Skip to main content

ໜ່ວຍພັກຮາກຖານ ກົມການສຶກສາກ່ອນໄວຮຽນ ເລື່ອນສະມາຊິກສຳຮອງ ເປັນສະມາຊິກສົມບູນ

24/11/2025

ໜ່ວຍພັກຮາກຖານ ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດຕັ້ງພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສົມບູນ 1 ສະຫາຍ ເມື່ອວັນທີ 21 ພະຈິກ 2025 ທີ່ຫ້ອງປະຊຸມຊັ້ນ 4 ຕຶກໄອຊີທິ ກະຊວງສຶກສາທິການ ແລະ ກິລາ (ເຂດຊຽງຍືນ) ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ຮສ.ປອ ຫຼ້າວັນ ວົງຄຳສານ ຄະນະປະຈຳພັກ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ນາງ ຈອມແພງ ວົງສາ ຄະນະພັກ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມການສຶກສາກ່ອນໄວຮຽນ, ມີສະຫາຍ ໜູໄກ ລາດຊະວົງ ຄະນະໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ທັງເປັນຫົວໜ້າພະແນກກໍ່ສ້າງພັກ ແລະ ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຕາງໜ້າໜ່ວຍພັກກົມ, ສະຖາບັນອ້ອມຂ້າງກະຊວງ, ບັນດາສະມາຊິກສຳຮອງ ແລະ ສົມບູນ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ສະຫາຍ ໜູໄກ ລາດສະວົງ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມາຊິກສຳຮອງ ຂຶ້ນເປັນສະມາຊິກສົມບູນ ໂດຍອີງຕາມກົດລະບຽບຂອງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ Xl ໝວດທີ l, ມາດຕາ 2, ຂໍ້ ຄ ວ່າດ້ວຍການພິຈາລະນາເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ, ອີງຕາມການເຫັນດີເປັນເອກະພາບຂອງຄະນະປະຈຳພັກກະຊວງ ສສກ ແລະ ອີງຕາມການຄົ້ນຄວ້ານຳສະເໜີຂອງໜ່ວຍພັກຮາກຖານກົມການສຶກສາກ່ອນໄວຮຽນ, ກົມຈັດຕັ້ງ ແລະ ພະນັກງານ ຄະນະປະຈຳພັກກະຊວງ ສສກ ເຫັນດີຕົກລົງ ເລື່ອນສະມາຊິກພັກສຳຮອງ ຂອງສະຫາຍ ນາງ ພູວັນ ນໍລິນທາ ເປັນສະມາຊິກພັກສົມບູນ ຢ່າງເປັນທາງການ ໂດຍມອບໃຫ້ໜ່ວຍພັກຮາກຖານກົມການສຶກສາກ່ອນໄວຮຽນ ຈັດຕັ້ງພິທີຮັບເອົາຜູ້ກ່ຽວເປັນສະມາຊິກພັກສົມບູນ ຕາມທີ່ກຳນົດໄວ້ໃນກົດລະບຽບພັກ.

ໂອກາດດຽວກັນ, ສະຫາຍ ຫຼ້າວັນ ວົງຄຳສານ ກໍໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກໃໝ່ ໂດຍເນັ້ນໜັກໃຫ້ສະມາຊິກພັກສົມບູນ ສືບຕໍ່ເອົາໃຈໃສ່ກຳແໜ້ນແນວທາງ, ມະຕິ ຄຳສັ່ງ ທາດແທ້, ຄຸນສົມບັດ, ສິນທຳປະຕິວັດຂອງພັກເຮົາຢ່າງລະອຽດ, ເປັນແບບຢ່າງໃຫ້ມະຫາຊົນ ແລະ ມີຄວາມສາມັກຄີປອງດອງກັບໝູ່ຄະນະຢ່າງແໜ້ນແຟ້ນ.

ພາບ-ຂ່າວໂດຍ: ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ