Skip to main content

ສໍາເລັດການຝຶກອົບຮົມ “ການສອດແຊກເນື້ອໃນປະຫວັດສາດສາຍພົວພັນພິເສດ ລາວ-ຫວຽດນາມ ເຂົ້າສອນໃນໂຮງຮຽນສອງປະເທດ”

29/12/2025
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ແລະ ສະຖາບັນວິທະຍາສາດການສຶກສາ ແຫ່ງ ສສ ຫວຽດນາມ ສຳເລັດການຝຶກອົບຮົມ “ການນໍາເອົາຊຸດຜະລິດຕະພັນໂຄງການປະຫວັດສາດສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຂົ້າສອນໃນໂຮງຮຽນຂອງສອງປະເທດ” ເພື່ອຊ່ວຍໃຫ້ນັກຮຽນ-ນັກສຶກສາ ເຂົ້າໃຈປະຫວັດສາດຢ່າງຖືກຕ້ອງ ແລະ ເລິກເຊິ່ງ ພ້ອມຊ່ວຍປູກຝັງຈິດສໍານຶກຮັກຊາດ, ຮັກສັນຕິພາບ, ຄວາມກະຕັນຍູ ແລະ ຄວາມຮັບຜິດຊອບຕໍ່ການສືບສານສາຍພົວພັນອັນດີງາມນີ້ໃຫ້ຢູ່ຄູ່ກັບຄົນຮຸ່ນຫຼັງ.
ການຝຶກອົບຮົມດັ່ງກ່າວ, ແມ່ນຈັດຂຶ້ນໃນລະຫວ່າງວັນທີ 24-25 ທັນວາ 2025 ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຈ ເລ ແອງ ວິນ ຜູ້ອໍານວຍການສະຖາບັນວິທະຍາສາດການສຶກສາ ແຫ່ງ ສສ ຫວຽດນາມ, ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໂດ ດຶກ ລັນ ຮອງຜູ້ອໍານວຍການສູນຮ່ວມມືພັດທະນາ ສະຖາບັນວິທະຍາສາດການສຶກສາ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກສະຖາບັນວິທະຍາສາດການສຶກສາ ແຫ່ງ ສສ ຫວຽດນາມ, ຕາງໜ້າຈາກສະຖານທູດຫວຽດນາມປະຈໍາລາວ, ຕາງໜ້າຈາກກົມ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຄູອາຈານຈາກມະຫາວິທະຍາໄລແຫ່ງຊາດ, ຄູສອນຊັ້ນປະຖົມ ແລະ ມັດທະຍົມສຶກສາຈາກນະຄອນຫຼວງວຽງຈັນ, ພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງໃນການສືບຕໍ່ ແລະ ສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ ແມ່ນສາຍພົວພັນມິດຕະພາບອັນພິເສດ ແລະ ຫາຍາກໃນໂລກ, ຊຶ່ງໄດ້ຮັບການສ້າງສາ ແລະ ໄດ້ພັດທະນາມາຕະຫຼອດຫຼາຍຮຸ່ນຄົນ ແລະ ການນໍາເອົາເນື້ອໃນປະຫວັດສາດສາຍພົວພັນພິເສດຂອງສອງປະເທດ ສອດແຊກເຂົ້າໃນການຮຽນການສອນ ແມ່ນບໍ່ພຽງແຕ່ຊ່ວຍໃຫ້ນັກຮຽນ-ນັກສຶກສາ ເຂົ້າໃຈປະຫວັດສາດຢ່າງຖືກຕ້ອງ ແລະ ເລິກເຊິ່ງເທົ່ານັ້ນ ແຕ່ຍັງຊ່ວຍປູກຝັງຈິດສໍານຶກຮັກຊາດ, ຮັກສັນຕິພາບ, ຄວາມກະຕັນຍູ ແລະ ຄວາມຮັບຜິດຊອບຕໍ່ການສືບສານສາຍພົວພັນອັນດີງາມນີ້ໃຫ້ຢູ່ຄູ່ກັບຄົນຮຸ່ນຫຼັງ ແລະ ເຊື່ອວ່າການຝຶກອົບຮົມຈະຊ່ວຍຍົກສູງຄຸນນະພາບການສອນ ແລະ ການຮຽນພາສາຫວຽດໃນ ສປປ ລາວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ, ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມພູມຄວາມຮູ້ ແລະ ທັກສະວິຊາການໃຫ້ແກ່ຄູອາຈານເທົ່ານັ້ນ, ແຕ່ຍັງຊ່ວຍສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ເລິກເຊິ່ງໃຫ້ແກ່ຄົນຮຸ່ນໃໝ່ ເພື່ອໃຫ້ເຂົາເຈົ້າຮູ້ຈັກຫວງແຫນ ແລະ ສືບສານສາຍພົວພັນອັນດີງາມນີ້ຕໍ່ໄປໃນອະນາຄົດ.
ສ່ວນແຜນການໃນຕໍ່ໜ້າກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຈະສືບຕໍ່ປະສານງານຢ່າງໃກ້ຊິດກັບກະຊວງສຶກສາ ແລະ ການຝຶກອົບຮົມ ແຫ່ງ ສສ ຫວຽດນາມ ພ້ອມທັງສະຖາບັນວິທະຍາສາດການສຶກສາຂອງສອງຝ່າຍ ເພື່ອພັດທະນາເນື້ອໃນການສອດແຊກໃຫ້ມີຄວາມເໝາະສົມກັບແຕ່ລະລະດັບການຮຽນ ແລະ ສົ່ງເສີມການຮ່ວມມືດ້ານການຄົ້ນຄວ້າ, ການພັດທະນາຫຼັກສູດ ແລະ ສື່ການຮຽນການສອນ ແລະ ຂະຫຍາຍການຝຶກອົບຮົມໃຫ້ຄູ-ອາຈານໃນພື້ນທີ່ຕ່າງໆໃຫ້ກວ້າງຂວາງຂຶ້ນ.
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ສະຖາບັນວິທະຍາສາດການສຶກສາ ແຫ່ງ ຫວຽດນາມ ໄດ້ຈັດກອງປະຊຸມຝຶກອົບຮົມການນໍາເອົາເນື້ອໃນປະຫວັດສາດສາຍພົວພັນພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ ເຂົ້າໃນການໃນໂຮງຮຽນຂອງສອງປະເທດນີ້ຂຶ້ນ ໃຫ້ແກ່ຄູສອນຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາທົ່ວນະຄອນຫຼວງວຽງຈັນ ຈຳນວນ 150 ທ່ານ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານຫວຽດນາມ ເພື່ອເຮັດໃຫ້ຄູສອນຈໍານວນດັ່ງກ່າວ ຮັບຮູ້ກ່ຽວກັບສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເລິກເຊິ່ງຂຶ້ນ ແລະ ສາມາດນໍາເອົາໄປສອນສອດແຊກເຂົ້າໃນລາຍວິຊາທີ່ເປັນທ່າແຮງ ໂດຍສະເພາະແມ່ນ ວິຊາພາສາລາວ, ວິຊາຄຸນສົມບັດສຶກສາ, ວິຊາສັງຄົມສຶກສາ ໃນຊັ້ນປະຖົມສຶກສາ ແລະ ວິຊາປະຫວັດສາດ, ພູມສາດ, ສຶກສາພົນລະເມືອງ, ວັນນະຄະດີ ໃນຊັ້ນມັດທະຍົມສຶກສາ. ນອນນັ້ນ ກໍສາມາດນໍາໄປສອດແຊກເຂົ້າໃນການສຶກສາຂັ້ນທ້ອງຖິ່ນ ແລະ ກິດຈະກໍານອກຫຼັກສູດ ແລະ ອະນາຄົດ ທັງສອງປະເທດກໍຈະໄດ້ຜັນຂະຫຍາຍການຝຶກອົບຮົມວິທີການນໍາເອົາເນື້ອໃນປະຫວັດສາດສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຂົ້າສອນໃນໂຮງຮຽນ ຂອງແຂວງອື່ນໆ ໃຫ້ນັບມື້ນັບກວ້າງຂວາງຂຶ້ນເລື້ອຍໆ. ໃນຕອນທ້າຍພິທີ ຍັງໄດ້ມີການມອບໃບຍ້ອງຍໍໃຫ້ແກ່ສຳມະນາກອນທີ່ສຳເລັດການເຂົ້າຮ່ວມຝຶກອົບຮົມອີກດ້ວຍ.
ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ