Skip to main content

ກວຮ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຂະແໜງການຍ່ອຍ ການສຶກສາກ່ອນໄວຮຽນ ສົກ 2024-2025 ແລະ ວາງແຜນວຽກຈຸດສຸມຕໍ່ໜ້າ

29/12/2025
ກົມການສຶກສາກ່ອນໄວຮຽນ (ກວຮ) ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ປະຈຳສົກຮຽນ 2024-2025 ແລະ ວາງແຜນວຽກຈຸດສຸມ ປະຈຳສົກຮຽນ 2025-2026 ໃນຕອນເຊົ້າວັນທີ 29 ທັນວາ 2025 ທີ່ຫ້ອງປະຊຸມຕຶກໄອຊີທີ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈອມແພງ ວົງສາ ວ່າການແທນຫົວໜ້າກົມການສຶກສາກ່ອນໄວຮຽນ, ມີຫົວໜ້າ-ຮອງຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ຫົວໜ້າ-ຮອງຫົວໜ້າພະແນກທຸກພາກສ່ວນພາຍໃນກະຊວງ, ຕາງໜ້າສະມາຄົມການສຶກສາພາກເອກະຊົນ ພ້ອມດ້ວຍອຳນວຍການ-ຮອງອຳນວຍການໂຮງຮຽນອະນຸບານທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ນາງ ຈອມແພງ ວົງສາ ກ່າວເປີດກອງປະຊຸມບາງຕອນວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້້ນເປັນສົກຮຽນສຸດທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ ຄັ້ງທີ 9 (2021-2025 ) ແລະ ໃນອີກບໍ່ດົນນີ້ກໍຈະເລີ່ມຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ ຄັ້ງທີ 10 (2026-2030 ). ສະນັ້ນ, ກອງປະຊຸມນີ້ ຈຶ່ງເປັນກອງປະຊຸມທີ່ມີຄວາມສໍາຄັນຢ່າງຍິ່ງ ທີ່ພວກເຮົາຈະໄດ້ພ້ອມກັນຮັບຮູ້ຜົນສຳເລັດ, ບັນຫາ, ສິ່ງທ້າທາຍ ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດການສຶກສາກ່ອນໄວຮຽນໃນສົກຮຽນຜ່ານມາ ພ້ອມທັງຊອກຫາວິທີການ ແລະ ມາດຕະການແກ້ໄຂ ເພື່ອປັບປຸງ ແລະ ສົ່ງເສີມວຽກການສຶກສາກ່ອນໄວຮຽນຫຼາຍໆດ້ານ ເປັນຕົ້ນແມ່ນ ການຂະຫຍາຍໂອກາດໃຫ້ເດັກກ່ອນໄວຮຽນໄດ້ຮັບການເບິ່ງແຍງ-ດູແລ ແລະ ສົ່ງເສີມການຮຽນຮູ້ ຂັ້ນຕົ້ນ ເພື່ອກຽມຄວາມພ້ອມດ້ານການຮຽນຮູ້ຢ່າງຮອບດ້ານ ກ່ອນເຂົ້າຮຽນຊັ້ນປະຖົມສຶກສາ.
ດັ່ງທີ່ພວກເຮົາຮູ້ແລ້ວວ່າ ວຽກງານການສຶກສາກ່ອນໄວຮຽນ ມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດ ເພາະເປັນພື້ນຖານໃນການພັດທະນາຊັບພະຍາກອນມະນຸດ ແລະ ຊັບສິນມະນຸດ ໂດຍເລີ່ມຈາກການພັດທະນາເດັກແຕ່ໄລຍະອາຍຸ 1.000 ວັນທຳອິດ, ກ້າວໄປສູ່ໄວເຍົາ; ເພື່ອສົ່ງເສີມໃຫ້ເດັກມີການຂະຫຍາຍຕົວເໝາະສົມກັບໄວອາຍຸ ແລະ ສົ່ງເສີມພັດທະນາການທາງດ້ານຮ່າງກາຍ, ສະຕິປັນຍາ, ອາລົມ-ຈິດໃຈ, ພາສາ ແລະ ຮຽນຮູ້ຊີວິດໃນສັງຄົມ ເພື່ອກຽມຄວາມພ້ອມໃນການເຂົ້າຮຽນຊັ້ນປະຖົມສຶກສາ ແລະ ຊັ້ນຖັດໄປຢ່າງມີຄຸນນະພາບ. ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ໄດ້ສືບຕໍ່ຈັດເປັນບູລິມະສິດ ລຳດັບທີ 1 ສຳລັບຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ຊຶ່ງໄດ້ສະໜອງງົບປະມານ, ວັດຖຸອຸປະກອນ, ສື່ການຮຽນການສອນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃສ່ວຽກງານການສຶກສາກ່ອນໄວຮຽນ.
ການພັດທະນາການສຶກສາກ່ອນໄວຮຽນ ໃນສົກຮຽນ 2024-2025 ໂດຍລວມແມ່ນມີຄວາມຄືບໜ້າທາງດ້ານປະລິມານ ເມື່ອທຽບໃສ່ສົກຮຽນ 2023-2024 ເຫັນວ່າ ການເຂົ້າຮຽນແມ່ນມີທ່າອຽງເພີ່ມຂຶ້ນ ເຊັ່ນ: ອັດຕາເຂົ້າຮຽນຂອງເດັກອາຍຸ 3-5 ປີ ເພີ່ມຈາກ 63.4% ມາເປັນ 64.4% ແລະ ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ເພີ່ມຈາກ 83.8% ມາເປັນ 84.7%; ສໍາລັບ ຫ້ອງຮຽນອະນຸບານ ພາກລັດ ຈຳນວນ 116 ຫ້ອງ ໄດ້ປິດການຮຽນການສອນ ເຮັດໃຫ້ຈຳນວນຫ້ອງຮຽນອະນຸບານຫຼຸດລົງ; ແຕ່ໄປເພີ່ມຂຶ້ນໃນໂຮງຮຽນອະນຸບານພາກເອກະຊົນ, ຫ້ອງກຽມປະຖົມໄດ້ຫຼຸດລົງ 98 ຫ້ອງ ແລະ ຄຸນນະພາບການຮຽນການສອນໃນຊັ້ນການສຶກສາກ່ອນໄວຮຽນ ກໍຍັງເປັນພົບສິ່ງທ້າທາຍຫຼາຍປະການ ແລະ ອື່ນໆ. ຕໍ່ກັບບັນຫາດັ່ງກ່າວ ຈຶ່ງເປັນໜ້າທີ່ຂອງພວກເຮົາໝົດທຸກຄົນທີ່ຈະຕ້ອງພ້ອມກັນຊອກຫາວິທີການ ເຮັດໃຫ້ເດັກກ່ອນໄວຮຽນ ໄດ້ເຂົ້າມາກຽມຄວາມພ້ອມທາງດ້ານການຮຽນ ຢ່າງປອດໄພ ແລະ ມີຄຸນນະພາບ.
ທ່ານວ່າການແທນຫົວໜ້າກົມການສຶກສາກ່ອນໄວຮຽນ ກ່າວອີກວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ແລກປ່ຽນບາງບົດຮຽນທີ່ດີໃນການຕັ້ງປະຕິບັດການກຽມຄວາມພ້ອມກ່ອນເຂົ້າຮຽນໃນຊັ້ນປະຸຖົມສຶກສາໃນຮູບແບບຕ່າງໆ ສໍາລັບການສຶກສາກ່ອນໄວຮຽນ. ພ້ອມກັນນີ້ ກໍຈະຮັບຟັງການນຳສະເໜີແຜນຍຸດທະສາດ ແລະ ວຽກຈຸດສຸມ 5 ປີ ຄັ້ງທີ 10 ຂອງຂະແໜງການຍ່ອຍການສຶກສາກ່ອນໄວຮຽນ. ສະນັ້ນ, ເພື່ອເຮັດໃຫ້ບັນດາຄາດໝາຍຕ່າງໆ ທີ່ຍັງບໍ່ບັນລຸໃນສົກຮຽນຜ່ານມາ ສາມາດບັນລຸໄປຕາມແຜນທີ່ວາງໄວ້ ຈຶ່ງຂໍຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ, ທຸກລະດັບ ນັບແຕ່ສູນກາງຮອດທ້ອງຖິ່ນ ໃຫ້ຄວາມຮ່ວມມື ໃນການປະກອບຄຳຄິດເຫັນ ແລະ ຂໍ້ສະເໜີແນະຕ່າງໆ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ; ເລັ່ງໃສ່ປັບປຸງກົນໄກ, ສ້າງລະບົບການຕິດຕາມ/ປະເມີນຜົນ ແລະ ວິທີການຈັດຕັ້ງປະຕິບັດ ໂດຍອີງໃສ່ບັນດາວຽກຈຸດສຸມຕ່າງໆ ເພື່ອໃຫ້ບັນລຸເປົ້າໝາຍໃນສົກຮຽນ 2025-2026 ເປັນຕົ້ນແມ່ນ ອັດຕາເຂົ້າຮຽນຂອງນັກຮຽນ ອາຍຸ 0-2 ປີ, ອັດຕາການເຂົ້າຮຽນຂອງນັກຮຽນ ອາຍຸ 5 ປີ, ອັດຕາການເຂົ້າຮຽນຂອງນັກຮຽນ ອາຍຸ 5 ປີ ໃນ 45 ເມືອງ ຈຸດສຸມບຸລິມາສິດ ແລະ ຄາດໝາຍອື່ນໆ ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລື ປ່ຽນຄຳຄິດເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ເພື່ອສົ່ງເສີມໃຫ້ເດັກກ່ອນໄວຮຽນໄດ້ຮັບການເບິ່ງແຍງ-ດູແດ ໃຫ້ມີສຸຂະພາບ ແລະ ໂພຊະນາການທີ່ດີ, ສົ່ງເສີມໃຫ້ເດັກໄດ້ຮັບພັດທະນາການດ້ານຕ່າງໆ ໃນການກຽມຄວາມພ້ອມກ່ອນເຂົ້າຮຽນໃນຊັ້ນປະຖົມ ດ້ວຍຮູບແບບຕ່າງໆ ທີ່ສອດຄ່ອງກັບແຕ່ລະທ້ອງຖິ່ນ. ສຳລັບພາກສ່ວນທີ່ກ່ຽວຂ້ອງ, ສະມາຄົມການສຶກສາພາກເອກະຊົນ, ຜູ້ປະກອບການໂຮງລ້ຽງເດັກ ແລະ ໂຮງຮຽນອະນຸບານເອກະຊົນ ຈົ່ງເອົາໃຈໃສ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງຂອງສະຖານການສຶກສາກ່ອນໄວຮຽນ ໃຫ້ຮັບປະກັນຄວາມປອດໄພ ພ້ອມທັງສະໜອງສື່, ອຸປະກອນການຮຽນການສອນ, ເຄື່ອງຫຼິ້ນ ແລະ ສິ່ງອຳນວຍຄວາມສະດວກທີ່ສອດຄ່ອງ ເໝາະສົມກັບໄວເດັກ ແລະ ສິ່ງອໍານວຍຄວາມສະດວກອື່ນໆທີ່ຈຳເປັນ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ