Skip to main content
05/12/2025 | ສຶກສາ

ສະຫຼອງວັນຂົງຈືໂລກ ຄົບຮອບ 11 ປີ ແລະ ວັນສ້າງຕັ້ງສະຖາບັນຂົງຈື ຄົບຮອບ 15 ປີ ຢ່າງຟົດຟື້ນ

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນຂົງຈືໂລກ ຄົບຮອບ 11 ປີ ແລະ ວັນສ້າງຕັ້ງ ສຂຈ ມຊ ຄົບຮອບ 15 ປີ ເມື່ອວັນທີ 4 ທັນວາ 2025 ທີ່ສະຖາບັນດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ມີຜູ້ຕາງໜ້າຈາກມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ, ບັນດາຮອງຜູ້ອຳນວຍການໃຫຍ່ ມຊ, ຜູ້ອຳນວຍການ ສຂຈ ຝ່າຍລາວ-ຝ່າຍຈີນ, ພະນັກງານ, ຄ-ອາຈານ ແລະ ນັກສຶກສາ, […]

04/12/2025 | ສຶກສາ

ກພວຕ ຝຶກອົບຮົມການຄຸ້ມຄອງຫົວຂໍ້ຄົ້ນຄວ້າວິທະຍາສາດ ປີ 2023 ແລະ 2024

ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມການຄຸ້ມຄອງຫົວຂໍ້ຄົ້ນຄວ້າວິທະຍາສາດຂອງປີ 2023 ແລະ 2024 ໃຫ້ແກ່ຫົວໜ້າຫົວຂໍ້, ນັກຄົ້ນຄວ້າ ແລະ ທີມງານການຄົ້ນຄວ້າວິທະຍາສາດ ໃນລະຫວ່າງວັນທີ 21-22 ພະຈິກ 2025 ຢູ່ທີ່ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ຜູ້ປະຈຳການ, ມີບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຄະນະສະພາບໍລິຫານກອງທຶນ, ຫົວໜ້າຫົວຂໍ້, ນັກຄົ້ນຄວ້າ ແລະ ກອງເລຂາຊ່ວຍວຽກກອງທຶນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຝຶກອົບຮົມຄັ້ງນີ້ ເພື່ອເປັນການສ້າງຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບການສະຫຼຸບລາຍງານທາງດ້ານວິຊາການຂອງການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ, ການປະກອບເອກະສານສະຫຼຸບລາຍງານທາງດ້ານການເງິນ, ການລົງຕີພິມວາລະສານ ແລະ ການຈົດສິດທິບັດ, ອານຸສິດທິບັດ, ຊັບສິດທິບັດ ແລະ ພັນພືດໃໝ່ຂອງຜົນການຄົ້ນຄວ້າວິທະຍາສາດ, ໃນກອງປະຊຸມຍັງໄດ້ຮັບຟັງການສະເໜີບົດຈາກວິທະຍາກອນ […]

04/12/2025 | ສຶກສາ

ຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ ສໍາເລັດການສ້າງຄວາມສາມາດດ້ານການສຶກສາມໍລະດົກທີ່ມີຊີວິດ

ຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນສໂກ ສຳເລັດການຈັດກອງປະຊຸມສ້າງຂີດຄວາມສາມາດ ສຳລັບຄູຂອງໂຮງຮຽນເຄືອຂ່າຍ ເພື່ອຄວາມເຂົ້າໃຈລະຫວ່າງຊາດ (ASPnet) ກ່ຽວກັບການນຳເອົາມໍລະດົກທີ່ມີຊີວິດມາສູ່ຫ້ອງຮຽນ ເມື່ອວັນທີ 27 ພະຈິກ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄຳ ເລຂາທິການຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ ທັງເປັນຜູ້ອຳນວຍການສູນສຶກສາເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສຽງໃຕ້ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄູ-ອາຈານຈາກ ໂຮງຮຽນ ASPnet 33 ແຫ່ງ ໃນ ສປປ ລາວ, ຜູ້ຕາງໜ້າຈາກພາກສ່ວນອ້ອມຂ້າງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເພື່ອສ້າງຂີດຄວາມສາມາດ ໃນການສອດແຊກມໍລະດົກທີ່ມີຊີວິດເຂົ້າໃນຫ້ອງຮຽນ, ພາຍໃຕ້ການສະໜັບສະໜູນດ້ານງົບປະມານຈາກ ໂຄງການປະກອບສ່ວນຈາກອົງການອຸຍແນັດສະໂກ (ປີ 2024-2025) ແລະ ການຊ່ວຍເຫຼືອດ້ານວິຊາການຈາກຫ້ອງການອຸຍແນັດສະໂກາກພື້ນປະຈໍາບາງກອກ ແລະ ມະຫາວິທະຍາໄລສົງຂານະຄະຣິນ, ໂຄງການດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 4, ການສຶກສາທີ່ມີຄຸນນະພາບ, ໂດຍເນັ້ນໃສ່ການສົ່ງເສີມຄວາມຫຼາກຫຼາຍທາງດ້ານວັດທະນະທຳ, ເພື່ອສັນຕິພາບ, ຄວາມເປັນພົນລະເມືອງໂລກ […]

03/12/2025 | ສຶກສາ

ສສກ ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຂອງທີມງານທະນາຄານໂລກ

ກົມແຜນການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຮ່ວມເຮັດວຽກກັບທີມງານທະນາຄານໂລກ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະ 3 ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ-ການຕິດຕາມຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການ ສໍາລັບການຮ່ວມເຮັດວຽກລະຫວ່າງ ທະນາຄານໂລກ ແລະ ໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ເມື່ອວັນທີ 3 ທັນວາ 2025 ທີ່ຫ້ອງປະຊຸມ ໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວຽງສະໄໝ ສຣິດທິຣາດ ພະນັກງານອາວຸໂສຈາກຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ມີນັກເສດຖະສາດອາວຸໂສ, ທີມງານຈາກທະນາຄານໂລກ, ຄະນະກົມ, ສະຖາບັນ, ພະແນກ, ຂະແໜງການ, ຜູ້ຊ່ຽວຊານ, ຄູ່ຮ່ວມພັດທະນາ ແລະ […]

03/12/2025 | ສຶກສາ

ສສກ ຝຶກອົບຮົມສື່ການຮຽນການສອນ ບົດຮຽນຝຶກເວົ້າພາສາລາວ ຊັ້ນປະຖົມສຶກສາ ປີທີ 2

ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ຈັດກອງປະຊຸມຝຶກອົບຮົມພັດທະນາຂອບເຂດ ແລະ ລໍາດັບເນື້ອໃນສື່ການຮຽນການສອນບົດຮຽນຝຶກເວົ້າພາສາລາວ ສຳລັບຊັ້ນປະຖົມສຶກສາ ປີທີ 2 ໃນວັນທີ 24 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ຊ່ຽວຊານຈາກແຜນງານບີຄວາ, ຄູ-ອາຈານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ອຸທິດ ທິບມະນີ ກ່າວວ່າ: ສື່ການຮຽນການສອນບົດຮຽນຝຶກເວົ້າພາສາລາວ ຊັ້ນປະຖົມສຶກສາປີທີ 2 ມີຄວາມສຳຄັນຫຼາຍເພາະວ່ານັກຮຽນຜູ້ທີ່ມີຄວາມຫຍຸ້ງຍາກໃນການເຂົ້າໃຈພາສາມັກຈະມີຄວາມສ່ຽງທີ່ຈະຮຽນບໍ່ທັນໝູ່ ຫຼື ອາດຈະຄິດອອກຈາກໂຮງຮຽນ. ເມື່ອເດັກບໍ່ສາມາດຮຽນຕາມສິ່ງທີ່ສອນໃນຫ້ອງຮຽນໄດ້, ສ່ວນຫຼາຍເຂົາເຈົ້າຈະສູນເສຍຄວາມສົນໃຈ ແລະ ບໍ່ຢາກມາໂຮງຮຽນ. ບົດຮຽນຝຶກເວົ້າພາສາລາວ ເຮັດໃຫ້ນັກຮຽນເຫຼົ່ານີ້ມີໂອກາດທີ່ແທ້ຈິງຈະສືບຕໍ່ການຮຽນ ແລະ ປະສົບຜົນສຳເລັດ. ໂອກາດດຽວກັນ, ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກສະຖານທູດອົດສະຕຣາລີ ກ່າວວ່າ: ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ສະໜັບສະໜູນການສ້າງສື່ການຮຽນການສອນນີ້ […]

03/12/2025 | ສຶກສາ

ສູນຄະນິດຄິດໄວ ສະມາດແມ໊ດ ສຳເລັດການແຂ່ງຂັນຄະນິດຄິດໄວ ຊີງແຊ໋ມວຽງຈັນ ຄັ້ງທີ VIII

ສູນຄະນິດຄິດໄວ ສະມາດແມ໊ດ ( Smart math ) ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ຈັດການແຂ່ງຂັນຄະນິດຄິດໄວ ຊີງແຊ໋ມວຽງຈັນ ຄັ້ງທີ VIII ເມື່ອວັນທີ 30 ພະຈິກ 2025 ທີ່ສະຖາບັນຣັຕນະບໍລິຫານທຸລະກິດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານ ສະຖາບັນ ຣັຕະນະ ບໍລິຫານທຸລະກິດ, ທ່ານ ນາງ ສຸກພາພອນ ຜານິດ ຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຜູ້ອໍານວຍການ ສູນຄະນິດຄິດໄວ ສະມາດແມ໊ດ, ນັກຮຽນ ແລະ ຜູ້ປົກຄອງເຂົ້າຮ່ວມ. ສໍາລັບການແຂ່ງຂັນໃນຄັ້ງນີ້, ມີນັກຮຽນເຂົ້າຮ່ວມແຂ່ງຂັນຈາກທົ່ວປະເທດ 157 ຄົນ, ແບ່ງເປັນ 3 ລະດັບ ຄື: ລະດັບ A ມີອາຍຸ 5-7 ປີ, ລະດັບ B ມີອາຍຸ 7 […]

03/12/2025 | ສຶກສາ

ປະດັບຫຼຽນກາລະນຶກ 50 ປີ ໃຫ້ການນຳແຂວງຈຳປາສັກ, ພະນັກງານອາວຸໂສບໍານານ​ ແລະ​ ນັກທຸລະກິດ​ -​ ຜູ້ປະກອບການ ທີ່ມີຜົນງານດີເດັ່ນ

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະ​ລັດ​ ປະຊາທິປະໄຕ​ປະຊາຊົນລາວ​ (ສປປ ລາວ)​ ຄົບຮອບ 50 ປີ (2/12/1975 – 2/12/2025), ແຂວງຈໍາປາສັກ​ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ໃຫ້ການນຳແຂວງ, ພະນັກງານອາວຸໂສບໍານານ,​ ວິລະຊົນ​ແຫ່ງຊາດ,​ ນັກພັດທະນາ ແລະ​ ນັກທຸລະກິດ​ -​ ຜູ້ປະກອບການ ທີ່ມີຜົນງານດີເດັ່ນໃນພາລະກິດປົກປັກຮັກສາ ແລະ​ ສ້າງສາ​ພັດທະນາ​ປະເທດຊາດ​ ໃນໄລຍະ​ 50​ ຜ່ານມາ ໃນວັນທີ 2 ທັນວາ 2025 ຢູ່ສະໂມສອນແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ປອ ອາລຸນໄຊ​ ສູນນະລາດ​ ກຳມະການສູນກາງພັກ, ເລຂາຄະນະ​ບໍລິຫານ​ງານ​ພພັກແຂວງ, ມີຮອງເລຂາຄະນະບໍລິຫານງານພັກແຂວງ,​ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ອະດີດການນຳແຂວງ, ເລຂາຄະນະ​ບໍລິຫານ​ງານພັກ​ 9​ ເມືອງ,​ 1 ນະຄອນ​; ການນໍາຖັນແຖວກຳລັງປະກອບອາວຸດ,​ ນັກທຸລະກິດ,​ ຜູ້​ປະກອບ​ການ​ ແລະ ອົງການຈັດຕັ້ງມະຫາຊົນ […]

02/12/2025 | ສຶກສາ

ໃຕ້ຮົ່ມທຸງໄຊຂອງພັກ ສະຖາບັນລາວ-ອາເມລິກາ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ

ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025), ທ່ານ ວົງສະທິດ ສຸວໍລະວົງ ຜູ້ອຳນວຍການ ສະຖາບັນລາວ-ອາເມລິກາ ໃຫ້ທັດສະນະວ່າ: ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ແລະ ລັດຖະບານ ຕະຫຼອດໄລຍະ 50 ປີ ຜ່ານມາ ສະຖາບັນລາວ-ອາເມລິກາ ຂອງພວກເຮົາມີການເຕີບໃຫຍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ ເປັນກ້າວໆ ເວົ້າລວມ, ເວົ້າສະເພາະແມ່ນໃນໄລຍະ 30 ປີ ທີ່ສ້າງຕັ້ງສະຖາບັນ ແມ່ນໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງໃນການພັດທະນາຊັບພະຍາກອນມະນຸດຂອງຊາດ ສາມາດສ້າງວຽກເຮັດງານທຳໄດ້ຢ່າງໝັ້ນຄົງ ແລະ ປະກອບທຸລະກິດເປັນຂອງຕົນເອງ. ທ່ານ ວົງສະທິດ ສຸວໍລະວົງ […]