50 ປີ ວິທະຍາໄລສິລະປະແຫ່ງຊາດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ຄຽງຄູ່ກັບການພັດທະນາຫຼັກສູດໃຫ້ມີຄຸນນະພາບ

ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້. ທ່ານ ວິລະພັນ ຊາພູວົງ ເລຂາໜ່ວຍພັກ ຮາກຖານ, ຜູ້ອໍານວຍການວິທະຍາໄລສິລະປະແຫ່ງຊາດ (ວສຊ) ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ໄດ້ໃຫ້ທັດສະນະວ່າ: ວັນຊາດ 2 ທັນວາ ເປັນວັນທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນ ວັນທີ່ປະຊາຊົນລາວ ທັງຊາດຫວນຄືນ ແລະ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນ ຢ່າງພິລະອາດຫານຂອງບັນພະບູລຸດລາວຜູ້ອົງອາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການຫວນຄືນໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດລາວ ໂດຍພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ຕະຫຼອດໄລຍະ 50 ປີ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະເທດຊາດເດີນຕາມເສັ້ນທາງສັງຄົມນິຍົມ ແລະ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ປະເທດຊາດຂອງພວກເຮົາໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໃນຫຼາຍດ້ານ, ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໃນການປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດ ໄດ້ຮັບການພັດທະນາເຕີບໂຕຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ຂົງເຂດການສຶກສາ-ສາທາລະນະສຸກ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການບັບປຸງ ແລະ ຍົກລະດັບໃຫ້ດີຂຶ້ນເປັນກ້າວໆ, ຂົງເຂດວັດທະນະທໍາໄດ້ຮັບການປົກປັກຮັກສາ ແລະ ສົ່ງເສີມວັດທະນະທໍາທີ່ເປັນມູນເຊື້ອເອກະລັກອັນດີງາມຂອງຊາດ, ຂອງປະຊາຊົນລາວບັນດາເຜົ່າ ສືບສານສິລະປະວັດທະນະທໍາອັນດີງາມຂອງຊາດໄວ້ໃຫ້ຍືນຍົງວັດທະນະທໍາລາວນັບມື້ນັບໄດ້ຮັບການພັດທະນາເປັນທີ່ຮັບຮູ້ ແລະ ຍ້ອງຍໍຊົມເຊີຍຈາກບັນດາປະເທດໃນພາກພື້ນ ແລະ ສາກົນ.
ທ່ານ ວິລະພັນ ຊາພູວົງ ໄດ້ກ່າວໃຫ້ຮູ້ຕື່ມວ່າ: ວສຊ ເອົາໃຈໃສ່ຊີ້ນໍາ-ນໍາພາ ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ ສະມາຊິກພັກ, ພະນັກງານ, ຄູ-ອາຈານ ດ້ວຍຫຼາຍຮູບແບບວິທີການ ແລະ ຖືເປັນວຽກງານສໍາຄັນຕົ້ນຕໍ ສອດຫ້ອຍ ເຂົ້າໃນທຸກຂົງເຂດໜ້າທີ່ວຽກງານ, ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກຍົກສູງຄວາມຮັບຜິດຊອບເອົາ ໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ. ຊຶ່ງໃນໄລຍະຜ່ານມາ ວສຊ ໄດ້ພັດທະນາຫຼັກສູດການຮຽນການສອນ ໃຫ້ທັນສະໄໝ ໄດ້ມີການປັບປຸງພື້ນຖານໂຄງລ່າງ, ຕຶກອາຄານຮຽນ ແລະ ສິ່ງອໍານວຍຄວາມສະດວກ. ໃນສົກຮຽນປີ 2022-2023 ໄດ້ຮັບການອະນຸມັດຕົກລົງ ຍົກຖານະຈາກໂຮງຮຽນສິລະປະແຫ່ງຊາດ ຂຶ້ນເປັນວິທະຍາໄລສິລະປະແຫ່ງຊາດ, ສົກຮຽນປີ 2023-2024 ໄດ້ນໍາພາປັບປຸງລະບົບການຮຽນການສອນຊັ້ນກາງໃຫ້ມີຄຸນນະພາບສູງຂຶ້ນ ແລະ ສ້າງຫຼັກສູດຊັ້ນສູງ (ອະນຸປະລິນຍາ); ປີ 2024 ໄດ້ຮັບອະນຸມັດຕົກລົງຮັບຮອງຈາກກະຊວງສຶກສາທິການ ແລະ ກິລາ ໃນການທົດລອງນໍາໃຊ້ຫຼັກສູດຝຶກອົບຮົມໄລຍະສັ້ນ ແລະ ເປີດນໍາໃຊ້ຫຼັກສູດລະດັບຊັ້ນຕົ້ນ ຫາ ຊັ້ນສູງ ຂອງ ວສຊ ແລະໃນຕົ້ນປີ 2025 ສາມາດເປີດການຮຽນການສອນ ໃນລະບົບຊັ້ນສູງ (ອະນຸປະລິນຍາ) ຂຶ້ນ. ຊຶ່ງເປັນລະບົບຮຽນຊັ້ນສູງຊຸດທໍາອິດຂອງ ວສຊ ແລະ ສືບຕໍ່ປັບປຸງຫຼັກສູດໄປພ້ອມໆກັນເພື່ອໃຫ້ມີຄຸນນະພາບສູງຂຶ້ນ.
ໄລຍະ 5 ປີຜ່ານມາ ວສຊ ໄດ້ສຸມໃສ່ພັດທະນາຕົນເອງຢ່າງຮອບດ້ານ ເພື່ອເຮັດໃຫ້ ວສຊ ກາຍເປັນສູນກາງແຫ່ງການກໍ່ສ້າງບຸກຄະລາກອນທາງດ້ານສິລະປະວັດທະນະທໍາ, ຜະລິດນັກສະແດງ, ນັກສິລະປິນອາຊີບ ເພື່ອຕອບຄວາມຮຽກຮ້ອງຕ້ອງການດ້ານນັກສິລະປິນ, ນັກສະແດງ, ນັກປະພັນ, ນັກປະດິດຄິດແຕ່ງຮັບໃຊ້ໃຫ້ແກ່ສັງຄົມທັງຢູ່ສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ. ສໍາລັບການຮຽນການສອນ ວສຊ ມີລະບົບການສອນແບບຄວບຄູ່, ລະຫວ່າງການຮຽນວິຊາຊີບ (ວິຊາສະເພາະ) ດ້ານສິລະປະການສະແດງ ແລະ ການຮຽນ ສາຍສາມັນສຶກສາ ຊຶ່ງຈັດຢູ່ໃນການສຶກສານອກໂຮງຮຽນ (ກສນ) ຂຶ້ນກັບກົມການສຶກສານອກໂຮງຮຽນຂອງກະຊວງສຶກສາທິການ ແລະ ກິລາ. ສ່ວນດ້ານວິຊາສະເພາະສິລະປະການສະແດງແມ່ນຂຶ້ນກັບກົມສິລະປະ-ວັດທະນະທໍາ, ສາມາດສ້າງນັກສຶກສາຈົບວິຊາສະເພາະລະດັບຊັ້ນກາງ ດ້ານສາຂາສິລະປະການສະແດງໄດ້ 154 ຄົນ, ຍິງ 101ຄົນ; ການຮຽນການສອນ ສາຍສາມັນນອກລະບົບ ມີນັກຮຽນຈົບຊັ້ນມັດທະຍົມຕົ້ນ (ມ.4) ທັງໝົດ 281 ຄົນ, ຍິງ 168 ຄົນ; ຈົບຊັ້ນມັດທະຍົມປາຍ (ມ.7) ມີ 282 ຄົນ, ຍິງ 166 ຄົນ. ໄດ້ປະກອບສ່ວນເຄື່ອນໄຫວກິດຈະກໍາດ້ານຕ່າງໆ, ພະນັກງານ, ຄູ-ອາຈານ ໄດ້ເປັນວິທະຍາກອນໃນເຜີຍເເຜ່ດ້ານວຽກງານສິລະປະການສະແດງ, ການຟ້ອນລໍາວົງລາວ, ການຫຼິ້ນດົນຕີພື້ນເມືອງໃຫ້ແກ່ບັນດາສະຖາບັນ ການສຶກສາ ແລະ ບັນດາກະຊວງອົງການ, ອັນພົ້ນເດັ່ນແມ່ນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ, ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ, ການສະແດງຮັບໃຊ້ໃນງານຕ່າງໆປິ່ນອ້ອມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ສປປ ລາວ ເປັນເຈົ້າພາບ ແລະ ການສະແດງໃນງານຕ່າງໆ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ.
ໂອກາດດັ່ງກ່າວ, ທ່ານ ວິລະພັນ ຊາພູວົງ ຕາງໜ້າໃຫ້ຄະນະພັກຄະນະອໍານວຍການ ວສຊ ໄດ້ສະແດງຄວາມຂອບໃຈຄວາມຮູ້ບຸນຄຸນເປັນຢ່າງສູງມາຍັງການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສບຳນານ, ການນໍາກະຊວງ ວທ ທີ່ໄດ້ນໍາພາ-ຊີ້ນໍາ ວສຊ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ, ອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສບຳນານ, ພະນັກງານ-ລັດຖະກອນ, ທະຫານ-ຫຼວດ ຕະຫຼອດຮອດທັງປະຊາຊົນລາວບັນດາເຜົ່າ, ຈົ່ງມີພະລານາໄມທີ່ເຂັ້ມແຂງ, ມີຄວາມສຸກຄວາມຈະເລີນໃນຊີວິດສ່ວນຕົວ ແລະ ຄອບຄົວ, ພ້ອມກັນເຮັດສໍາເລັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນະປະເທດຊາດໄວ້ໃຫ້ໝັ້ນຄົງ, ພ້ອມກັນສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຄົບຮອບ 105 ປີ ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ
ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ
ປະທານ ໄກສອນ ພົມວິຫານ, ຍືນຍົງໃນພາລະກິດປະຕິວັດລາວ ຕະຫຼອດໄປ
ໂດຍ: ຍຸພິນທອງ (ໜັງສືພິມປະຊາຊົນ)















