Skip to main content
01/12/2025 | ສຶກສາ

ສສກ ປະດັບຫຼຽນກາລະນຶກ 50 ປີ ໂອກາດວັນສະຖາປະນາ ສປປ ລາວ

ກະຊວງສຶກສາທິການ ແລະ ກິລາ (ສສກ) ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານທີ່ທ່ານໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສ້າງສາພັດທະນາປະເທດຊາດ ເວົ້າລວມພັດທະນາວຽກງານໃນຂະແໜງການສຶກສາຂອງລາວໃຫ້ນັບມື້ພັດທະນາຂຶ້ນເທື່ອລະກ້າວ. ພິທີປະດັບຫຼຽນກາລະນຶກດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 28 ພະຈິກ 2025 ທີ່ສະໂມສອນ ຊັ້ນ2 ມະຫາວິທະຍາໄລແຫ່ງຊາດ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຮອງລັດຖະມົນຕີ, ອະດີດການນໍາຂັ້ນສູງ, ຄະນະນຳ ມຊ, ວ່າການແທນຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມ, ລັດວິສາຫາກິດອຸປະກອນການສຶກສາ, ໂຮງພິມສຶກສາ, ຜູ້ອຳນວຍການວິທະຍາໄລ, ໂຮງຮຽນອ້ອມຂ້າງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນຜ່ານດຳລັດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ […]

01/12/2025 | Uncategorized, ສຶກສາ

ສສກ ປະກາດພະນັກງານອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ

ກະຊວງສຶກສາທິການ ແລະ ກິລາ (ສສກ) ປະກາດພະນັກງານອອກພັກການ-ຮັບອຸດໜູນບໍານານ ແລະ ຍົກຍ້າຍແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ ເພື່ອເຮັດໃຫ້ວຽກງານການສຶກສາເດີນແມ່ນແລ່ນສະດວກ, ມີຄຸນນະພາບ, ເໝາະສົມ ແລະ ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 28 ພະຈິກ 2025 ທີ່ສະໂມສອນ ຊັ້ນ 2 ມະຫາວິທະຍາໄລແຫ່ງຊາດ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຮອງລັດຖະມົນຕີ, ອະດີດການນໍາຂັ້ນສູງ, ຄະນະນຳ ມຊ, ວ່າການແທນຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມ, ລັດວິສາຫາກິດອຸປະກອນການສຶກສາ, ໂຮງພິມສຶກສາ, ຜູ້ອຳນວຍການວິທະຍາໄລ, ໂຮງຮຽນອ້ອມຂ້າງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດັ່ງກ່າວ, ທ່ານ ນາງ ກັນຍາ ແສງແກ້ວວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານຂັ້ນຫົວໜ້າກົມ ແລະ ຂໍ້ຕົກລົງວ່າດ້ວຍການຍ້ອງຍໍຂັ້ນລັດຖະມົນຕີ ສສກ ຈໍານານ 2 […]

30/11/2025 | ສຶກສາ

ເຊໂປນ ຈັດກິດຈະກຳຖາມ-ຕອບວິທະຍາສາດ ຕ້ອນຮັບ 2 ວັນປະຫວັດສາດ ດ້ວຍບັນຍາກາດຟົດຟື້ນ

ໃນວັນທີ 26 ພະຈິກ 2025 ຢູ່ສະໂມສອນເມືອງເຊໂປນ ໄດ້ຈັດກິດຈະກໍາຖາມ-ຕອບວິທະຍາສາດ ຕ້ອນຮັບ 2 ວັນປະສາດ ຄື: ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 – 2 ທັນວາ 2025) ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025) ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນລາວທັງຊາດ, ໂດຍການເຂົ້າຮ່ວມຂອງ ທ່ານ ພົງຄໍາຮັກ ບຸດທະວົງ ເລຂາຄະນະບໍລິຫານງານພັກເມືອງ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍບັນຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ. ໂອກາດນີ້, ທ່ານ ພົງຄຳຮັກ ບຸດທະວົງ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ […]

27/11/2025 | ສຶກສາ

ສຶກສາ ແລະ ກິລາ ນວ ແຂ່ງຂັນຖາມ-ຕອບວິທະຍາສາດ ຊັ້ນ ມ.ຕົ້ນ ຄັ້ງທຳອິດ ທົ່ວ ນວ ຕ້ອນຮັບວັນຊາດ ຄົບຮອບ 50 ປີ

ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີແຂ່ງຂັນຖາມ-ຕອບວິທະຍາສາດ ຊັ້ນມັດທະຍົມສຶກສາຕອນຕົ້ນ ທົ່ວນະຄອນຫຼວງວຽງຈັນ ປະຈຳປີ 2025 ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ ຄົບຮອບ 50 ປີ ເມື່ອວັນທີ 27 ພະຈິກ 2025 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 4 ຂອງວິທະຍາໄລເຕັກນິກ-ວິຊາຊີບມິດຕະພາບ ວຽງຈັນ-ຮ່າໂນ້ຍ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກກົມຄຸ້ມວິທະຍາສາດ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ, ຫ້ອງການສະພາວິທະຍາສາດ, ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຮອງຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ, ຫົວ  […]

27/11/2025 | ສຶກສາ

ເປີດປ້າຍໂຮງຮຽນລ້ຽງເດັກ-ອະນຸບານສຶກສາ ນິຣະດາ ເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ

ພິທີເປີດປ້າຍ ໂຮງຮຽນລ້ຽງເດັກ-ອະນຸບານສຶກສາ ນິຣະດາເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນໂຮງຮຽນຕົວແບບຄຸນນະພາບ ນວ ໄດ້ຈັດຂຶ້ນວັນທີ 27 ພະຈິກ 2025 ທີ່ໂຮງຮຽນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ມີຮອງຫົວໜ້າຫ້ອງວ່າການປົກຄອງເມືອງຈັນທະບູລີ, ທ່ານຫົວໜ້າຫ້ອງການສຶກສາເມືອງ, ຄະນະຜູ້ອຳນວຍການໂຮງຮຽນ, ແຂກຖືກເຊີນ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ນິລາພອນ ແກ້ວບຸນລ້ອມ ຜູ້ອຳນວຍການໂຮງຮຽນ ນິຣະດາ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນລ້ຽງເດັກ-ອະນຸບານສຶກສາ ນິຣະດາ ຕັ້ງຢູ່ຖະໜົນອາຊຽນ ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ເລີ່ມເປີດໂຮງຮຽນລ້ຽງເດັກ-ອະນຸບານໃນວັນທີ 1 ກັນຍາ 1996 ແລະ ໃນເວລານັ້ນມີວິຊາການເປັນຄົນເຢຍລະມັນມີຊື່ວ່າ ມາດາມ ເອມສລິສ ຄຣິສເຕີນ. ຮອດສົກຮຽນ 1999-2000 ມີຊັ້ນປະຖົມສົມບູນ ມາຮອດສົກຮຽນ 2006-2007 […]

27/11/2025 | ສຶກສາ

50 ປີ ວິທະຍາໄລສິລະປະແຫ່ງຊາດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ຄຽງຄູ່ກັບການພັດທະນາຫຼັກສູດໃຫ້ມີຄຸນນະພາບ

ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້. ທ່ານ ວິລະພັນ ຊາພູວົງ ເລຂາໜ່ວຍພັກ ຮາກຖານ, ຜູ້ອໍານວຍການວິທະຍາໄລສິລະປະແຫ່ງຊາດ (ວສຊ) ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ໄດ້ໃຫ້ທັດສະນະວ່າ: ວັນຊາດ 2 ທັນວາ ເປັນວັນທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນ ວັນທີ່ປະຊາຊົນລາວ ທັງຊາດຫວນຄືນ ແລະ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນ ຢ່າງພິລະອາດຫານຂອງບັນພະບູລຸດລາວຜູ້ອົງອາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການຫວນຄືນໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດລາວ ໂດຍພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ […]

27/11/2025 | ສຶກສາ

ໂຮງຮຽນ ວິຣະຖາວອນ ຮັບນາມມະຍົດ ເປັນໂຮງຮຽນຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ

ໂຮງຮຽນລ້ຽງເດັກ-ອະນຸບານສຶກສາ ວິຣະຖາວອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບການຢັ້ງຢືນ ເປັນໂຮງຮຽນຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 26 ພະຈິກ 2025 ທີ່ໂຮງຮຽນດັ່ງກ່າວ ໂດຍມີ ທ່ານ ພັນປະສົງ ໄຊຍະວົງສາ ຮອງປະທານຄະນະກຳມະການປົກຄອງເມືອງສີສັດຕະນາກ, ທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ແລະ ທ່ານ ນາງ ນີລາວັນ ວິຣະຖາວອນ ຜູ້ອຳນວຍການໂຮງຮຽນວິຣະຖາວອນ ພ້ອມດ້ວຍຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສີສັດຕະນາກ, ແຂກຖືກເຊີນ, ຄະນະອຳນວຍການໂຮງຮຽນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ. ໂອກາດນີ້ ທ່ານ ນາງ ນີລາວັນ ວິຣະຖາວອນ ລາຍງານໃຫ້ຮູ້ວ່າ: ໂຮງຮຽນລ້ຽງເດັກ-ອະນຸບານສຶກສາ ວິຣະຖາວອນ ຕັ້ງຢູ່ບ້ານຫາຍໂສກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເລີ່ມຈັດຕັ້ງການຮຽນ ການສອນ […]

27/11/2025 | ສຶກສາ

ສາລະວັນ ຄັດເລືອກບັນຈຸລັດຖະກອນຄູໃໝ່ ປະຈຳປີ 2025

ໃນວັນທີ 25 ພະຈິກ 2025 ນີ້, ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ຮ່ວມກັບຄະນະຮັບຜິດຊອບການຄັດເລືອກຮັບ ແລະ ບັນຈຸລັດຖະກອນໃໝ່ ຂັ້ນສູນກາງ ໄດ້ຈັດພິທີການຄັດເລືອກຮັບ ແລະ ບັນຈຸລັດຖະກອນໃໝ່ ປະຈຳປີ 2025 ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໂດຍການເປັນປະທານຮ່ວມຂອງ ທ່ານ ກິຄຳ ພິມບຸນຍໍ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຄໍາເຟືອງ ອິນທິສອນ ຮອງຫົວໜ້າພະແນກສືຶກສາທິການ ແລະ ກິລາແຂວງ, ມີຫົວໜ້າຂະແໜງການກ່ຽວຂ້ອງ ແລະ ລັດຖະກອນ ທີ່ຖືກບັນຈຸໃໝ່ເຂົ້າຮ່ວມ. ການຄັດເລືອກຮັບ ແລະ ບັນຈຸລັດຖະກອນໃໝ່ ປະຈຳປີ 2025 ຂອງພະແນກສຶກສາທິການ ແລະ ກິລາແຂວງສາລະວັນຄັ້ງນີ້ ແມ່ນປະຕິບັດຕາມຄຳແນະນຳຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 2048/ສສກ, ລົງວັນທີ 07 […]