ສສກ ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຂອງທີມງານທະນາຄານໂລກ

ກົມແຜນການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຮ່ວມເຮັດວຽກກັບທີມງານທະນາຄານໂລກ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະ 3 ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ-ການຕິດຕາມຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການ ສໍາລັບການຮ່ວມເຮັດວຽກລະຫວ່າງ ທະນາຄານໂລກ ແລະ ໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ເມື່ອວັນທີ 3 ທັນວາ 2025 ທີ່ຫ້ອງປະຊຸມ ໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວຽງສະໄໝ ສຣິດທິຣາດ ພະນັກງານອາວຸໂສຈາກຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ມີນັກເສດຖະສາດອາວຸໂສ, ທີມງານຈາກທະນາຄານໂລກ, ຄະນະກົມ, ສະຖາບັນ, ພະແນກ, ຂະແໜງການ, ຜູ້ຊ່ຽວຊານ, ຄູ່ຮ່ວມພັດທະນາ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ແມ່ນເພື່ອປະເມີນ ແລະ ຊຸກຍູ້ຊ່ວຍເຫຼືອການຈັດຕັ້ງປະຕິບັດໂຄງການ ນັບຕັ້ງແຕ່ການມາຊຸກຍູ້ຊ່ວຍເຫຼືອການຈັດຕັ້ງປະຕິບັດຄັ້ງຫຼ້າສຸດໃນເດືອນມິຖຸນາ 2025 ທີ່ຜ່ານມາ ໂດຍສະເພາະຈະໄດ້ມີການທົບທວນ ແລະ ປະເມີນບັນດາໜ້າວຽກຕ່າງໆ ປະກອບດ້ວຍຜົນສໍາເລັດໃນການປະຕິບັດວຽກງານອັນສໍາຄັນທັງໝົດທີ່ຕົກລົງກັນໃນລະຫວ່າງການມາເຮັດວຽກຮ່ວມກັນໃນເດືອນມິຖຸນາ 2025; ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ ແລະ ທິດທາງເພື່ອນໍາໄປສູ່ຜົນໄດ້ຮັບໃນການບັນລຸເປົ້າໝາຍຂອງການພັດທະນາໂຄງການໃນຕໍ່ໜ້າ; ຄວາມຄືບໜ້າຂອງຜົນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆຂອງໂຄງການ ທີ່ບັນລຸໄດ້ຕາມເປົ້າໝາຍໃນຂອບຜົນໄດ້ຮັບຂອງໂຄງການທີ່ວາງໄວ້; ການເບີກຈ່າຍດ້ານການເງິນຕາມອົງປະກອບຍ່ອຍຕ່າງໆນັບແຕ່ມື້ເລີ່ມຕົ້ນຈົນເຖິງປັດຈຸບັນ, ການຄາດຄະເນອັດຕາການເບີກຈ່າຍນໍາໃຊ້ເງິນຂອງໂຄງການແຕ່ນີ້ຈົນເຖິງມື້ເປີດໂຄງການ ແລະ ຄວາມຄືບໜ້າຂອງວຽກງານຈັດຊື້-ຈັດຈ້າງ, ການຄຸ້ມຄອງບໍລິຫານການເງິນໂຄງການ, ວຽກງານການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ແລະ ວຽກງານການຕິດ ແລະ ປະເມີນຜົນຂອງໂຄງການ.
ໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ມີຂໍ້ສະເໜີ, ບາງຄໍາດຫັນ ເພື່ອປັບປຸງ ແລະ ຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າ ເປັນຕົ້ນແມ່ນ ຂຸ້ນຂ້ຽວຈັດຕັ້ງປະຕິບັດກິດຈະກໍາ ຕາມແຜນປະຈຳປີ (AOP) 2025 ໃຫ້ສຳເລັດໂດຍໄວ; ສະເໜີໃຫ້ກົມ, ສະຖາບັນ, ສູນ ແລະ ທຸກໆໜ່ວຍງານ ສືບຕໍ່ສ້າງແຜນປະຈຳປີ 2026 ໃຫ້ມີຄວາມສອດຄ່ອງກັບແຜນ, ຍຸດທະສາດ ທີ່ເປັນບຸລິມະສິດຂອງແຕ່ລະກົມ ແລະ ໃຫ້ຖືກຕ້ອງຕາມເປົ້າໝາຍ, ຜົນໄດ້ຮັບ ແລະ ຕົວຊີ້ບອກຂອງໂຄງການ ໃຫ້ສາມາດຮັບຮອງແຜນປະຈຳປີ 2026 ໂດຍໄວ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດຕາມແຜນການທີ່ວາງໄວ້; ການຂຶ້ນແຜນປີ 2026 ສະເໜີໃຫ້ແຕ່ລະໜ່ວຍງານຈັດຕັ້ງປະຕິບັດໂຄງການຈາກບັນດາກົມ, ສະຖາບັນ, ສູນ ໃຫ້ມີຄວາມແທດເໝາະກັບຄວາມຮັບຜິດຊອບຂອງແຕ່ລະຂັ້ນ ໂດຍໃຫ້ມີການມອບໂອນຄວາມຮັບຜິດຊອບຢ່າງຊັດເຈນ ກິດຈະກຳໃດທີ່ຕິດພັນກັບພາລະບົດບາດຂອງຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ວິທະຍາໄລຄູ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ຂຶ້ນກັບສາຍຕັ້ງຂອງຕົນເອງ ແມ່ນໃຫ້ມອບໂອນຕາມຄວາມຮັບຜິດຊອບລົງສູ່ທ້ອງຖິ່ນໃຫ້ມີສຳເລັດຕາມເປົ້າໝາຍຂອງໂຄງການທີ່ວາງໄວ້; ສະເໜີໃຫ້ບັນດາກົມ ແລະ ບັນດາພະແນກທີ່ກ່ຽວຂ້ອງ ໃຫ້ທົບທວນຄືນອັນຮີບດ່ວນໃນການສຳລະສະສາງ ບົດສະຫຼຸບລາຍງານດ້ານການເງິນ ແລະ ສົ່ງໃຫ້ໂຄງການໂດຍໄວ; ຖ້າກົມໃດ ສະຖາບັນ ຫຼື ສູນໃດ ທີ່ໄດ້ເງິນໄປແລ້ວ ແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ໃຫ້ເອົາເຂົ້າໄວ້ໃນບັນຊີຍ່ອຍຂອງໂຄງການ ແລະ ຖ້າໂອນເງິນລົງແຂວງແລ້ວ ແມ່ນໃຫ້ເອົາໄວ້ໃນບັນຊີລວມຂອງແຂວງ ເພື່ອຮັບປະກັນຄວາມປອດໄພ; ໃຫ້ແຕ່ລະໜ່ວຍງານ, ສູນ, ສະຖາບັນ ທົບທວນຄືນ, ຕິດຕາມ ແລະ ຊຸກຍູ້ສົ່ງເສີມ ຢ່າງໃກ້ຊິດຕິດແທດໃນການຈັດຕັ້ງປະຕິບັດວຽກງານຂອງຕົນເອງທີ່ຕິດພັນກັບໂຄງການ, ຖ້າຫາກວ່າ ໜ່ວຍງານໃດຫາກຂາດພະນັກງານ, ແມ່ນໃຫ້ຈັດສັນພະນັກງານເຂົ້າຊ່ວຍ ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການໃຫ້ບັນລຸຕາມແຜນທີ່ວາງໄວ້; ສະເໜີໃຫ້ຫ້ອງການ ECU ປະສານສົມທົບກັບແຕ່ລະ IUs ແລະ ກົມຢ່າງໃກ້ຊິດ ເພື່ອຕິດຕາມຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດກິດຈະກຳ.
ຖ້າກໍລະນີທີ່ພົບບັນຫາໃນການຈັດຕັ້ງປະຕິບັດໂຄງການທີ່ເຫັນວ່າມີສິ່ງທ້າທາຍ ສະເໜີລາຍງານຕໍ່ຄະນະນຳກະຊວງສຶກສາທິການ ແລະ ກິລາ ໃຫ້ຮັບຮູ້ ແລະ ພ້ອມກັນແກ້ໄຂໃຫ້ທັນເວລາ; ສະເໜີໃຫ້ບັນດາກົມ, ສະຖາບັນ, ສູນ ແລະ ທຸກໆໜ່ວຍງານທີ່ຈັດຕັ້ງປະຕິບັດໂຄງການທົບທວນຄືນບາງກິດຈະກຳ, ກິດຈະກຳໃດຄວນຈັດຕັ້ງປະຕິບັດຢູ່ຂັ້ນສູງກາງ ໂດຍໝູນໃຊ້ຊັບພະຍາກອນ ຫຼື ຫ້ອງປະຊຸມຂອງກະຊວງສຶກສາທິການ ແລະ ກິລາ ທີ່ມີຢູ່ ໃຫ້ໄດ້ຖືກນຳໃຊ້ຢ່າງເປັນປົກກະຕິ ຫຼີກລ່ຽງທຸກໆກິດຈະກຳທີ່ຈະເອົາໄປຈັດຕັ້ງປະຕິບັດແຕ່ຢູ່ຕ່າງແຂວງ; ສະເໜີໃຫ້ກົມແຜນການປຶກສາຫາລືຮ່ວມກັບທະນາຄານໂລກຢ່າງໃກ້ຊິດ ເພື່ອສຶກສາຄວາມເປັນໄປໄດ້ ໃນການຈັດສັນງົບປະມານຂອງໂຄງການຄືນໃໝ່ ເພື່ອຊ່ວຍສະໜັບສະໜູນແຜນການປັບການປຸງປະຕິຮູບລະບົບການສຶກສາແຫ່ງຊາດຈາກ 5+4+3 ມາເປັນ 6+3+3 ຕາມທິດຊີ້ນຳຂອງລັດຖະບານ ເຊັ່ນ: ຊ່ວຍໃຫ້ການສະໜັບສະໜູນໃນການປັບປຸງຫຼັກສູດຄືນໃໝ່; ໃຫ້ການສະໜັບສະໜູນອຸປະກອນຮັບໃຊ້ໃນການຈັດການຮຽນການສອນ; ປັບປຸງວຽກງານການກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ ຫ້ອງຮຽນ, ໂຮງຮຽນອະນຸບານ ແລະ ປະຖົມສຶກສາຕາມເງື່ອນໄຂຂອງໂຄງການ.
ຂ່າວໂດຍ: ບົວລະພາ ອິນທະດາລິນ















