Skip to main content

ຮອງລັດຖະມົນຕີ ສສກ ເນັ້ນໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນເອົາໃຈໃສ່ສົ່ງເສີມເດັກກ່ອນໄວຮຽນໄດ້ຮັບການເບິ່ງແຍງໃຫ້ມີສຸຂະພາບ ແລະ ໂພຊະນາການທີ່ດີ

30/12/2025
ໃນໂອກາດເຂົ້າຮ່ວມພິທີປິດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດການສຶກສາກ່ອນໄວຮຽນ ປະຈຳສົກຮຽນ 2024-2025 ແລະ  ແຜນວຽກຈຸດສຸມ ປະຈຳສົກຮຽນ 2025-2026 ໃນຕອນບ່າຍວັນທີ 29 ທັນວາ 2025 ທີ່ຫ້ອງປະຊຸມຕຶກ ICT ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວມີຄຳເຫັນວ່າ: ເພື່ອເຮັດໃຫ້ວຽກງານຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ໄດ້ຖືກຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງຢູ່ຂັ້ນທ້ອງຖິ່ນ ເພື່ອໃຫ້ຄາດໝາຍຕ່າງໆບັນລຸໄປຕາມແຜນທີ່ວາງໄວ້ ຈຶ່ງຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນທຸກລະດັບນັບແຕ່ຂັ້ນສູນກາງ ຮອດຂັ້ນທ້ອງຖິ່ນ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມ ນໍາໄປຈັດຕັ້ງປະຕິບັດວຽກງານການສຶກສາກ່ອນໄວຮຽນຢູ່ພາຍໃນແຂວງ ພ້ອມທັງເອົາໃຈໃສ່ໃນການສົ່ງເສີມໃຫ້ເດັກກ່ອນໄວຮຽນໃຫ້ໄດ້ຮັບການເບິ່ງ ແຍງ ລ້ຽງດູໃຫ້ມີສຸຂະພາບ ແລະ ໂພຊະນາການທີ່ດີ.
ທ່ານ ປອ ນາງ ດາລາວອນ ກິດຕິພັນ ກ່າວມີຄຳເຫັນວ່າ: ພວກເຮົາໄດ້ພ້ອມກັນຮັບຮູ້ຜົນສຳເລັດ, ບັນຫາສິ່ງທ້າທາຍ  ແລະ ຄາດໝາຍຕ່າງໆແລ້ວ ວ່າວຽກງານການສຶກສາກ່ອນໄວຮຽນນັ້ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ເພາະເປັນພື້ນຖານໃນການພັດທະນາຊັບພະຍາກອນມະນຸດ ເພື່ອພັດທະນາເດັກໃຫ້ມີການຂະຫຍາຍຕົວ ແລະ ພັດທະນາການທາງດ້ານຮ່າງກາຍ, ສະຕິປັນຍາ, ອາລົມຈິດ, ພາສາ ແລະ ຮຽນຮູ້ຊີວິດສັງຄົມ ເພື່ອກຽມຄວາມພ້ອມໃນການເຂົ້າຮຽນຊັ້ນປະຖົມສຶກສາ ແລະ ຊັ້ນຖັດໄປຢ່າງມີຄຸນນະພາບ. ສະນັ້ນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຖືກຈັດຕັ້ງປະຕິບັດໃຫ້ປະກົດຜົນັເປັນຈິງຢູ່ຂັ້ນທ້ອງຖິ່ນ ເພື່ອໃຫ້ຄາດໝາຍຕ່າງໆບັນລຸໄປຕາມແຜນທີ່ວາງໄວ້ ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນທຸກລະດັບນັບແຕ່ຂັ້ນສູນກາງ, ຮອດຂັ້ນທ້ອງຖິ່ນ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມ ນໍາໄປຈັດຕັ້ງປະຕິບັດວຽກງານການສຶກສາກ່ອນໄວຮຽນຢູ່ພາຍໃນແຂວງຂອງຕົນ ໂດຍໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ ເອົາໃຈໃສ່ໃນການສົ່ງເສີມໃຫ້ເດັກກ່ອນໄວຮຽນໃຫ້ໄດ້ຮັບການເບິ່ງແຍງລ້ຽງດູໃຫ້ມີສຸຂະພາບ ແລະ ໂພຊະນາການທີ່ດີ, ສົ່ງເສີມໃຫ້ເດັກໄດ້ຮັບການພັດທະນາທາງດ້ານຕ່າງໆໃນການກຽມຄວາມພ້ອມກ່ອນເຂົ້າຮຽນໃນຊັ້ນປະຖົມ ດ້ວຍຫຼາຍຮູບແບບທີ່ສອດຄ່ອງກັບແຕ່ລະທ້ອງຖິ່ນ; ຜູ້ອຳນວຍການໂຮງຮຽນ ແລະ ຜູ້ປະກອບການໂຮງລ້ຽງເດັກ ແລະ ໂຮງຮຽນອະນຸບານ ທັງພາກລັດ ແລະ ເອກະຊົນ ຈົ່ງເອົາໃຈໃສ່ສ້າງ ແລະ ປັບປຸງພື້ນຖານໂຄ່ງລ່າງຂອງສະຖານການສຶກສາກ່ອນໄວຮຽນ ໃຫ້ຮັບປະກັນຄວາມປອດໄພແກ່ເດັກ ພ້ອມທັງສະໜອງສື່ ແລະ ອຸປະກອນການຮຽນການສອນ, ເຄື່ອງຫຼິ້ນ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ທີ່ສອດຄ່ອງ,  ເໝາະສົມ ແລະ ທີ່ຈຳເປັນສຳລັບເດັກ.
ກົມການສຶກສາກ່ອນໄວຮຽນ ສົມທົບກັບພາກສ່ວນທີ່ກຽ່ວຂ້ອງ ສືບຕໍ່ຈັດຕັ້ງ ແລະ ເຜີຍແຜ່ ດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນ ສະບັບເລກທີ 391/ລບ, ລົງວັນທີ 04/09/2024 ໃຫ້ສະຖານການສຶກສາກ່ອນໄວຮຽນທົ່ວປະເທດ; ມອບໃຫ້ຄະນະຮັບຜິດຊອບວຽກງານການສຶກສາກ່ອນໄວຮຽນທຸກຂັ້ນ ຜັນຂະຫຍາຍແຜນພັດທະນາຂະແໜງການຍ່ອຍການສຶກສາກ່ອນໄວຮຽນ 5 ປີ ຄັ້ງທີ X (2026-2030) ໄປເປັນວຽກຈຸດສຸມ ແລະ ກິດຈະກໍາຂອງໃຜລາວ; ກົມການສຶກສາກ່ອນໄວຮຽນ ປະສານສົມທົບກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ພາກສ່ວນກຽ່ວຂ້ອງ ເພື່ອຄົ້ນຄວ້າ ແລະ ສະໜອງ ຫຼັກສູດ, ປຶ້ມອ່ານເສີມ, ວັດຖຸປະກອນ/ສື່ການຮຽນການສອນ ແລະ ເຄື່ອງຫຼິ້ນໃນຫ້ອງ-ນອກຫ້ອງຮຽນ ສໍາລັບຊັ້ນການສຶກສາກ່ອນໄວຮຽນ; ກົມການສຶກສາກ່ອນໄວຮຽນ ທົບທວນ ແລະ ປັບປຸງນິຕິກໍາກຽ່ວກັບການສ້າງໂຮງຮຽນຕົວແບບ ສໍາລັບຊັ້ນການສຶກສາກ່ອນໄວຮຽນ; ກົມການສຶກສາກ່ອນໄວຮຽນ ແລະ ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງວຽງຈັນ ເອົາໃຈໃສ່ໃນການຄຸ້ມຄອງ ສະຖານການສຶກສາກ່ອນໄວຮຽນ ທັງພາກລັດ ແລະ ເອກະຊົນ ໃຫ້ໄດ້ຕາມມາດຕະຖານຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ; ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງວຽງຈັນ ລາຍງານສະພາບການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ກ່ຽວກັບວຽກງານການສຶກສາກ່ອນໄວຮຽນ ທີ່ໄດ້ຮັບການສະໜັບສະ ໜູນຈາກຄູ່ຮ່ວມພັດທະນາ ໃຫ້ຂັັ້ນເທີງຊາບຕາມຂັ້ນຄຸ້ມຄອງ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ