Skip to main content

ກພວຕ ຝຶກອົບຮົມການຄຸ້ມຄອງຫົວຂໍ້ຄົ້ນຄວ້າວິທະຍາສາດ ປີ 2023 ແລະ 2024

04/12/2025
ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມການຄຸ້ມຄອງຫົວຂໍ້ຄົ້ນຄວ້າວິທະຍາສາດຂອງປີ 2023 ແລະ 2024 ໃຫ້ແກ່ຫົວໜ້າຫົວຂໍ້, ນັກຄົ້ນຄວ້າ ແລະ ທີມງານການຄົ້ນຄວ້າວິທະຍາສາດ ໃນລະຫວ່າງວັນທີ 21-22 ພະຈິກ 2025 ຢູ່ທີ່ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ຜູ້ປະຈຳການ, ມີບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຄະນະສະພາບໍລິຫານກອງທຶນ, ຫົວໜ້າຫົວຂໍ້, ນັກຄົ້ນຄວ້າ ແລະ ກອງເລຂາຊ່ວຍວຽກກອງທຶນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຝຶກອົບຮົມຄັ້ງນີ້ ເພື່ອເປັນການສ້າງຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບການສະຫຼຸບລາຍງານທາງດ້ານວິຊາການຂອງການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ, ການປະກອບເອກະສານສະຫຼຸບລາຍງານທາງດ້ານການເງິນ, ການລົງຕີພິມວາລະສານ ແລະ ການຈົດສິດທິບັດ, ອານຸສິດທິບັດ, ຊັບສິດທິບັດ ແລະ ພັນພືດໃໝ່ຂອງຜົນການຄົ້ນຄວ້າວິທະຍາສາດ, ໃນກອງປະຊຸມຍັງໄດ້ຮັບຟັງການສະເໜີບົດຈາກວິທະຍາກອນ ຈໍານວນ 9 ຫົວຂໍ້ ທີ່ກຽວຂ້ອງກັບການຈັດ ຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ.
ໃນໂອກາດນີ້, ທ່ານ ປອ ສໍາລານ ພັນຄະວົງ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ໃນການຄຸ້ມຄອງການຄົ້ນຄວ້າ, ການປະຕິບັດສັນຍາຫົວຂໍ້ຄົ້ນຄວ້າດ້ວຍຄວາມຮັບຜິດຊອບສູງ ແລະ ປະຕິບັດໃຫ້ມີຜົນສຳເລັດໄປຕາມແຜນການທີ່ໄດ້ກຳນົດໄວ້, ຮຽກຮ້ອງໃຫ້ບັນດາຫົວໜ້າຫົວຂໍ້ ແລະ ທີມງານການຄົ້ນຄວ້າທີ່ໄດ້ຮັບການສະໜັບສະໜູນທຶນຈາກກອງທຶນ ແລະ ເປັນເຈົ້າການໃນການຕີພິມຜົນການຄົ້ນຄວ້າຂອງຕົນລົງວາລະສານທັງພາຍໃນ ແລະ ສາກົນ, ການຈົດສິດທິບັດ, ອະນຸສິດທິບັດ ແລະ ພັນພືດໃໝ່ ຍົກລະດັບຄຸນນະພາບຂອງການຄົ້ນຄວ້າ, ນັກຄົ້ນຄວ້າ ໃຫ້ມີບົດບາດໃນເວທີສາກົນ, ເອົາໃຈໃສ່ໃນການສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າ, ການລາຍງານປະຈຳໄລຍະຂອງຫົວຂໍ້ຄົ້ນຄວ້າດ້ານເຕັກນິກ ແລະ ງົບປະມານ ຕາມທີ່ໄດ້ລະບຸກຳນົດໄວ້ໃນບົດໂຄງການ ໂດຍອີງໃສ່ເງື່ອນໄຂມາດຖານ ແລະ ລະບຽບການຂອງກອງທຶນວາງອອກ, ໃຫ້ກອງທຶນ ແລະ ນັກວິທະຍາກອນ ເອົາໃຈໃສ່ຖ່າຍທອດບົດຮຽນເປັນຕົ້ນແມ່ນ ການຄຸ້ມຄອງໂຄງການ, ການຕິດຕາມກວດກາ ແລະ ປະເມີນຜົນໂຄງການ, ເພື່ອໃຫ້ບັນດາການຈັດຕັ້ງຮັບຜິດຊອບ ແລະ ຫົວໜ້າຫົວຂໍ້ຄົ້ນຄວ້ານໍາໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບວຽກງານຂອງຕົນຢ່າງມີປະສິດທິພາບປະສິດທິຜົນ, ເອົາໃຈໃສ່ສືບຕໍ່ປະສານງານ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຕໍ່ວຽກງານການພັດທະນາກອງທຶນ ຢ່າງຕໍ່ເນື່ອງເປັນປົກກະຕິ, ເປີດໂອກາດໃຫ້ນໍາສະເໜີແນວຄິດ ໃນການປັບປຸງພັດທະນາກອງທຶນ ເຊັ່ນ: ນິຕິກຳ, ລະບຽບການ, ແບບແຜນວິທີເຮັດວຽກ, ແລະ ກົນໄກການປະສານງານ.
ພາບ-ຂ່າວຈາກ: ກພວຕ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ