ສສກ-UNFPA ສະຫຼອງວັນເດັກຍິງສາກົນ ປີ 2024 ແລະ ວັນຄົບຮອບ 18 ປີ ແຜນງານນາງ ນ້ອຍ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ຮ່ວມມືກັບບັນດາຄູ່ຮ່ວມງານທັງພາຍໃນ ແລະ ຕ່າງປະເທດ ລວມທັງອົງການແພລນສາກົນ, ອົງການ PSI, ອົງການຊ່ວຍເຫຼືອເດັກ, ອົງການ ແຄຣ, ອົງການລູມທູລີດ, ສະມາຄົມພັດທະນາບົດບາດຍິງຊາຍ, ສະມາຄົມສົ່ງເສີມສຸຂະພາບຄອບຄົວ ແລະ ໂຮງແຮມຄຣາວພລາຊາ ໄດ້ເຕົ້າໂຮມກັນເພື່ອສະເຫຼີມສະຫຼອງວັນເດັກຍິງສາກົນ ແລະ ວັນຄົບຮອບ 18 ປີ ແຜນງານນາງ ນ້ອຍ ພາຍໃຕ້ຫົວຂໍ້: ວິໄສທັດຂອງເດັກຍິງເພື່ອອະນາຄົດ.
ງານສະເຫຼີມສະຫຼອງດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 15 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ເປັນປະທານຮ່ວມໂດຍທ່ານ ດຣ ບາກຕິຢໍ ກາດີເຣີບ ຜູ້ຕາງໜ້າ UNFPA ປະຈຳ ສປປ ລາວ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າອົງການທັງພາກລັດ ແລະ ເອກະຊົນ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວວ່າ: ແມ່ຍິງໃນຊຸມຊົນມີຄວາມດ້ອຍໂອກາດຫຼາຍກວ່າຜູ້ຊາຍ, ພວກເຮົາກໍຮູ້ວ່າ ການສະໜັບສະໜູນລວມທັງເດັກຊາຍ, ຜູ້ທີ່ມີຄວາມພິການ ແລະ ກຸ່ມອື່ນໆທີ່ມີຄວາມສ່ຽງ. ສະນັ້ນ, ຕ້ອງມີນະໂຍບາຍ ແລະ ມີແຜນງານທີ່ຊັດເຈນ ເພື່ອຊ່ວຍເຫຼືອເຂົາເຈົ້າໃຫ້ໄດ້ຮັບໂອກາດໃນການມີສ່ວນຮ່ວມ, ການຕັດສິນໃຈໃນຂັ້ນນະໂຍບາຍ ຫຼື ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດແຜນງານ. ດັ່ງນັ້ນ, ຕ້ອງຮ່ວມກັນເພື່ອສະໜັບສະໜູນ ແລະ ສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າມີສຸຂະພາບທີ່ດີ, ໄດ້ຮັບການສຶກສາ, ມີວຽກເຮັດງານທໍາ, ໄດ້ຮັບການປົກປ້ອງທາງສັງຄົມ ແລະ ມີສ່ວນຮ່ວມ ເພື່ອບັນລຸຄວາມຝັນຂອງເຂົາເຈົ້າ.
ປັດຈຸບັນ ສປປ ລາວ ປະເຊີນກັບອັດຕາການຖືພາໃນໄວໜຸ່ມສູງທີ່ສຸດໃນພາກພື້ນ ໂດຍອັດຕາການເກີດລູກຂອງໄວໜຸ່ມເພີ່ມຂຶ້ນຈາກ 83 ຄົນ/1.000 ຄົນ ໃນປີ 2017 ເພີ່ມຂື້ນເປັນ 89 ຄົນ/1.000 ຄົນປີ 2023. ນອກນັ້ນ, ອັດຕາສ່ວນຂອງເດັກຍິງອາຍຸ 15-19 ປີ ທີ່ແຕ່ງງານແລ້ວ ຫຼື ຢູ່ນໍາກັນໂດຍບໍ່ໄດ້ແຕ່ງງານ ເພີ່ມຂຶ້ນຈາກ 23,5% ໃນປີ 2017 ເປັນ 26,5% ໃນປີ 2023. ປີ 2016 ສປປ ລາວ ໄດ້ເປີດແຜນງານ ນາງ ນ້ອຍ ແລະ ສ້າງໃຫ້ເປັນຕົວແທນຂອງເດັກຍິງໄວໜຸ່ມທັງໝົດ (700.000 ກວ່າຄົນ) ໃນທົ່ວປະເທດ, ໄດ້ຮັບຮອງເອົາ ເພື່ອແກ້ໄຂບັນຫາສຳຄັນຕ່າງໆ ເຊັ່ນ: ການຂາດສານອາຫານ, ການສຶກສາ, ຄວາມບໍ່ສະເໝີພາບ ລະຫວ່າງ ຍິງ-ຊາຍ, ສຸຂະພາບ ແລະ ສະຫວັດດີການໂດຍລວມ, ຄຽງຄູ່ກັບການມຸ່ງໝັ້ນສູ່ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ປູກຝັງຈິດສຳນຶກ ບໍ່ປ່ອຍປະຜູ້ໃດໄວ້ເບື້ອງຫຼັງ.
ສຳລັບການຈັດງານສະຫຼອງວັນ ນາງ ນ້ອຍ ຄົບຮອບ 18 ປີ ແລະ ວັນເດັກຍິງສາກົນ (11 ຕຸລາ) ເປັນການສະຫຼອງຄວາມຄືບໜ້າກ່ຽວກັບໂຄງການໄວໜຸ່ມ ແລະ ການສ້າງຄູ່ຮ່ວມງານ ແລະ ເສີມຂະຫຍາຍຄໍາໝັ້ນສັນຍາໃນການຊຸກຍູ້ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມຍິງ ແລະ ຊາຍ ໃຫ້ບັນລຸເປົ້າໝາຍທີ່ໄດ້ລະບຸໄວ້ໃນແຜນງານປີ 2030 ໃນການເຊື່ອມສານເພດສຶກສາແບບຄົບຊຸດ, ການປັບປຸງການເຂົ້າເຖິງຂໍ້ມູນ ແລະ ການບໍລິການດ້ານສຸຂະພາບທາງເພດ ແລະ ການຊ່ວຍເຫຼືອດ້ານສຸຂະພາບຈິດ ສໍາລັບຜູ້ລອດຊີວິດຈາກຄວາມຮຸນແຮງທາງເພດ.
ໂດຍ ບຸນທະວີ

















