ສສກ ຄົ້ນຄວ້າ ແລະ ປຶກສາຫາລື ວາງແຜນກຽມຫັນປ່ຽນລະບົບການສຶກສາສາຍສາມັນ
03/02/2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລື ວາງແຜນການຫັນປ່ຽນລະບົບການສຶກສາສາຍສາມັນ ຈາກລະບົບ 5+4+3 ເປັນ 6+3+3 ໃນວັນທີ 29 ມັງກອນ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາອະດີດການນໍາ, ພະນັກງານບໍານານໃນຂົງເຂດວຽກງານການສຶກສາ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ, ສູນ, ມະຫາວິທະຍາໄລແຫ່ງຊາດ, ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ວິທະຍາໄລຄູດົງຄໍາຊ້າງ, ວິທະຍາໄລສິລະປະສຶກສາ, ໂຮງຮຽນປະຖົມ ແລະ ມັດທະຍົມ ທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວໃຫ້ຮູ້ວ່າ: ການຈັດກອງປະຊຸມຄັ້ງນີ້ ແມ່ນເປັນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນຫຼາຍ, ພັກ ແລະ ລັດຖະບານຂອງພວກເຮົາ ຍາມໃດກໍໄດ້ເອົາໃຈໃສ່ຖືເອົາວຽກງານການສຶກສາເປັນບຸລິມະສິດ, ຖືເອົາການພັດທະນາການສຶກສາໄປກ່ອນບາດກ້າວໜຶ່ງ ເພື່ອສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນທຶນ; ເປັນເວລາ 2 ທົດສະວັດແລ້ວທີ່ເຮົາໄດ້ເຮັດການປະຕິຮູບການສຶກສາ ຊຶ່ງມີ 2 ໄລຍະຄື: ໄລຍະທີ 1 ແມ່ນລະຫວ່າງປີ 2006-2010 ໂດຍວຽກໃຈກາງຂອງໄລຍະນັ້ນ ແມ່ນສຸມໃສ່ການປະຕິຮູບລະບົບການສຶກສາ ໃນສາຍສາມັນສຶກສາ ແລະ ໄດ້ປະຕິຮູບລະບົບປີຮຽນຂອງສາຍສາມັນສຶກສາ ຈາກລະບົບ 11 ປີ (5+3+3) ເປັນລະບົບ 12 ປີ (5+4+3). ຈາກຜົນການປະເມີນໃນຄັ້ງນັ້ນ ຕີລາຄາໄດ້ວ່າ ການສຶກສາມີການຫັນປ່ຽນ ແລະ ມີຜົນສໍາເລັດຫຼາຍດ້ານ ນັບທັງປະລິມານ ແລະ ຄຸນນະພາບ; ໄລຍະທີ 2 ແມ່ນລະຫວ່າງປີ 2010-2015 ຊຶ່ງໄດ້ຕັ້ງໜ້າສືບຕໍ່ປະຕິຮູບລະບົບການສຶກສາແຫ່ງຊາດ ໂດຍໃຫ້ຄວາມສໍາຄັນແກ່ການຍົກສູງຄຸນນະພາບໄປຄຽງຄູ່ກັບການຂະຫຍາຍໂອກາດການສຶກສາໃຫ້ກວ້າງຂວາງ ແລະ ທົ່ວເຖິງກວ່າເກົ່າ ໂດຍສະເພາະແມ່ນຊົນເຜົ່າ, ເພດຍິງ ແລະ ຜູ້ດ້ອຍໂອກາດ, ຮັບປະກັນໃຫ້ການສຶກສາດໍາເນີນໄປຢ່າງກົມກຽວຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ ໂດຍສຸມໃສ່ສືບຕໍ່ແກ້ໄຂບັນຫາຄູ-ອາຈານ ແລະ ຍົກລະດັບຜູ້ບໍລິຫານການສຶກສາ, ສືບຕໍ່ປະຕິຮູບຫຼັກສູດການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ. ຜົນຂອງການປະເມີນໃນຄັ້ງນັ້ນເຫັນວ່າ ໂຄງປະກອບຂອງລະບົບການສຶກສາແຫ່ງຊາດ ມີຄວາມເໝາະສົມເປັນສ່ວນຫຼາຍໂດຍສະເພາະແມ່ນການເພີ່ມປີຮຽນໃນສາຍສາມັນສຶກສາ ຈາກ 11 ປີ ເປັນ 12 ປີ ເນື່ອງຈາກວ່າມັນມີຄວາມສອດຄ່ອງກັບລະບົບການສຶກສາຂອງປະເທດຕ່າງໆ ໃນພາກພື້ນ ແລະ ສາກົນ. ພ້ອມດຽວກັນ, ສະຖານການສຶກສາໃນລະດັບຕ່າງໆ ກໍໄດ້ຮັບການພັດທະນາທາງດ້ານປະລິມານ ແລະ ຄຸນນະພາບ ທັງພາກລັດ ແລະ ເອກະຊົນ ໄດ້ມີການຂະຫຍາຍການສຶກສາໄປສູ່ທ້ອງຖິ່ນ ແລະ ເຂດຊົນນະບົດຫ່າງໄກສອກຫຼີກແຂງແຮງຂຶ້ນ.
ພ້ອມດຽວກັນ, ໃນຂະນະທີ່ໂລກກໍາລັງຫັນປ່ຽນເຂົ້າສູ່ດິຈິຕອນ, ການສຶກສາຈໍາເປັນຕ້ອງມີການປັບຕົວໃຫ້ທັນກັບການປ່ຽນແປງ. ພວກເຮົາຕ້ອງກະກຽມເດັກນ້ອຍ ແລະ ໄວໜຸ່ມໃຫ້ມີທັກສະ, ຄວາມຄິດສ້າງສັນ ແລະ ຄວາມສາມາດໃນການຮຽນຮູ້ຕະຫຼອດຊີວິດ ເພື່ອຮັບມືກັບໂລກທີ່ປ່ຽນໄປ. ສະນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ນໍາສະເໜີຄວາມຈໍາເປັນໃນການຫັນປ່ຽນລະບົບການສຶກສາອີກຄັ້ງໜຶ່ງ ຈາກລະບົບ 5+4+3 ເປັນ 6+3+3 ຕໍ່ລັດຖະບານ ໃນກອງປະຊຸມສະພາ ໃນເດືອນພະຈິກ 2024 ຊຶ່ງເປັນວາລະຂອງການປັບປຸງກົດໝາຍວ່າດ້ວຍການສຶກສາ ແລະ ຕໍ່ມາໃນເດືອນກຸມພາ 2025 ພາຍໃນກະຊວງສຶກສາທິການ ແລະ ກິລາ.
ທ່ານຮອງລັດຖະມົນຕີ ສສກ ກ່າວອີກວ່າ: ເພື່ອເປັນການກະກຽມການຫັນປ່ຽນດັ່ງກ່າວໃຫ້ໄປຕາມຈຸດປະສົງ ຄາດໝາຍ ແລະ ແກ້ໄຂບັນຫາທີ່ເປັນສິ່ງທ້າທາຍຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ, ກະຊວງ ສສກ ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ ແລ້ວເຊື້ອເຊີນບັນດາທ່ານ ຕາງໜ້າຈາກຫຼາຍພາກສ່ວນ, ຫຼາຍບົດບາດໜ້າທີ່ ເພື່ອຊ່ວຍກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນ ເພື່ອໃຫ້ການຫັນປ່ຽນຂອງພວກເຮົາ ສາມາດດໍາເນີນໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ໃນກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນໍາສະເໜີກ່ຽວກັບຄວາມເປັນມາຂອງການຫັນປ່ຽນລະບົບໂດຍສັງເຂບ; ສະພາບການຈັດການຮຽນການສອນໃນປັດຈຸບັນ ແລະ ຂໍ້ສະເໜີທາງເລືອກໃນການປັບປຸງຫຼັກສູດ ແລະ ເວລາໃນການລິເລີ່ມຈັດຕັ້ງປະຕິບັດ. ຜົນຂອງກອງປະຊຸມໃນຄັ້ງນີ້ ແມ່ນຊ່ວຍກັນປະກອບຄໍາເຫັນວ່າ ທາງເລືອກໃດທີ່ເໝາະສົມທີ່ສຸດ ຊຶ່ງຈະເປັນທິດທາງໃຫ້ແກ່ພວກເຮົາໃນການ ວາງແຜນດໍາເນີນງານຢ່າງລະອຽດ, ແຜນວຽກ, ແຜນຄົນ, ແຜນເງິນ ເພື່ອລາຍງານຕໍ່ລັດຖະບານ.
ຂ່າວໂດຍ: ການຈະນາ


