Skip to main content
27/11/2025 | ສຶກສາ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວເມືອງບໍ່ແຕນ ປະຈຳສົກຮຽນ 2024-2025

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວເມືອງບໍ່ແຕນ ແຂວງໄຊຍະບູລີ ປະຈຳສົກຮຽນ 2024-2025 ໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2025 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງ ທ່ານ ຂຸນທະວີ ບຸນທະວົງ ຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ອານຸສິດ ມະໂນສິນ ປະທານຄະນະກຳມະການປົກຄອງເມືອງ, ມີຄະນະພັດທະນາການສຶກສາຂັ້ນເມືອງ, ຂັ້ນບ້ານ, ຜູ້ບໍລິຫານການສຶກສາ ແລະ ກິລາ,ພະນັກງານ, ຄູ-ອາຈານວິຊາການທີກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງການຜ່ານມະຕິກອງປະຊຸມ ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ2024-2025, ມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງໄຊຍະບູລີ ປະຈຳສົກຮຽນ 2024-2025,ຮັບຟັງການການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ໃນທົ່ວເມືອງສົກຮຽນ 2024-2025 ແລະ ແຜນພັດທະນາການສຶກສາໃນສົກປີ 2025-2026, ລາຍງານການຈັດຕັ້ງປະຕິບັດວຽກງານກວດກາຮອບດ້ານສົກຮຽນ 2024-2025 ຍົກໃຫ້ເຫັນບັນດາຜົນງານການຈັດຕັ້ງປະຕິບັດວຽກງານການສຶກສາໃນທົ່ວເມືອງ, ດ້ານດີ, ດ້ານຄົງຄ້າງ ແລະ ວິທີທາງແກ້ໄຂໃນຕໍ່ໜ້າ, ພ້ອມທັງວາງທິດທາງວຽກງານຈຸດສຸມໃນຕໍ່ໜ້າເປັນຕົ້ນແມ່ນຜົນການຈັດຕັ້ງປະຕິບັດບັນດາ […]

27/11/2025 | ສຶກສາ

ຄູອາສາສະໝັກ ແຂວງອຸດົມໄຊ 72 ທ່ານ ໄດ້ເຂົ້າເປັນລັດຖະກອນຄູໃໝ່ ປີ 2025

ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງສຳພາດຄັດເລືອກຄູອາສາສະໝັກ ແລະ ບັນຈຸເປັນລັດຖະກອນຄູໃໝ່ ປະຈຳປີ 2025 ໃນຕອນເຊົ້າວັນທີ 26 ພະຈິກ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຕັດສິນຜົນການ ສຳພາດຄັດເລືອກລັດຖະກອນຄູໃໝ່ເພື່ອບັນຈຸເປັນລັດຖະກອນປີ 2025 ໂດຍການເປັນປະທານຂອງທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ, ມີຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຈັດຕັ້ງແຂວງ, ກວດກາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະຮັບຜິດຊອບ ແລະ ຂະແໜງທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການຄັດເລືອກບັນຈຸສັບຊ້ອນລັດຖະກອນໃນຄັ້ງນີ້ ຄະນະຮັບຜິດຊອບແມ່ນອີງຕາມແຈ້ງການແນະນຳ ແລະ ໄດ້ສົມທົບກັບຕຳຫຼວດ, ໝໍ ກວດນ້ຳປັດສະວະ, ກວດເອກະສານຄວາມຖືກຕ້ອງ ແລະ ສຳພາດຄູອາສາ ຊຶ່ງທົ່ວແຂວງອຸດົມໄຊ ມີຄູອາສາທັງໝົດ 72 ທ່ານ, ຍິງ […]

26/11/2025 | ສຶກສາ

ໜ່ວຍພັກຮາກຖານກົມແຜນການ ສສກ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ໜ່ວຍພັກຮາກຖານກົມແຜນການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃນວັນທີ 25 ພະຈິກ 2025 ທີ່ຫ້ອງປະຊຸມຊັ້ນ 4 ຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ (ເຂດຊຽງຍືນ) ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສີທອງ ສີຂາວ ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ໜູໄກ ລາດຊະວົງ ຄະນະໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າພະແນກກໍ່ສ້າງພັກ ແລະ ອົງການຈັດຕັ້ງມະຫາຊົນ ມີຄະນະພັກ, ຄະນະລົງຊຸກຍູ້-ຕິດຕາມ ຈາກກົມກວດກາ, ຕາງໜ້າຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ, ຄະນະວິຊາການຈາກກົມຈັດຕັ້ງ ແລະ ພະນັກງານ ແລະ ສະມາຊິກພັກຂອງໜ່ວຍພັກກົມແຜນການ ທຸກສະຫາຍ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ແມ່ນໄດ້ຮັບຟັງການຜ່ານຮ່າງບົດສະຫຼຸການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ […]

26/11/2025 | ສຶກສາ

ສກຂ ຜົ້ງສາລີ ເປີດບັ້ນການຄັດເລືອກຄູອາສາສະໝັກ ບັນຈຸລັດຖະກອນຄູ ປະຈໍາປີ 2025

ໃນຕອນເຊົ້າວັນທີ 25 ພະຈິກ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຜົ້ງສາລີ ໄດ້ເປີດບັ້ນການຄັດເລືອກຄູອາສາສະໝັກ ບັນຈຸລັດຖະກອນຄູ ປະຈໍາປີ 2025 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນຈັນ ໄມ່ຕ່ວນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ແສງອາລຸນ ແກ້ວໄຊ ຮອງຫົວໜ້າກົມກິດຈະການນັກສຶກສາ ແລະ ທ່ານ ບຸນພອນ ວິລະກຽດ ຮອງຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງ, ຄະນະຮັບຜິດຊອບ ແລະ ຄູອາສາເຂົ້າຮ່ວມລວມທັງໝົດ 77 ທ່ານ, ຍິງ 38 ທ່ານ. ການຄັດເລືອກຮັບເອົາຄູອາສາສະໝັກ ບັນຈຸລັດຖະກອນຄູ ປະຈໍາ 2025 ລວມມີ 62 ຄົນ, ຍິງ 31 ຄົນ ແລະ ຄັດເລືອກດ້ວຍວິທີການສໍາພາດ, ກວດກາເອກະສານ ກ່ຽວການສຶກສາໃນໄລຍະທີ່ຜ່ານມາຕາມແຕ່ລະຂັ້ນ ໂດຍອີງຕາມຄໍາສັ່ງແນະນໍາຂອງກະຊວງສຶກສາທິການ ແລະ […]

26/11/2025 | ສຶກສາ

ມອບທຶນການສຶກສາໃຫ້ນ້ອງນັກຮຽນ-ນັກສຶກສາ 5 ສະຖານອາຊີວະສຶກສາ ຢູ່ ສປປ ລາວ

ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ບໍລິສັດ ຣາຊ-ກຣຸບ ຈຳກັດ ມະຫາຊົນ ປະເທດໄທ (RATCH Group), ພາຍໃຕ້ໂຄງການ ການສຶກສາສຳລັບເສີມສ້າງຄວາມຊຳນານເພື່ອປະກອບອາຊີບ ໄລຍະ 3 ໄດ້ຈັດພິທີມອບທຶນການສຶກສາໃຫ້ກັບນ້ອງນັກຮຽນ-ນັກສຶກສາ ຈາກ 5 ສະຖານອາຊີວະສຶກສາຂອງໂຄງການ ຂຶ້ນໃນຕອນບ່າຍຂອງວັນທີ 24 ພະຈິກ 2025 ໃຫ້ກຽດເປັນປະທານ ແລະ ມອບໂດຍທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນະວະພົນ ດິດສະຖຽນ ຜູ້ຊ່ວຍກຳມະການຜູ້ຈັດການໃຫຍ່ບໍລິຫານອົງກອນ ບໍລິສັດ ຣາຊ-ກຸບ ຈຳກັດ ມະຫາຊົນ, ມີຮອງຫົວໜ້າກົມ, ຜູ້ອຳນວຍການ/ຮອງຄະນະອຳນວຍການ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ, ຜູ້ປະສານງານໂຄງການຈາກ 8 ສະຖານອາຊີວະສຶກສາພາຍໃຕ້ຂອງໂຄງການ, ຜູ້ຕາງໜ້າ/ຜູ້ປະສານງານຈາກ ບໍລິສັດ ຮາຊ-ກຸບ ຈຳກັດ ມະຫາຊົນ (ປະຈໍາ ສ […]

26/11/2025 | ສຶກສາ

ວິທະຍາໄລເຕັກນິກປາກປ່າສັກ ລົງນາມຮ່ວມມືດ້ານວິຊາການ ກັບ 3 ບໍລິສັດ ສ້າງມາດຕະຖານວິຊາຊີບ

ພິທີລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 25 ພະຈິກ 2025 ທີ່ວິທະຍາໄລເຕັກນິກປາກປ່າສັກ ລະຫວ່າງ ທ່ານ ໂພໄຊ ບູລົມ ຜູ້ອຳນວຍການວິທະຍາເຕັກນິກປາກປ່າສັກ ແລະ ທ່ານ ເຂັມພອນ ຈັນທະວອນ ຜູ້ອໍານວຍການ ບໍລິສັດ ເຂັມພອນ ເຄື່ອງເຢັນສ່ວນບຸກຄົນ, ທ່ານ ບົວລຽນ ແກ່ນປະເສີດ ຜູ້ອຳນວຍການ ບົວລຽນວິສະວະກຳໄຟຟ້າ ຈຳກັດ, ທ່ານ Wang QIFENG ຮອງປະທານບໍລິສັດ ລາວຊິນ ວິສະວະກໍາໄຟຟ້າ ຈໍາກັດຜູ້ດຽວ, ມີທ່ານ ນາງ Anja Reder ຫົວໜ້າໂຄງການ ການສຶກສາວິຊາຊີບ ສປປ ລາວ (VELA) ແລະ ທ່ານ ສຸກສະໜອນ ບຸນຈະເລີນ ຮອງຫົວໜ້າສູນຝຶກອົບຮົມໄຟຟ້າລາວ ພ້ອມດ້ວຍຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ. ໂອກາດນີ້, ທ່ານ ໂພໄຊ ບູລົມ […]

25/11/2025 | ສຶກສາ

ກົມຄຸ້ມຄອງວິທະຍາສາດ ສສກ ໄດ້ຮັບເຄື່ອງອຸປະກອນກວດຈັບກຳມັນຕະພາບລັງສີ ຈາກ ສ.ອາເມຣິກາ

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບເຄື່ອງອຸປະກອນກວດຈັບກຳມັນຕະພາບລັງສີ ທີ່ໄດ້ຮັບການຊ່ວຍເຫືຼອຈາກ ສ.ອາເມຣິກາ ເພື່ອຮັບປະກັນການນໍາໃຊ້ແຫຼ່ງກຳເນີດລັງສີ ໄປໃນທາງສັນຕິ, ສະຫງົບ, ປອດໄພ ໃນການຄຸ້ມຄອງບັນດາຜູ້ ດໍາເນີນກິດຈະການ ທີ່ນໍາໃຊ້ແຫຼ່ງກຳເນີດລັງສີໃນຂອບເຂດທົ່ວປະເທດ ແລະ ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດທາງດ້ານວິຊາການໃຫ້ແກ່ ຂະແໜງການທີ່ກ່ຽວຂ້ອງ. ພິທີ ມອບ-ຮັບອຸປະກອນດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 24 ພະຈິກ 2025 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍໃຫ້ກຽດມອບຂອງທ່ານ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ສສກ, ແຂກຖືກເຊີນ, ຕາງໜ້າຈາກກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, […]

24/11/2025 | ສຶກສາ

ໜ່ວຍພັກຮາກຖານ ກົມການສຶກສາກ່ອນໄວຮຽນ ເລື່ອນສະມາຊິກສຳຮອງ ເປັນສະມາຊິກສົມບູນ

ໜ່ວຍພັກຮາກຖານ ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດຕັ້ງພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສົມບູນ 1 ສະຫາຍ ເມື່ອວັນທີ 21 ພະຈິກ 2025 ທີ່ຫ້ອງປະຊຸມຊັ້ນ 4 ຕຶກໄອຊີທິ ກະຊວງສຶກສາທິການ ແລະ ກິລາ (ເຂດຊຽງຍືນ) ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ຮສ.ປອ ຫຼ້າວັນ ວົງຄຳສານ ຄະນະປະຈຳພັກ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ນາງ ຈອມແພງ ວົງສາ ຄະນະພັກ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມການສຶກສາກ່ອນໄວຮຽນ, ມີສະຫາຍ ໜູໄກ ລາດຊະວົງ ຄະນະໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ທັງເປັນຫົວໜ້າພະແນກກໍ່ສ້າງພັກ ແລະ ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຕາງໜ້າໜ່ວຍພັກກົມ, ສະຖາບັນອ້ອມຂ້າງກະຊວງ, ບັນດາສະມາຊິກສຳຮອງ ແລະ ສົມບູນ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, […]