Skip to main content

ສສກ ຝຶກອົບຮົມສື່ການຮຽນການສອນ ບົດຮຽນຝຶກເວົ້າພາສາລາວ ຊັ້ນປະຖົມສຶກສາ ປີທີ 2

03/12/2025

ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ຈັດກອງປະຊຸມຝຶກອົບຮົມພັດທະນາຂອບເຂດ ແລະ ລໍາດັບເນື້ອໃນສື່ການຮຽນການສອນບົດຮຽນຝຶກເວົ້າພາສາລາວ ສຳລັບຊັ້ນປະຖົມສຶກສາ ປີທີ 2 ໃນວັນທີ 24 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ຊ່ຽວຊານຈາກແຜນງານບີຄວາ, ຄູ-ອາຈານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ອຸທິດ ທິບມະນີ ກ່າວວ່າ: ສື່ການຮຽນການສອນບົດຮຽນຝຶກເວົ້າພາສາລາວ ຊັ້ນປະຖົມສຶກສາປີທີ 2 ມີຄວາມສຳຄັນຫຼາຍເພາະວ່ານັກຮຽນຜູ້ທີ່ມີຄວາມຫຍຸ້ງຍາກໃນການເຂົ້າໃຈພາສາມັກຈະມີຄວາມສ່ຽງທີ່ຈະຮຽນບໍ່ທັນໝູ່ ຫຼື ອາດຈະຄິດອອກຈາກໂຮງຮຽນ. ເມື່ອເດັກບໍ່ສາມາດຮຽນຕາມສິ່ງທີ່ສອນໃນຫ້ອງຮຽນໄດ້, ສ່ວນຫຼາຍເຂົາເຈົ້າຈະສູນເສຍຄວາມສົນໃຈ ແລະ ບໍ່ຢາກມາໂຮງຮຽນ. ບົດຮຽນຝຶກເວົ້າພາສາລາວ ເຮັດໃຫ້ນັກຮຽນເຫຼົ່ານີ້ມີໂອກາດທີ່ແທ້ຈິງຈະສືບຕໍ່ການຮຽນ ແລະ ປະສົບຜົນສຳເລັດ.

ໂອກາດດຽວກັນ, ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກສະຖານທູດອົດສະຕຣາລີ ກ່າວວ່າ: ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ສະໜັບສະໜູນການສ້າງສື່ການຮຽນການສອນນີ້ ຮ່ວມກັບກະຊວງ ສສກ ເພາະວ່າຈະສົ່ງເສີມການສຶກສາຮຽນຮ່ວມ ແລະ ຮັບປະກັນວ່າເດັກທຸກຄົນ ບໍ່ວ່າຈະມາຈາກພື້ນຖານພາສາໃດກໍຕາມ, ຈະມີໂອກາດທີ່ຈະຮຽນຮູ້, ກ້າວໜ້າ ແລະ ໂດດເດັ່ນໃນໂຮງຮຽນ. ເປົ້າໝາຍຮ່ວມກັນຂອງພວກເຮົາແມ່ນສິ່ງທີ່ສາມາດເຮັດໄດ້ໂດຍບໍ່ຍາກຈົນເກີນໄປນັ້ນ ກໍຄືຈະບໍ່ປະໃຫ້ເດັກນ້ອຍຄົນໃດ, ຖືກປະໄວ້ຢູ່ທາງຫຼັງ.

ການຈັດຝຶດອົບຮົມຄັ້ງນີ້, ທີມງານນັກຂຽນຫຼັກສູດ, ອອກແບບ ແລະ ຈັດໜ້າປື້ມຫຼັກສູດຈາກ ສວສ ຈະເລີ່ມລົງເລິກອອກແບບຫຼັກສູດບົດຮຽນຝຶກເວົ້າພາສາລາວ ຂັ້ນ ປ.2. ເຂົາເຈົ້າຈະຄົ້ນຫາສິ່ງທີ່ໄດ້ຜົນດີໃນປຶ້ມ ຂັ້ນ ປ.1, ກຳນົດຂົງເຂດທີ່ຕ້ອງປັບປຸງ ແລະ ເລືອກວິທີການທີ່ດີທີ່ສຸດໃນການສ້າງສື່ການຮຽນການສອນ ທີ່ມີປະສິດທິພາບ. ເມື່ອຄົບກຳນົດການຂຽນ, ເຂົາເຈົ້າຈະມີແຜນວຽກທີ່ຊັດເຈນທີ່ອະທິບາຍບົດຮ່າງຮຽນຝຶກເວົ້າພາສາລາວ ຂັ້ນ ປ.2. ຝຶກອົບຮົມໃນຄັ້ງນີ້ ຈະດຳເນີນໄປໂດຍການປະຕິບັດຕົວຈິງ ແລະ ມີການປຶກສາຫາລື ສະມາຊິກຂອງທີມງານນັກຂຽນບົດຮຽນຝຶກເວົ້າພາສາລາວ ຂັ້ນ ປ.1, ຈະສາທິດການສອນບົດຮຽນຕົວຈິງ ໂດຍຜູ້ເຂົ້າຮ່ວມຈະຮັບບົດບາດເປັນນັກຮຽນ ຂັ້ນ ປ.1 ທີ່ເວົ້າພາສາລາວບໍ່ໄດ້ ເພື່ອຮຽນຮູ້ປະສົບການວິທີການສອນຕົວຈິງ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງຈະມີໂອກາດໄດ້ຮຽນຮູ້ປະສົບການ, ສະທ້ອນຄືນເຖິງວິທີການ ແລະ ກິດຈະກຳການຮຽນຮູ້ພາສາທີ່ຫຼາກຫຼາຍ ພ້ອມທັງເສີມສ້າງຄວາມຮູ້ກ່ຽວກັບຜົນການຄົ້ນຄວ້າ ແລະ ການປະຕິບັດທີ່ດີທີ່ສຸດທີ່ຜ່ານມາໃນລະດັບສາກົນ. ຂະບວນການຂຽນຈະປະຕິບັດຕາມວິທີການທີ່ໄດ້ຮັບການພິສູດແລ້ວວ່າໄດ້ຜົນດີ ຈາກການພັດທະນາສື່ການຮຽນການສອນທີ່ຜ່ານມາ ໂດຍຜູ້ຊ່ຽວຊານແຜນງານບີຄວາ ຈະໃຫ້ການສະໜັບສະໜູນດ້ານວິຊາການແກ່ທີມງານນັກຂຽນຫຼັກສູດຂອງ ສວສ ຜ່ານກອງປະຊຸມຫຼາຍຄັ້ງທີ່ລວມມີ: ການວາງແຜນ, ການຂຽນ, ການທົດລອງ, ການດັດແກ້ ແລະ ການອອກສື່ການຮຽນການສອນ. ບັນດາສື່ການຮຽນການສອນບົດຮຽນຝຶກເວົ້າພາສາລາວ ຂັ້ນ ປ.2 ໃໝ່ນີ້ຈະໃຫ້ສຳເລັດ ເພື່ອເຜີຍແຜ່ທົ່ວປະເທດໃນສົກຮຽນ ປີຮຽນ 2027-2028. ລັດຖະບານອົດສະຕຣາລີ ຈະສືບຕໍ່ໃຫ້ການສະໜັບສະໜູນດ້ານວິຊາການ ແລະ ງົບປະມານ ໃນການພັດທະນາສື່ການຮຽນການສອນ ແລະ ກະຊວງ ສສກ ຍັງຈະຊອກຫາການສະໜັບສະໜູນຈາກງົບປະມານແຫ່ງຊາດ ຫຼື ຄູ່ຮ່ວມພັດທະນາສຳລັບການຈັດພິມ ແລະ ການແຈກຢາຍ ໂດຍໃນການຈັດຝຶກອົບຮົມໃນຄັ້ງນີ້ ຈະໄດ້ດໍາເນີີນເປັນເວລາ 10 ວັນ ເລີ່ມແຕ່ວັນທີ 24 ພະຈິກ ຫາ 5 ທັນວາ 2025 ຈຶ່ງຈະສຳເລັດ.

 

ຂ່າວໂດຍ: ບຸນທະວີ ນະວົງສາ

 

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ