ທ່ານ ຮສ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນວ່າ: “ແຫຼ່ງຂໍ້ມູນຮຽນຮູ້ໃໝ່ສຳລັບຄູນີ້ ແມ່ນສ່ວນໜຶ່ງຂອງຫຼາຍຫົວຂໍ້ໃນຊຸດອຸປະກອນຊ່ວຍເຫຼືອຄູ ທີ່ພັດທະນາຂຶ້ນເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງຄູ ແລະ ທີມງານຜູ້ເຮັດວຽກສຶກສານິເທດ ກ່ຽວກັບສິ່ງທ້າທາຍທີ່ຍາກທີ່ສຸດ ທີ່ເຂົາເຈົ້າໄດ້ປະເຊີນ ເວລາສອນຢູ່ໃນຫ້ອງຮຽນ; ໄດ້ສອດຄ່ອງກັບບຸລິມະສິດຂອງແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປີ 2026-2030 ເພື່ອສະໜັບສະໜູນຄູດ້ວຍວິທີການທີ່ສາມາດປະຕິບັດໄດ້ງ່າຍ ເພື່ອຊ່ວຍນັກຮຽນທີ່ມີຄວາມຕ້ອງການໃນການຮຽນຮູ້ທີ່ຫຼາກຫຼາຍ. ພວກເຮົາຫວັງວ່າ ຊຸດອຸປະກອນຊ່ວຍເຫຼືອຄູຫົວຂໍ້ໃໝ່ນີ້ ຈະຊ່ວຍຄູໃຫ້ສົ່ງເສີມການຮຽນຮ່ວມ ແລະ ເອົາໃຈໃສຕໍ່ຄວາມຕ້ອງການຂອງນັກຮຽນທຸກຄົນໄດ້ຫຼາຍຂຶ້ນ. ກະຊວງສຶກສາທິການ ແລະ ກິລາ ຮັບຮູ້ສິດທິຂອງເດັກທຸກຄົນໃນການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ຄູຈຳເປັນຕ້ອງມີທັກສະ ທີ່ສາມາດສະໜັບສະໜູນນັກຮຽນທີ່ມີຄວາມສາມາດແຕກຕ່າງກັນ ໃຫ້ພັດທະນາຕົນເອງໄດ້”.

ຊຸດອຸປະກອນຊ່ວຍເຫຼືອຄູ ແມ່ນເປັນເຄື່ອງມືການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູ, ຜູ້ອຳນວຍການ ແລະ ຜູ້ເຮັດວຽກສຶກສານິເທດ ຊຶ່ງແຕ່ລະຫົວຂໍ້ແມ່ນຈະຍົກໃຫ້ເຫັນທັກສະການສອນໃດໜຶ່ງສະເພາະ ແລະ ໃຫ້ຄຳແນະນຳວິທີປະຕິບັດ ທີ່ໃຊ້ໄດ້ຈິງ ເພື່ອແກ້ໄຂບັນຫາທົ່ວໄປໃນການສອນໃນຫ້ອງຮຽນ. ຜູ້ໃຊ້ສາມາດເລືອກຫົວຂໍ້ທີ່ກ່ຽວຂ້ອງກັບຈຸດປະສົງ ແລະ ຄວາມຕ້ອງການຮຽນຮູ້ຂອງຕົນຫຼາຍທີ່ສຸດ ເປັນຕົ້ນແມ່ນ ນັກຮຽນຜູ້ທີ່ເວົ້າພາສາລາວບໍ່ທັນໄດ້ດີ, ການຄຸ້ມຄອງພຶດຕິກຳໃນຫ້ອງຮຽນ ຫຼື ການສອນຫ້ອງຄວບ.

ຊຸດອຸປະກອນຊ່ວຍເຫຼືອຄູ ຫົວຂໍ້ທີ່ 14 ໄດ້ພັດທະນາໂດຍທີມງານພັດທະນາແຫຼ່ງຂໍ້ມູນຮຽນຮູ້ ປະຈຳທີ່ວິທະຍາໄລຄູສະຫວັນນະເຂດ ໂດຍການຊີ້ນຳຈາກກົມສ້າງຄູ ແລະ ການປະກອບຂໍ້ມູນດ້ານວິຊາການຈາກອົງການຈັດຕັ້ງເພື່ອຄົນພິການ (OPDs), ອົງການສາກົນ (INGOs) ແລະ ອົງການຈັດຕັ້ງສັງຄົມລາວ (CSOs).

ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ໃຫ້ທັດສະນະວ່າ: “ເດັກທີ່ມີຄວາມພິການພວມປະເຊີນກັບອຸປະສັກອັນໃຫຍ່ຫຼວງໃນການເຂົ້າເຖິງການສຶກສາທີ່ມີຄຸນນະພາບໃນ ສປປ ລາວ ລວມທັງຄວາມເຂົ້າໃຈຜິດ ແລະ ທັດສະນະຄະຕິທີ່ຈຳແນກຍ້ອນຄວາມພິການ ແລະ ຄວາມສາມາດຂອງຄົນພິການ. ລັດຖະບານອົດສະຕຣາລີ ໄດ້ໃຫ້ການສະໜັບສະໜູນເພື່ອໃຫ້ເຫັນໄດ້ວ່າ ຄູຫຼາຍຄົນໄດ້ສະແດງອອກເຖິງຄວາມມຸ້ງໝັ້ນອັນໜັກແໜ້ນ ເພື່ອຮຽນຮູ້ວີທີ່ການສອນທີ່ມີປະສິດທິພາບ ເພື່ອແກ້ໄຂສິ່ງທ້າທາຍຕ່າງໆໃນການສອນ. ພວກເຮົາຮູ້ສຶກເປັນກຽດທີ່ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດກັບກະຊວງສຶກສາທິການ ແລະ ກິລາ ແລະ ເຊັ່ນດຽວກັນກັບ ອົງການຄົນພິການ ແລະ ພາກສ່ວນອື່ນໆ ເພື່ອຊ່ວຍສ້າງແຫຼ່ງຂໍ້ມູນຮຽນຮູ້ໃຫ້ຄູ, ວິທີການຈັດຕັ້ງປະຕິບັດ ທີ່ສອດຄ່ອງກັບຄວາມຕ້ອງການຂອງນັກຮຽນທຸກຄົນ”.

ທ່ານ ຮສ ນາງ ວົງເດືອນ ໂອໃສ ໄດ້ອະທິບາຍວ່າ: “ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແມ່ນສິ່ງຈຳເປັນສຳລັບຄູ ເພື່ອຕອບສະໜອງຄວາມຕ້ອງການຂອງນັກຮຽນທຸກຄົນ. ຊຸດອຸປະກອນຊ່ວຍເຫຼືອຄູນີ້ ໄດ້ແນະນຳວິທີການປະຕິບັດເປັນແຕ່ລະຂັ້ນຕອນ ໃຫ້ແກ່ຄູເພື່ອລວມເອົາເດັກທີ່ມີຄວາມບົກຜ່ອງໃນການໄດ້ຍິນ, ດ້ານສາຍຕາ, ການເຄື່ອນໄຫວ ແລະ ການຮຽນຮູ້ ເຂົ້າໃນການປະຕິບັດກິດຈະກຳໃນຫ້ອງຮຽນແຕ່ລະວັນ. ຄູທຸກຄົນຈະສາມາດນຳໃຊ້ວິທີການເຫຼົ່ານີ້ໄດ້, ເຖິງແມ່ນວ່າເຂົາເຈົ້າບໍ່ເຄີຍສອນນັກຮຽນທີ່ມີພິການມາກ່ອນກໍຕາມ. ນັກຮຽນບາງຄົນອາດຈະມີຄວາມພິການທີ່ບໍ່ທັນເຫັນໄດ້ຢ່າງຊັດເຈນ ຫຼື ບໍ່ໄດ້ຮັບການວິນິດໄສຢ່າງເປັນທາງການ, ແຕ່ເຂົາເຈົ້າຍັງສາມາດໄດ້ຮັບຜົນດີຈາກການປະຕິບັດການສອນແບບຮຽນຮ່ວມ ແລະ ການຊ່ວຍເຫຼືອຢ່າງເອົາໃຈໃສ່. ວິທີການປະຕິບັດຫຼາຍຢ່າງແມ່ນນຳໃຊ້ສິ່ງຂອງທີ່ຫາໄດ້ຈາກທ້ອງຖິ່ນ ແລະ ອາດຈະນຳໃຊ້ງົບປະມານພຽງເລັກນ້ອຍຫຼື ບໍ່ໄດ້ນຳໃຊ້ເລີຍ. ສະນັ້ນ, ຄູສາມາດປັບເພື່ອນຳໃຊ້ໄດ້ ບໍ່ວ່າຈະຢູ່ຂົງເຂດໃດກໍຕາມ”.

ຊຸດອຸປະກອນຊ່ວຍເຫຼືອຄູ ຫົວຂໍ້ທີ 14 ປະກອບມີໂມດູນເຄື່ອງມືສຳຫຼວດພຶດຕິກຳຂອງເດັກສຳລັບຄູ ຊຶ່ງເປັນແບບສອບຖາມທີ່ງ່າຍດາຍ ທີ່ຊ່ວຍໃຫ້ຄູສາມາດລະບຸນັກຮຽນທີ່ມີຄວາມຫຍຸ້ງຍາກໃນການຮຽນ, ການສື່ສານ, ການຈື່ຈຳ, ການເຄື່ອນໄຫວ, ການເບິ່ງເຫັນ ຫຼື ການໄດ້ຍິນ. ໂດຍການໃຊ້ເຄື່ອງມືນີ້ ຄູສາມາດເຂົ້າໃຈຄວາມຕ້ອງການການຮຽນຮູ້ຂອງນັກຮຽນໄດ້ດີຂຶ້ນ ແລະ ເລືອກວິທີການປະຕິບັດໃນຫ້ອງຮຽນທີ່ເໝາະສົມ. ເຄື່ອງມືນີ້ ຍັງສາມາດໃຊ້ເພື່ອພັດທະນາແຜນການຮຽນລາຍບຸກຄົນ, ໂດຍນຳເອົາຄູ, ພໍ່ແມ່ ແລະ ນັກຮຽນມາຮ່ວມກັນເພື່ອວາງແຜນການສະໜັບສະໜູນທີ່ເໝາະສົມ ແລະ ແນະນຳນັກຮຽນຂອງເຂົາເຈົ້າໃຫ້ຮູ້ຈັກກັບບັນດາສູນທີ່ໃຫ້ຄວາມຊ່ວຍເຫຼືອ. ຊຸດອຸປະກອນຊ່ວຍເຫຼືອຄູ ຍັງປະກອບມີລາຍຊື່ຂອງອົງການຈັດຕັ້ງ ແລະ ການບໍລິການທີ່ຄູສາມາດຕິດຕໍ່ເພື່ອຂໍການຊ່ວຍເຫຼືອເພີ່ມຕື່ມ.

ຫຼັງຈາກໄດ້ຮັບການອະນຸມັດຈາກກົມສ້າງຄູແລ້ວ, ຊຸດອຸປະກອນຊ່ວຍເຫຼືອຄູ ຫົວຂໍ້ທີ 14 ຈະຖືກທົດລອງໃນ 30 ເມືອງເປົ້າໝາຍເພື່ອທົດສອບການນຳໃຊ້, ກຳນົດສິ່ງທີ່ເຮັດໄດ້ດີ ແລະ ສິ່ງທີ່ຈຳເປັນຕ້ອງການປັບປຸງ ກ່ອນນຳໃຊ້ທົ່ວປະເທດ. ໃນຂະນະດຽວກັນ, ທີມງານຜະລິດວິດີໂອ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈະຜະລິດວິດີໂອສຳລັບການພັດທະນາຄູ ທີ່ສະແດງໃຫ້ເຫັນວິທີການປະຕິບັດເຄື່ອງມືສຳຫຼວດພຶດຕິກຳຂອງເດັກສຳລັບຄູ ແລະ ວິທີການນຳໃຊ້ໃນຫ້ອງຮຽນ.

ພາບ-ຂໍ້ມູນ: ແຜນງານບີຄວາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ