Skip to main content
30/10/2024 | ສຶກສາ

ສສກ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ປະຈຳສົກປີ 2023-2024 ແລະ ແຜນວຽກຈຸດສຸມ ປີ 2025

ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ປະຈຳສົກປີ 2023-2024 ແລະ ແຜນວຽກຈຸດສຸມ ປະຈໍາປີ 2025 ໃນລະຫວ່າງວັນທີ 29 ຫາ 31 ຕຸລາ 2024 ທີ່ຫ້ອງປະຊຸມສະໂມສອນໄຟຟ້ານໍ້າງື່ມ 1 (ທ່າລາດ) ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານໃນພິທີເປີດຂອງທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ ພ້ອມດ້ວຍຄະນະ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສູນ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນກະຊວງສຶກສາທິການ ແລະ ກິລາ, ໂຮງຮຽນອະນຸບານສຶກສາ, ສາທາ ແລະ ໂຮງຮຽນພາກເອກະຊົນ, ຫົວໜ້າ-ຮອງຫົວໜ້າຂະແໜງການສຶກສາກ່ອນໄວຮຽນ ຈາກນະຄອນຫຼວງວຽງຈັນ ແລະ 17 ແຂວງທົ່ວປະເທດເຂົ້າຮ່ວມ. […]

27/10/2024 | ສຶກສາ

ໄຈກາ ມອບປຶ້ມແບບຮຽນ-ຄູ່ມືຄູ ວິຊາຄະນິດສາດ ຊັ້ນປະຖົມສຶກສາ ຊ່ວຍໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ

ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ມອບປຶ້ມແບບຮຽນ ແລະ ຄູ່ມືຄູ ວິຊາຄະນິດສາດ ຊັ້ນປະຖົມສຶກສາໃຫ້ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອຊ່ວຍເຫຼືອໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ລວມທັງໝົດ 1.960 ຫົວ ລວມງົບປະມານທັງໝົດ 91.002.800 ກີບ. ​          ພິທີມອບ-ຮັບປຶ້ມແບບຮຽນ ແລະ ຄູ່ມືຄູ ວິຊາຄະນິດສາດ ຊັ້ນປະຖົມສຶກສາດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 23 ຕຸລາ 2024 ທີ່ບໍລິສັດ ລັດວິສາຫະກິດໂຮງພິມສຶກສາ ນະຄອນຫຼວງວຽງຈັນ ໃຫ້ກຽດຕາງໜ້າມອບໂດຍທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ແລະ ຕາງໜ້າຮັບໂດຍທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຄໍາບອນ ບຸນນະລາດ ຜູ້ອໍານວຍການ […]

27/10/2024 | ສຶກສາ

ສະຖາບັນ ຣັຕນະ ບໍລິຫານທຸລະກິດ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ພ້ອມຍ້ອງຍໍຄູອາຈານທີ່ມີຜົນງານດີເດັ່ນ

ສະຖາບັນ ຣັຕນະ ບໍລິຫານທຸລະກິດ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994-7 ຕຸລາ 2024) ຢ່າງຄຶກຄືນ ໃນວັນທີ 25 ຕຸລາ 2024 ທີ່ສະໂມສອນໃຫຍ່ຂອງສະຖາບັນດັ່ງກ່າວ ໃນນະຄອນຫຼວງວຽງຈັນ, ພ້ອມທັງມອບໃບຍ້ອງຍໍໃຫ້ບັນດາຄູອາຈານທີ່ສ້າງຜົນງານພົ້ນເດັ່ນໃນການສິດສອນນັກຮຽນຕະຫຼອດໄລຍະຫຼາຍປີ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ສໍາລານ ພັນຄະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ສົມເພັດ ຣັຕນະສິມ ປະທານສະຖາບັນ ຣັຕນະ ບໍລິການທຸລະກິດ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມທີ່ກ່ຽວຂ້ອງຈາກກະຊວງສຶກສາທິການ ແລະ ກິລາ, ຄະນະອໍານວຍການສະຖາບັນ, ຄູອາຈານ ແລະ ນ້ອງໆນັກຮຽນເກືອບ 500 ກວ່າຄົນ. ໂອກາດດັ່ງກ່າວ, ທ່ານ ປອ ສໍາລານ ພັນຄະວົງ ໄດ້ກ່າວໃນພິທີວ່າ: ວັນຄູແຫ່ງຊາດ (7 ຕຸລາ) […]

24/10/2024 | ສຶກສາ

ລາວ ເປັນເຈົ້າພາບແຂ່ງຂັນວິທະຍາສາດຂໍ້ມູນອາຊຽນ ລະດັບພາກພື້ນ 2024 ຂະນະທີ່ ນັກສຶກສາ ສສ ຫວຽດນາມ ຄອງຊະນະເລີດ  

ມະຫາວິທະຍາໄລແຫ່ງຊາດ (ມຊ) ສປປ ລາວ ຮ່ວມກັບມູນນິທິອາຊຽນ (ASEAN Foundation) ແລະ ບໍລິສັດ ຜະລິດໂປຣແກມບໍລິຫານທຸລະກິດ SAP ໄດ້ຈັດງານແຂ່ງຂັນວິທະຍາສາດຂໍ້ມູນອາຊຽນ ຮອບຊີງຊະນະເລີດລະດັບພາກພື້ນ ປີ 2024 ພາຍໃຕ້ຫົວຂໍ້: ການພັດທະນາທີ່ຍືນຍົງ ໃນວັນທີ 22 ຕຸລາ 2024 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ, ທ່ານ ປິຕິ  ສິຣິແສນງາມ ຜູ້ອໍານວຍການມູນນິທິອາຊຽນ, ທ່ານ ນາງ ຮົງເຫວີຍ ລູ ຜູ້ອໍານວຍການພາກພື້ນ ຮັບຜິດຊອບວຽກງານຊ່ວຍສັງຄົມຂອງວິສາຫະກິດໃນຂົງເຂດອາຊີຕາເວັນອອກ, ປາຊີຟິກ, ສປ ຈີນ, ພ້ອມດ້ວຍເອກອັກຄະຣາຊະທູດ/ຜູ້ຕາງໜ້າຈາກສະຖານທູດຂອງບັນດາປະເທດສະມາຊິກອາຊຽນ ປະຈໍາ ສປປ […]

24/10/2024 | ສຶກສາ

ອົດສະຕຣາລີ ມອບອຸປະກອນການຮຽນທີ່ຈຳເປັນ ຊ່ວຍໂຮງຮຽນປະຖົມສຶກສາທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ

ໃນໄລຍະເດືອນກັນຍາທີ່ຜ່ານມາ, ມີຝົນຕົກໜັກ ແລະ ນໍ້າຖ້ວມກະທັນຫັນຈາກພາຍຸໄຕ້ຝຸ່ນ ຢາງິ ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງໃນແຂວງຫຼວງນໍ້າທາ ລວມທັງໂຮງຮຽນຊັ້ນປະຖົມສຶກສາ. ນ້ຳ​ຖ້ວມ​ໄດ້​ທຳລາຍ​ອາຄານ​ ແລະ ​ສື່​ການ​ຮຽນການສອນ​ທີ່​ສຳຄັນ ​ເປັນຕົ້ນແມ່ນ ​ປຶ້ມ​ແບບຮຽນ​ ແລະ ​ຄູ່ມື​ຄູໄດ້​ຮັບຄວາມເສຍຫາຍໝົດ. ລັດຖະບານອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫຼືອຢ່າງທັນການຕໍ່ກັບຄວາມຮຽກຮ້ອງຂອງກະຊວງສຶກສາທິການ ແລະ ກິລາ ສປປ ລາວ ເພື່ອສະໜັບສະໜູນຄວາມພະຍາຍາມໃນການຟື້ນຟູ ແລະ ທົດແທນບັນດາປຶ້ມແບບຮຽນຊັ້ນປະຖົມສຶກສາ ແລະ ຄູ່ມືຄູທີ່ສູນເສຍໄປ. ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 16 ຕຸລາ 2024 ທີ່ໂຮງພິມກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດຕາງໜ້າມອບຂອງທ່ານ ນາງ ເບັນນິຕ້າ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົດສະຕຣາລີຄົນໃໝ່ ແລະ ກ່າວຮັບໂດຍທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຄະນະນຳ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ປອ ສຳລານ ພັນຄະວົງ ໄດ້ກ່າວວ່າ: […]

17/10/2024 | ສຶກສາ

ສຳນັກພິມ ສສກ-ສສ ຫວຽດນາມ ແລກປ່ຽນບົດຮຽນການອອກແບບ ບັນນາທິການ ແລະ ການພັດທະນາປຶ້ມຕ່າງໆ

ສຳນັກພິມສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ສຳນັກພິມສຶກສາ ສສ ຫວຽດນາມ ໄດ້ຈັດກອງປະຊຸມຝຶກອົບຮົມ ແລກປ່ຽນບົດຮຽນກ່ຽວກັບການອອກແບບ, ບັນນາທິການ ແລະ ການພັດທະນາປຶ້ມຕ່າງໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໃນດ້ານວິຊາການຕ່າງໆ. ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 16 ຕຸລາ 2024 ທີ່ຫ້ອງປະຊຸມ ລັດວິສາຫະກິດໂຮງພິມສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຂອງທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ບົວຄຳ  ດາວສະຫວັນ ຜູ້ອຳນວຍການສຳນັກພິມສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແດັງແທງຮາຍ ຮອງບັນນາທິການສໍານັກພິມສຶກສາ ສສ ຫວຽດນາມ, ພ້ອມດ້ວຍຄະນະ, ພະນັກງານ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. […]

17/10/2024 | ສຶກສາ

ສະພາການສຶກສາຊັ້ນສູງແຫ່ງຊາດ ເປີດກອງປະຊຸມສະໄໝສາມັນເທື່ອທີ 1 ຊຸດທີ II ພິຈາລະນາ ຮັບຮອງຕຳແໜ່ງວິຊາການຄູຂັ້ນ ສຈ ແລະ ຮສ

ສະພາການສຶກສາຊັ້ນສູງແຫ່ງຊາດ ໄດ້ຈັດກອງປະຊຸມສະໄໝສາມັນເທື່ອທີ 1 ຊຸດທີ II ເພື່ອເປັນການປຶກສາຫາລື ພິຈາລະນາ ແລະ ຮັບຮອງຕຳແໜ່ງວິຊາການຄູຂັ້ນສາດສະດາຈານ (ສຈ) ແລະ ຮອງສາດສະດາຈານ (ຮສ) ຂອງສະຖານການສຶກສາຊັ້ນສູງ ພ້ອມທັງຄົ້ນຄວ້າກ່ຽວກັບວຽກງານພົ້ນເດັ່ນໃນປັດຈຸບັນ ແລະ ແຜນຕໍ່ໜ້າ ແນໃສ່ເຮັດໃຫ້ວຽກງານເປັນໄປຕາມແຜນການ ແລະ ໄດ້ຮັບໝາກຜົນທີ່ດີຂຶ້ນ. ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 15 ຕຸລາ 2024 ທີ່ຫ້ອງປະຊຸມສູນຝຶກອົບຮົມແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະພາການສຶກສາຊັ້ນສູງແຫ່ງຊາດ, ມີທ່ານ ປອ ​ສຸລິອຸດົງ ສຸນດາຣາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານສະພາການສຶກສາຊັ້ນສູງແຫ່ງຊາດ, ທ່ານ ຮສ.ປອ ກອງສີ ແສງມະນີ ອະດີດຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄະນະກຳມະການສະພາການສຶກສາຊັ້ນສູງແຫ່ງຊາດ, ແຂກຖືກເຊີນ […]

17/10/2024 | ສຶກສາ

ສສກ-UNFPA ສະຫຼອງວັນເດັກຍິງສາກົນ ປີ 2024 ແລະ ວັນຄົບຮອບ 18 ປີ ແຜນງານນາງ ນ້ອຍ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ຮ່ວມມືກັບບັນດາຄູ່ຮ່ວມງານທັງພາຍໃນ ແລະ ຕ່າງປະເທດ ລວມທັງອົງການແພລນສາກົນ, ອົງການ PSI, ອົງການຊ່ວຍເຫຼືອເດັກ, ອົງການ ແຄຣ, ອົງການລູມທູລີດ, ສະມາຄົມພັດທະນາບົດບາດຍິງຊາຍ, ສະມາຄົມສົ່ງເສີມສຸຂະພາບຄອບຄົວ ແລະ ໂຮງແຮມຄຣາວພລາຊາ ​ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ເດັກ​ຍິງ​ສາກົນ ​ແລະ ວັນຄົບຮອບ 18 ປີ ແຜນງານນາງ ນ້ອຍ ພາຍ​ໃຕ້​ຫົວ​ຂໍ້: ວິ​ໄສ​ທັດ​ຂອງ​ເດັກ​ຍິງ​ເພື່ອ​ອະນາຄົດ. ງານສະ​ເຫຼີ​ມສະຫຼອງດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 15 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ກິ່​ງ​ມະໂນ ພົມ​ມະຫາ​ໄຊ ຮອງລັດຖະມົນຕີ ກະຊວງ​ສຶກສາ​ທິ​ການ ແລະ ກິລາ ແລະ ເປັນປະທານຮ່ວມໂດຍທ່ານ ດຣ ບາກຕິຢໍ ກາດີເຣີບ ຜູ້ຕາງໜ້າ UNFPA ປະຈຳ ສປປ ລາວ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, […]