ໄຈກາ ມອບປຶ້ມແບບຮຽນ-ຄູ່ມືຄູ ວິຊາຄະນິດສາດ ຊັ້ນປະຖົມສຶກສາ ຊ່ວຍໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ

ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ມອບປຶ້ມແບບຮຽນ ແລະ ຄູ່ມືຄູ ວິຊາຄະນິດສາດ ຊັ້ນປະຖົມສຶກສາໃຫ້ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອຊ່ວຍເຫຼືອໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ລວມທັງໝົດ 1.960 ຫົວ ລວມງົບປະມານທັງໝົດ 91.002.800 ກີບ.
ພິທີມອບ-ຮັບປຶ້ມແບບຮຽນ ແລະ ຄູ່ມືຄູ ວິຊາຄະນິດສາດ ຊັ້ນປະຖົມສຶກສາດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 23 ຕຸລາ 2024 ທີ່ບໍລິສັດ ລັດວິສາຫະກິດໂຮງພິມສຶກສາ ນະຄອນຫຼວງວຽງຈັນ ໃຫ້ກຽດຕາງໜ້າມອບໂດຍທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ແລະ ຕາງໜ້າຮັບໂດຍທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຄໍາບອນ ບຸນນະລາດ ຜູ້ອໍານວຍການ ບໍລິສັດລັດວິສາຫະກິດໂຮງພິມສຶກສາ, ພ້ອມດ້ວຍຄະນະນໍາຈາກກະຊວງສຶກສາທິການ ແລະ ກິລາ, ພະນັກງານຈາກອົງການໄຈກາ, ບໍລິສັດ ລັດວິສາຫະກິດໂຮງພິມສຶກສາ ແລະ ພະນັກງານວິຊາການຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ສໍາລັບການມອບອຸປະກອນການຮຽນການສອນ ຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ໃນຄັ້ງນີ້ ປະກອບມີ ປຶ້ມແບບຮຽນ ແລະ ຄູ່ມືຄູ ວິຊາຄະນິດສາດ ຊັ້ນປະຖົມສຶກສາ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການຈັດພິມປຶ້ມ ເພື່ອຊ່ວຍເຫຼືອໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນວັນທີ 9 ກັນຍາ 2024 ທີ່ຜ່ານມາ ລວມທັງໝົດ 1.960 ຫົວ ໃນນີ້ ມີປື້ມແບບຮຽນ ຈໍານວນ 1.760 ຫົວ ແລະ ຄູ່ມືຄູ ຈໍານວນ 200 ຫົວ ລວມງົບປະມານທັງໝົດ 91.002.800 ກີບ.
ໂດຍ ບຸນທະວີ
ຂ່າວທີ່ກ່ຽວຂ້ອງ