Skip to main content

ຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ ສໍາເລັດການສ້າງຄວາມສາມາດດ້ານການສຶກສາມໍລະດົກທີ່ມີຊີວິດ

04/12/2025

ຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນສໂກ ສຳເລັດການຈັດກອງປະຊຸມສ້າງຂີດຄວາມສາມາດ ສຳລັບຄູຂອງໂຮງຮຽນເຄືອຂ່າຍ ເພື່ອຄວາມເຂົ້າໃຈລະຫວ່າງຊາດ (ASPnet) ກ່ຽວກັບການນຳເອົາມໍລະດົກທີ່ມີຊີວິດມາສູ່ຫ້ອງຮຽນ ເມື່ອວັນທີ 27 ພະຈິກ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄຳ ເລຂາທິການຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ ທັງເປັນຜູ້ອຳນວຍການສູນສຶກສາເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສຽງໃຕ້ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄູ-ອາຈານຈາກ ໂຮງຮຽນ ASPnet 33 ແຫ່ງ ໃນ ສປປ ລາວ, ຜູ້ຕາງໜ້າຈາກພາກສ່ວນອ້ອມຂ້າງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເພື່ອສ້າງຂີດຄວາມສາມາດ ໃນການສອດແຊກມໍລະດົກທີ່ມີຊີວິດເຂົ້າໃນຫ້ອງຮຽນ, ພາຍໃຕ້ການສະໜັບສະໜູນດ້ານງົບປະມານຈາກ ໂຄງການປະກອບສ່ວນຈາກອົງການອຸຍແນັດສະໂກ (ປີ 2024-2025) ແລະ ການຊ່ວຍເຫຼືອດ້ານວິຊາການຈາກຫ້ອງການອຸຍແນັດສະໂກາກພື້ນປະຈໍາບາງກອກ ແລະ ມະຫາວິທະຍາໄລສົງຂານະຄະຣິນ, ໂຄງການດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 4, ການສຶກສາທີ່ມີຄຸນນະພາບ, ໂດຍເນັ້ນໃສ່ການສົ່ງເສີມຄວາມຫຼາກຫຼາຍທາງດ້ານວັດທະນະທຳ, ເພື່ອສັນຕິພາບ, ຄວາມເປັນພົນລະເມືອງໂລກ ແລະ ການພັດທະນາແບບຍືນຍົງຜ່ານການສຶກສາ, ມໍລະດົກທີ່ມີຊີວິດ ລວມມີທັງດົນຕີພື້ນເມືອງ, ການເຕັ້ນ/ຟ້ອນ, ຫັດຖະກຳ, ພິທີກຳ, ການປະຕິບັດດ້ານກະສິກຳ ແລະ ຄວາມຮູ້ພື້ນຖານທ້ອງຖິ່ນ/ພື້ນເມືອງ, ເປັນຕົວແທນຂອງການສະແດງອອກທາງວັດທະນະທຳທີ່ມີຊີວິດ ທີ່ສ້າງຮູບແບບວິຖີຊີວິດຂອງຊຸມຊົນ ໃນ ສປປ ລາວ. ທັ້ງນີ້, ກໍເພື່ອໃຫ້ຄູແນະນໍາເຄື່ອງມື ແລະ ວິທີການປະຕິບັດຕົວຈິງ ໃນການສອດແຊກມໍລະດົກວັດທະນະທຳນາມມະທໍາເຫຼົ່ານີ້ ເຂົ້າໃນແຜນການສອນ ແລະ ກິດຈະກຳຕ່າງໆຂອງໂຮງຮຽນ ທີ່ນໍາໄປສູ່ການເສີມສ້າງການປົກປ້ອງ, ປົກປັກຮັກສາ ແລະ ການຖ່າຍທອດມໍລະດົກທີ່ມີຊີວິດໄປທົ່ວພາກພື້ນຕ່າງໆຂອງປະເທດ.

ໂອກາດດັ່ງກ່າວ, ທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄຳ ໄດ້ມີຄຳເຫັນ ແລະ ຍົກໃຫ້ເຫັນເຖິງທ່າແຮງໃນການສົ່ງເສີມການສຶກສາເພື່ອການປ່ຽນແປງ ຜ່ານການສອດແຊກມໍລະດົກທີ່ມີຊີວິດເຂົ້າໃນການຮຽນການສອນ ແລະ ກິດຈະກໍາຕ່າງໆຂອງໂຮງຮຽນ, ຊຶ່ງເຮັດໃຫ້ຄູ-ອາຈານສາມາດຊ່ວຍໃຫ້ນັກຮຽນພັດທະນາຄວາມພາກພູມໃຈໃນຕົວຕົນຂອງເຂົາເຈົ້າ, ເສີມສ້າງການມີສ່ວນຮ່ວມຂອງຊຸມຊົນ ແລະ ສ້າງທັກສະທີ່ຈຳເປັນ ສຳລັບການຮຽນຮູ້ຕະຫຼອດຊີວິດ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກວ່າ ມໍລະດົກທີ່ມີຊີວິດ ບໍ່ພຽງແຕ່ເປັນຊັບສົມບັດອັນລໍ້າຄ່າ ໃນອະດີດເທົ່ານັ້ນ ແຕ່ຍັງເປັນແຫຼ່ງຂອງພູມປັນຍາ ແລະ ຄວາມຄິດສ້າງສັນທີ່ສາມາດເສີມສ້າງການຮຽນຮູ້ ແລະ ນຳພາຊຸມຊົນໄປສູ່ອະນາຄົດທີ່ຍືນຍົງກວ່າເກົ່າ. ພ້ອມນັ້ນ, ຜູ້ເຂົ້າຮ່ວມຄັ້ງນີ້ ໄດ້ຮັບການຝຶກປະຕິບັດຕົວຈິງ ໂດຍສຸມໃສ່ການເພີ່ມທະວີຄວາມເຂົ້າໃຈກ່ຽວກັບແນວຄວາມຄິດມໍລະດົກທີ່ມີຊີວິດ, ການດັດປັບເພື່ອນໍາໃຊ້ແຫຼ່ງຂໍ້ມູນ ແລະ ຊັບພະຍາກອນຂອງອົງການອຸຍແນັດສະໂກທີ່ມີຢູ່ໃຫ້ເຂົ້າກັບສະພາບການຂອງໂຮງຮຽນ ແລະ ທ້ອງຖິ່ນ, ການພັດທະນາແຜນການສອນທີ່ມີນະວັດຕະກຳ ແລະ ກ່ຽວຂ້ອງກັບວັດທະນະທຳ, ການແບ່ງປັນການປະຕິບັດທີ່ດີທີ່ສຸດ ແລະ ຍຸດທະສາດການສອນທີ່ປະສົບຜົນສຳເລັດ ແລະ ການຮຽນຮູ້ການນຳໃຊ້ໃນຫ້ອງຮຽນໂດຍກົງ ແລະ ກິດຈະກຳນອກຫຼັກສູດໄດ້ຢ່າງມີປະສິດທິພາບ.

ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປເປັນເວລາ 4 ວັນ ແຕ່ວັນທີ 24-27 ພະຈິກ 2025.

ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ