ສະພາການສຶກສາຊັ້ນສູງແຫ່ງຊາດ ເປີດກອງປະຊຸມສະໄໝສາມັນເທື່ອທີ 1 ຊຸດທີ II ພິຈາລະນາ ຮັບຮອງຕຳແໜ່ງວິຊາການຄູຂັ້ນ ສຈ ແລະ ຮສ

ສະພາການສຶກສາຊັ້ນສູງແຫ່ງຊາດ ໄດ້ຈັດກອງປະຊຸມສະໄໝສາມັນເທື່ອທີ 1 ຊຸດທີ II ເພື່ອເປັນການປຶກສາຫາລື ພິຈາລະນາ ແລະ ຮັບຮອງຕຳແໜ່ງວິຊາການຄູຂັ້ນສາດສະດາຈານ (ສຈ) ແລະ ຮອງສາດສະດາຈານ (ຮສ) ຂອງສະຖານການສຶກສາຊັ້ນສູງ ພ້ອມທັງຄົ້ນຄວ້າກ່ຽວກັບວຽກງານພົ້ນເດັ່ນໃນປັດຈຸບັນ ແລະ ແຜນຕໍ່ໜ້າ ແນໃສ່ເຮັດໃຫ້ວຽກງານເປັນໄປຕາມແຜນການ ແລະ ໄດ້ຮັບໝາກຜົນທີ່ດີຂຶ້ນ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 15 ຕຸລາ 2024 ທີ່ຫ້ອງປະຊຸມສູນຝຶກອົບຮົມແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະພາການສຶກສາຊັ້ນສູງແຫ່ງຊາດ, ມີທ່ານ ປອ ສຸລິອຸດົງ ສຸນດາຣາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານສະພາການສຶກສາຊັ້ນສູງແຫ່ງຊາດ, ທ່ານ ຮສ.ປອ ກອງສີ ແສງມະນີ ອະດີດຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄະນະກຳມະການສະພາການສຶກສາຊັ້ນສູງແຫ່ງຊາດ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ແມ່ນເປັນກອງປະຊຸມສະໄໝສາມັນເທື່ອທີ 1 ຊຸດທີ II ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ປະຈຳປີ 2024 ເພື່ອປຶກສາຫາລື ພິຈາລະນາຮັບຮອງຕຳແໜ່ງວິການຄູ ຂັ້ນສາສະດາຈານ 2 ທ່ານ ແລະ ຮອງສາສະດາຈານ ຈຳນວນ 15 ທ່ານ ຈາກມະຫາວິທະຍາໄລແຫ່ງຊາດ, ພິຈາລະນາການຍົກວິທະຍາໄລເປັນສະຖາບັນການສຶກສາຊັ້ນສູງ 1 ແຫ່ງ ແລະ ຍົກສະຖາບັນຂັ້ນທົດລອງ 2 ແຫ່ງຂຶ້ນເປັນສະຖາບັນສົມບູນ ຈຳນວນ 2 ແຫ່ງ, ພິຈາລະນາກ່ຽວກັບແນວຄວາມຄິດໃນການປັບປຸງດຳລັດ ວ່າດ້ວຍຕຳແໜ່ງວິຊາການຄູຢູ່ສະຖານການສຶກສາຊັ້ນສູງ, ສະເໜີບາງມາດຕາຂອງຮ່າງຂໍ້ຕົກລົງ ວ່າດ້ວຍການນຳໃຊ້ຊື່ວຸດທິການສຶກສາຊັ້ນສູງ (ສ້າງໃໝ່) ແລະ ໂອກາດ ແລະ ສິ່ງທ່າທາຍຂອງການສຶກສາຊັ້ນສູງໃນປະເທດເຮົາໃນໄລຍະປັດຈຸບັນ, ພ້ອມທັງສະຫຼຸບລາຍງານສະພາບລວມທີ່ພົ້ນເດັ່ນຂອງວຽກງານພັດທະນາການສຶກສາຊັ້ນສູງໃນປັດຈຸບັນ, ດ້ານດີ, ດ້ານອ່ອນ, ສິ່ງທ້າທາຍ ແລະ ທິດທາງແກ້ໄຂປັບປຸງໃນຕໍ່ໜ້າ ແລະ ແຜນດຳເນີນການຕໍ່ໜ້າຂອງວຽກງານດັ່ງກ່າວໃຫ້ນັບມື້ພັດທະນາ ແລະ ກ້າວໜ້າຂຶ້ນເລື້ອຍໆ.
ສຳລັບກອງປະຊຸມໃນຄັ້ງນີ້, ແມ່ນໄດ້ຜ່ານຜົນງານຂອງຜູ້ຂໍຕຳແໜ່ງວິຊາການຄູສອນຂັ້ນສາດສະດາຈານ, ຜ່ານຜົນງານຂອງຜູ້ຂໍຕຳແໜ່ງວິຊາການຄູສອນຂັ້ນຮອງສາດສະດາຈານ ໂດຍມີການຢາຍບັດຢັ້ງຢືນການລົງຄະແນນສຽງຂອງຄະນະກຳມະການສະພາການສຶກສາຊັ້ນສູງແຫ່ງຊາດ ເພື່ອພິຈານລະນາຮັບຕຳແໜ່ງຕາມທີ່ກ່າວມາ. ພ້ອມກັນນີ້, ບັນດາຄະນະກຳມະການ ແລະ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ແນໃສ່ໃຫ້ໄດ້ເນື້ອໃນທີ່ຄົບຖ້ວນສົມບູນ ແລະ ຖືກຕ້ອງກັບສະພາບວຽກງານຕົວຈິງ.
ໂດຍ ບຸນທະວີ















