Skip to main content
06/01/2026 | ສຶກສາ

ຫົວໜ້າຫ້ອງການກະຊວງ ສສກ ຖະແຫຼງຜົນສໍາເລັດວຽກງານການສຶກສາ, ວິທະຍາສາດ ແລະ ການກິລາ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026

ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ (ສສກ) ຖະແຫຼງຜົນສໍາເລັດວຽກງານການສຶກສາ, ວິທະຍາສາດ ແລະ ການກິລາ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026   ຮຽນ: ການນຳພັດ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງ ຮຽນ: ຄະນະພັກ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ ທີ່ນັບຖືຢ່າງສູງ. ບັນດາທ່ານຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ພີ່ນ້ອງຮ່ວມຊາດ ໃນຂອບເຂດທົ່ວປະເທດ ທີ່ນັບຖື ແລະ ຮັກແພງທັງຫຼາຍ.   ໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຄສ 2026, ຕາງໜ້າໃຫ້ກະຊວງສຶກສາທິການ ແລະ ກິລາ ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບກຽດໃຫ້ມາຖະແຫຼງຂ່າວກ່ຽວກັບຜົນສໍາເລັດຂອງວຽກງານການສຶກສາ, ວິທະຍາສາດ ແລະ ການກິລາ ປະຈໍາປີ 2025 ແລະ […]

06/01/2026 | ສຶກສາ

ສສກ ປະກາດພະນັກງານດໍາລົງຕໍາແໜ່ງບໍລິຫານ ກົມກວດກາ, ກົມຈັດຕັ້ງ ແລະ ພະນັກງານ

ພິທີປະກາດການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ປະເພດ 4 ແລະ ປະເພດ 5 ພ້ອມຍົກຍ້າຍໜ້າທີ່ໃໝ່ ຂອງກົມກວດກາ ແລະ ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິານ ແລະ ກິລາ (ສສກ) ຈັດຂຶ້ນ ໃນວັນທີ 5 ມັງກອນ 2025 ທີ່ຕຶກໄອຊີທີ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ຕຸລາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ທ່ານ ປອ ຈັນທະວົງ ປັນຍາສິລິ ຫົວໜ້າກົມກວດກາ ພ້ອມດ້ວຍບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານກົມຈັດຕັ້ງ ແລະ ກົມກວດກາ ເຂົ້າຮ່ວມ. ໃນພິທີ, ທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງ […]

05/01/2026 | ສຶກສາ

ສຳເລັດການຝຶກອົບຮົມການນໍາໃຊ້ປຶ້ມພາສາຫວຽດ ສໍາລັບນັກຮຽນລາວ ຢູ່ ສປປ ລາວ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖາບັນວິທະຍາສາດການສຶກສາ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມຝຶກອົບຮົມການໃຊ້ປຶ້ມພາສາຫວຽດໃຫ້ຄູສອນພາສາຫຽວ ຢູ່ ສປປ ລາວ ໃນລະຫວ່າງວັນທີ 29-30 ທັນວາ 2025 ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້້າຮ່ວມຂອງ ທ່ານ ອຸທິດ ທິບມະນີ ຜູ້ຊີ້ນໍາລວມ, ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ເຈິ່ນ ຮຸຍ ຮ່ວາງ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫວຽດນາມ, ທ່ານ ຮສ.ປອ ໄມ ວັນ ຈິ່ງ ຮອງຜູ້ອໍານວຍການສະຖາບັນວິທະຍາສາດການສຶກສາ ຫວຽດນາມ, ພ້ອມດ້ວຍຜູ້ຕ່າງໜ້າສະຖານທູດຫວຽດນາມປະຈໍາ ສປປ ລາວ, ຜູ້ຕາງໜ້າຈາກກົມກ່ຽວຂ້ອງ, ຮອງຜູ້ອໍານວຍການສູນຄົ້ນຄວ້ານະໂຍບາຍການສຶກສາ, ນັກຄົ້ນຄວ້າ ພະແນກບໍລິຫານວິທະຍາສາດ ແລະ ການຝຶກອົບຮົມ ສູນຄົ້ນຄວ້າພັດທະນາຫຼັກສູດ ແລະ ປະເມີນຜົນການສຶກສາ […]

05/01/2026 | ສຶກສາ

ກົງສຸນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງ ມອບທຶນການສຶກສາໃຫ້ນັກສຶກສາວິທະຍາໄລເຕັກນິກວິຊາຊີບແບບປະສົມ ແຂວງອຸດົມໄຊ

ພິທີມອບທຶນການສຶກສາຂອງ ກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈຳແຂວງຫຼວງພະບາງ ໃຫ້ແກ່ນັກສຶກສາ ແລະ ວິທະຍາໄລເຕັກນິກວິຊາຊີບແບບປະສົມແຂວງອຸດົມໄຊ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ ຕາງໜ້າກົງສູນໃຫຍ່ ສປ ຈີນ ປະຈຳ ແຂວງຫຼວງພະບາງ ມອບໂດຍ ທ່ານ ຈຳປາ ສີດາຄຳ ຫົວໜ້າພະແນກການຕ່າງປະເທດແຂວງອຸດົມໄຊ, ມີ ທ່ານ ສີທອງ ທັນຂັນຕິ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາອຸດົມໄຊ ແລະ ທ່ານ ຈັນທີ ວິລະໄຊພອນ ຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບແບບປະສົມ ແຂວງອຸດົມໄຊ ຕະຫຼອດຮອດ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາທີ່ໄດ້ຮັບທຶນ ເຂົ້າຮ່ວມ. ການມອບທຶນການສຶກສາ ແມ່ນປະຕິບັດຕາມ ແຈ້ງການຂອງພະແນກການຕ່າງປະເທດ ໃນການຄັດເລືອກເອົານັກສຶກສາ ຕາມເປົ້າຫມາຍ ກໍຄື ເປັນນັກສຶກສາທີ່ມີຄວາມດຸຫມັ່ນ, ຕັ້ງໃຈໃນການສຶກສາຮ່ຳຮຽນ ແລະ ມີຜົນການຮຽນລະດັບດີ, ມີຄຸນສົມບັດ, ປະຕິບັດກົດລະບຽບຂອງວິທະຍາໄລ, ບໍ່ພົວພັນກັບສິ່ງເສບຕິດ ແລະ ສິ່ງຜິດກົດຫມາຍອື່ນໆ […]

30/12/2025 | ສຶກສາ

ສະຖາບັນ ຣັຕນະ ບໍລິຫານທຸລະກິດ ຈັດກິດຈະກຳ ຮັບນັກສຶກສາ ນ້ອງໃໝ່ ປະຈໍາສົກສຶກສາ 2025-2026

ສະຖາບັນ ຣັຕນະ ບໍລິຫານທຸລະກິດຈັດງານຕະຫຼາດນັດ ຂາຍສິນຄ້າ ແລະ ກິດຈະກຳຮັບນ້ອງໃໝ່ຂອງນັກສຶກສາ ປະຈໍາສົກສຶກສາ 2025-2026 ທີ່ສະຖາບັນດັ່ງກ່າວ ເມື່ອວັນທີ 27 ທັນວາ 2025 ໂດຍການເປັນປະທານຂອງ ທ່ານ ປອ ສົມເພັດ ຣັຕນະສິມ ປະທານສະພາບໍລິຫານ ສະຖາບັນ ຣັຕນະ ບໍລິຫານທຸກລະກິດ, ແຂກຖືກເຊີນ, ອະດີດນັກສຶກສາ, ຄູອາຈານ ແລະ ນ້ອງນັກສຶກສາເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ປອ ສົມເພັດ ຣັຕນະສິມ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ ກໍເພື່ອສົ່ງເສີມທັກສະການຮຽນຮູ້ຂອງນັກສຶກສາ ປະຈຳສົກສຶກສາ 2025-2026, ສະຖາບັນໄດ້ສືບຕໍ່ຈັດຕັ້ງປະຕິບັດແຜນສົ່ງເສີມ ແລະ ພັດທະນາທັກສະໃຫ້ແກ່ນັກສຶກສາທຸກຊັ້ນປີຮຽນ ໂດຍສະເພາະເພື່ອສາມາດເຂົ້າເຖິງການຮຽນຮູ້, ຄົ້ນຄວ້າ, ສຶກສາ, ວິເຄາະ ໃນຮູບແບບເອົານັກສຶກສາເປັນໃຈກາງ ແລະ ເພື່ອສ້າງສາ ພັດທະນາແນວຄວາມຄິດ ແລະ ສະຕິປັນຍາໃຫ້ແກ່ນັກສຶກສາ ໃຫ້ໄດ້ຮຽນຮູ້ ແລະ ເຂົ້າໃຈໃນການແກ້ໄຂບັນຫາຕ່າງໆ ດ້ວຍຄວາມຮູ້-ຄວາມສາມາດຂອງຕົວເອງ. ສະຖາບັນ […]

30/12/2025 | ສຶກສາ

ຮອງລັດຖະມົນຕີ ສສກ ເນັ້ນໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນເອົາໃຈໃສ່ສົ່ງເສີມເດັກກ່ອນໄວຮຽນໄດ້ຮັບການເບິ່ງແຍງໃຫ້ມີສຸຂະພາບ ແລະ ໂພຊະນາການທີ່ດີ

ໃນໂອກາດເຂົ້າຮ່ວມພິທີປິດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດການສຶກສາກ່ອນໄວຮຽນ ປະຈຳສົກຮຽນ 2024-2025 ແລະ  ແຜນວຽກຈຸດສຸມ ປະຈຳສົກຮຽນ 2025-2026 ໃນຕອນບ່າຍວັນທີ 29 ທັນວາ 2025 ທີ່ຫ້ອງປະຊຸມຕຶກ ICT ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວມີຄຳເຫັນວ່າ: ເພື່ອເຮັດໃຫ້ວຽກງານຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ໄດ້ຖືກຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງຢູ່ຂັ້ນທ້ອງຖິ່ນ ເພື່ອໃຫ້ຄາດໝາຍຕ່າງໆບັນລຸໄປຕາມແຜນທີ່ວາງໄວ້ ຈຶ່ງຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນທຸກລະດັບນັບແຕ່ຂັ້ນສູນກາງ ຮອດຂັ້ນທ້ອງຖິ່ນ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມ ນໍາໄປຈັດຕັ້ງປະຕິບັດວຽກງານການສຶກສາກ່ອນໄວຮຽນຢູ່ພາຍໃນແຂວງ ພ້ອມທັງເອົາໃຈໃສ່ໃນການສົ່ງເສີມໃຫ້ເດັກກ່ອນໄວຮຽນໃຫ້ໄດ້ຮັບການເບິ່ງ ແຍງ ລ້ຽງດູໃຫ້ມີສຸຂະພາບ ແລະ ໂພຊະນາການທີ່ດີ. ທ່ານ ປອ ນາງ ດາລາວອນ ກິດຕິພັນ ກ່າວມີຄຳເຫັນວ່າ: ພວກເຮົາໄດ້ພ້ອມກັນຮັບຮູ້ຜົນສຳເລັດ, ບັນຫາສິ່ງທ້າທາຍ  ແລະ ຄາດໝາຍຕ່າງໆແລ້ວ ວ່າວຽກງານການສຶກສາກ່ອນໄວຮຽນນັ້ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ເພາະເປັນພື້ນຖານໃນການພັດທະນາຊັບພະຍາກອນມະນຸດ ເພື່ອພັດທະນາເດັກໃຫ້ມີການຂະຫຍາຍຕົວ ແລະ ພັດທະນາການທາງດ້ານຮ່າງກາຍ, […]

29/12/2025 | ສຶກສາ

ກວຮ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຂະແໜງການຍ່ອຍ ການສຶກສາກ່ອນໄວຮຽນ ສົກ 2024-2025 ແລະ ວາງແຜນວຽກຈຸດສຸມຕໍ່ໜ້າ

ກົມການສຶກສາກ່ອນໄວຮຽນ (ກວຮ) ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ປະຈຳສົກຮຽນ 2024-2025 ແລະ ວາງແຜນວຽກຈຸດສຸມ ປະຈຳສົກຮຽນ 2025-2026 ໃນຕອນເຊົ້າວັນທີ 29 ທັນວາ 2025 ທີ່ຫ້ອງປະຊຸມຕຶກໄອຊີທີ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈອມແພງ ວົງສາ ວ່າການແທນຫົວໜ້າກົມການສຶກສາກ່ອນໄວຮຽນ, ມີຫົວໜ້າ-ຮອງຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ຫົວໜ້າ-ຮອງຫົວໜ້າພະແນກທຸກພາກສ່ວນພາຍໃນກະຊວງ, ຕາງໜ້າສະມາຄົມການສຶກສາພາກເອກະຊົນ ພ້ອມດ້ວຍອຳນວຍການ-ຮອງອຳນວຍການໂຮງຮຽນອະນຸບານທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້, ທ່ານ ນາງ ຈອມແພງ ວົງສາ ກ່າວເປີດກອງປະຊຸມບາງຕອນວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້້ນເປັນສົກຮຽນສຸດທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ ຄັ້ງທີ 9 (2021-2025 ) ແລະ ໃນອີກບໍ່ດົນນີ້ກໍຈະເລີ່ມຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 […]

29/12/2025 | ສຶກສາ

ສໍາເລັດການຝຶກອົບຮົມ “ການສອດແຊກເນື້ອໃນປະຫວັດສາດສາຍພົວພັນພິເສດ ລາວ-ຫວຽດນາມ ເຂົ້າສອນໃນໂຮງຮຽນສອງປະເທດ”

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ແລະ ສະຖາບັນວິທະຍາສາດການສຶກສາ ແຫ່ງ ສສ ຫວຽດນາມ ສຳເລັດການຝຶກອົບຮົມ “ການນໍາເອົາຊຸດຜະລິດຕະພັນໂຄງການປະຫວັດສາດສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຂົ້າສອນໃນໂຮງຮຽນຂອງສອງປະເທດ” ເພື່ອຊ່ວຍໃຫ້ນັກຮຽນ-ນັກສຶກສາ ເຂົ້າໃຈປະຫວັດສາດຢ່າງຖືກຕ້ອງ ແລະ ເລິກເຊິ່ງ ພ້ອມຊ່ວຍປູກຝັງຈິດສໍານຶກຮັກຊາດ, ຮັກສັນຕິພາບ, ຄວາມກະຕັນຍູ ແລະ ຄວາມຮັບຜິດຊອບຕໍ່ການສືບສານສາຍພົວພັນອັນດີງາມນີ້ໃຫ້ຢູ່ຄູ່ກັບຄົນຮຸ່ນຫຼັງ. ການຝຶກອົບຮົມດັ່ງກ່າວ, ແມ່ນຈັດຂຶ້ນໃນລະຫວ່າງວັນທີ 24-25 ທັນວາ 2025 ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຈ ເລ ແອງ ວິນ ຜູ້ອໍານວຍການສະຖາບັນວິທະຍາສາດການສຶກສາ ແຫ່ງ ສສ ຫວຽດນາມ, ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ […]